Ad

Ad

6 March 2013

ສະຫະພັນແມ່ຍິງສະພາແຫ່ງຊາດອວຍພອນປະທານສະພາແຫ່ງ ຊາດ



        ໃນ​ໂອກາດ​ວັນ​ແມ່ຍິງ​ສາ ກົນວັນທີ 8 ມີນາ, ຄະນະສະຫະ ພັນແມ່ຍິງສະພາ ແຫ່ງຊາດ ຊຶ່ງ ນຳໂດຍທ່ານນາງ ສວນສະ ຫວັນ ວິຍະເກດ, ປະທານສະຫະພັນ ແມ່ ຍິງສະພາແຫ່ງຊາດໄດ້ເຂົ້າອວຍພອນທ່ານນາງ ປານີ ຢາ ທໍ່ຕູ້, ປະທານສະ ພາແຫ່ງ ຊາດ ນຕອນເຊ້ົາວັນທີ 5 ມີນາ 2013  ຢູ່ຫໍສະພາແຫ່ງຊາດ.
         ໃນໂອກາດນີ້ ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຕາງ ໜ້າຄະນະສະຫະ ພັນແມ່ຍິງສະ ພາແຫ່ງຊາດມອບກະຕ່າ ດອກ ໄມ້ ແລະ ກ່າວຄຳອວຍພອນ ຕໍ່ທ່ານ ປະທານສະພາແຫ່ງຊາດ ໃຫ້ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າ ທີ່ວຽກງານອັນມີກຽດຂອງທ່ານເພື່ອນຳ ເອົາຜົນສຳເລັດອັນຈົບງາມມາສູ່ເອື້ອຍນ້ອງແມ່ຍິງຂອງສະ ພາແຫ່ງຊາດທັງເປັນການປະ ກອບສ່ວນພັດທະນາຖັນແຖວ ເອື້ອຍນ້ອງແມ່ຍິງໃຫ້ມີຄວາມ ກ້າວໜ້າໃນທຸກດ້ານໂດຍສະ ເພາະແມ່ນໃນການເຄື່ອນໄຫວ ວຽກງານທີ່ຕົນເອງຮັບຜິດຊອບ.
       ທ່ານນາງ ປານີ ຢາທໍ່ຕູ້ ກໍໄດ້ອວຍພອນໃຫ້ບັນດາເອື້ອຍນ້ອງແມ່ຍິງພາຍໃນສະພາແຫ່ງ ຊາດ ແລະ ຍ້ອງຍໍສັນລະເສີນ ຜົນງານທີ່ເອື້ອຍນ້ອງແມ່ຍິງ ຍາດມາໄດ້. ນອກ​ນັ້ນ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ເອື້ອຍນ້ອງແມ່ ຍິງພາຍໃນສະພາແຫ່ງຊາດ​ໃຫ້​ມີ​ຄວາມ​ສາມັກຄີ​ປອງດອງເປັນ​ປຶກ​ແຜ່ນ ແລະ ມີ​ຄວາມ​ຜູກພັນ​ສະໜິດ​ແໜ້ນ​ເຊິ່ງກັນ ແລະ ກັນ, ພ້ອມກັນປະກອບສ່ວນ​​ດ້ານ​ສະຕິ​ປັນຍາ, ​ເຫື່ອ​ແຮງ​ໃຫ້​ແກ່​ການ​ສ້າງສາ​ພັດທະນາ​ປະເທດຊາດໃຫ້​ມີ​ຄວາມ​ຮຸຸ່ງ​ເຮືອງ​ສີວິ​ໄລ​ເປັນ​ກ້າວໆ.

No comments:

Post a Comment