Ad

Ad

6 March 2013

ຊຳຊຸງສະເຫນີໂລກແຫ່ງນະວັດ ຕະກຳໃຫມ່ໃນຂົງເຂດອາຊີຕາ ເວັນອອກສຽງໃຕ້



     ພິທີເປີດໂຕສິນຄ້າຜະລິດຕະ ພັນໃໝ່ຂອງຊຳຊຸງ (2013 Samsung Forum) ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 26-28 ກຸມພາ ຜ່ານມາ ຢູ່ນະຄອນຫລວງຈາກາ ຕາ ປະເທດອິນໂດເນເຊຍ ໂດຍມີ ສື່ມວນຊົນຫລາຍກວ່າ 150 ຄົນ ຈາກ 12 ປະເທດເຊັ່ນ: ອົດສະ ຕຣາລີ, ນິວຊີແລນ, ອິນໂດເນ ເຊຍ, ມາເລເຊຍ, ຟີລິບປິນ, ສິງ ກະໂປ, ໄທ, ຫວຽດນາມ, ມຽນ ມາ, ກຳປູເຈຍ ແລະ ລາວເຂົ້າ ຮ່ວມ.
    ສິນຄ້ານະວັດຕະກຳຜະລິດຕະພັນໃໝ່ຂອງຊຳຊຸງ ໃນປີ 2013 ນີ້ ບໍລິສັດຊຳຊຸງໄດ້ນຳສະເໜີຜະລິດຕະພັນເອເລັກ ໂຕຣນິກທີ່ສະດວກ,ນຳໃຊ້ງ່າຍ, ທັນສະໄໝ ແລະ ມີ ຮູບຊົງງາມ ເປັນຕົ້ນໂທລະສັບ ມືຖື (Smart Phone), ຊຳຊຸງ ກາແລັກຊີ ໂນດ 8,0 (Samsung Galaxy Note 8,0), ຊຳຊຸງ ກາ ແລັກຊີ ໂນດ II (Samsung Galaxy Note II), ຊຳຊຸງ ກາ ແລັກຊີ ເອັກໂຄເວີ 2 (Samsung Galaxy Xcover 2), ຊຳຊຸງ ກາ ແລັກຊີ ເອັກສະເປຼັສ (Samsung Galaxy Express), ຊຳຊຸງ ກາ ແລັກຊີ ຢັງ (Samsung Galaxy Young), ຊຳຊໂງ ກາແລັກຊີ ເອັສ III
(Samsung Galaxy S III mini La Fluer), ຊຳຊຸງ ກາແລັກ ຊີ ໂນດ II ພິງ (Samsung Galaxy Note II Pink), ຊຳຊຸງ ກາແລັກ  ຊີ ແກຣນ (Samsung Galaxy Grand), ໂນດບຸກ ແລະ ປະເພດ ກ້ອງຖ່າຍຮູບ (Smart camera).
    ນອກນັ້ນ ຍັງມີເຄື່ອງໃຊ້ທີ່ອຳ ນວຍຄວາມສະດວກພາຍໃນ ຄອບຄົວເຊັ່ນ: ຕູ້ເຢັນ, ຈັກຊັກ ເຄື່ອງ, ເຄື່ອງດູດຝຸ່ນ, ກ້ອງຖ່າຍ ຮູບ ເຊິ່ງພິເສດແມ່ນໂທລະພາບສີ ທີ່ມີຂະໜາດໃຫຍ່ເຖິງ 85 ນິ້ວ ໂດຍແມ່ນຮຸ່ນສຳຜັດສະດວກໃນ ການນຳໃຊ້.
    ທ່ານ ເກຣກໍຣີ ລີ (Gregory Lee) ປະທານກຳມະການບໍລິ ຫານຂອງບໍລິສັດຊຳຊຸງປະຈຳ ຂົງເຂດອາຊີຕາເວັນອອກສຽງ ໃຕ້ ກ່າວວ່າ: ຈຸດປະສົງໃນການ ເປີດສິນຄ້າຜະລິດຕະພັນຊຳ ຊຸງປະຈຳປີ 2013 ຢູ່ປະເທດອິນ ໂດເນເຊຍເທື່ອນີ້ ກໍເພື່ອນຳສະເໜີເຕັກໂນໂລຊີ ແລະ ນະວັດຕະກຳ ໃໝ່ອອກສູ່ສັງຄົມ ແລະ ເນັ້ນ ຄວາມຕ້ອງການພື້ນຖານຂອງ ສັງຄົມໃນບັນ ດາປະເທດຂົງເຂດອາຊີຕາເວັນອອກສຽງໃຕ້ ເຊິ່ງຜະລິດຕະພັນໃໝ່ນີ້ໄດ້ມີການປັບປຸງ ແລະ ປ່ຽນແປງຄຸນນະພາບໂດຍເນັ້ນ ທາງເລືອກໃຫ້ສັງຄົມ ໄດ້ຊົມໃຊ້ສະດວກສະບາຍຂຶ້ນຕື່ມ.
    ທ່ານ ເກຣກໍຣີ ລີ ກ່າວວ່າ: ການມຸ່ງໝັ້ນຄົ້ນຄວ້າ ແລະ ສ້າງ ສັນນະວັດຕະກຳຢ່າງບໍ່ຢຸດຢັ້ງ ຄື ຫລັກການສຳຄັນໃນທຸລະກິດ ຂອງເຮົາ ແລະ ເປັນສິ່ງທີ່ຊ່ວຍ ນຳພາຜູ້ບໍລິໂພກເຂົ້າສູ່ໂລກທີ່ ເຕັມໄປດ້ວຍຄວາມເປັນໄປໄດ້ ຈາກການນຳເຕັກໂນໂລຊີເຂົ້າມາ ໃຊ້. ອາຊີຄືພາກພື້ນທີ່ເຕັມໄປດ້ວຍຄວາມເປັນໄປໄດ້ ແລະ ຜູ້ບໍລິໂພກໃນປັດຈຸບັນຕ້ອງການເຕັກໂນໂລຊີທີ່ຈະ ເຮັດໃຫ້ພວກ ເຂົາມີຄຸນນະພາບທີ່ດີຂຶ້ນ ແລະ ສາມາດເຮັດສິ່ງຕ່າງໆໄດ້ຫລາຍຂຶ້ນ. ຜະລິດຕະພັນໃໝ່ໆທີ່ເຮົານຳມາຈັດ ສະແດງໃນເທື່ອນີ້ ລ້ວນແຕ່ໜ້າຕື່ນຕາຕື່ນໃຈ ແລະ ເຮົາພວມຈະນຳຜະລິດຕະພັນເຫລົ່ານີ້ເຂົ້າສູ່ ຕະຫລາດຕ່າງໆຂອງເຮົາທັນທີ.
    ຈາກພື້ນຖານຂອງການຮັກສາຄຳໝັ້ນສັນຍາດັ່ງກ່າວ, ຊຳຊຸງ ຈຶ່ງໄດ້ເປີດເຜີຍຮູບໂສມສິ່ງທີ່ ຖືວ່າເປັນມິຕິໃໝ່ໃນວົງການໂທ ລະພາບ ພ້ອມດ້ວຍເຄື່ອງໃຊ້ໄຟ ຟ້າອັດສະລິຍະ ລວມເຖິງກ້ອງ ຖ່າຍຮູບ ແລະ ໂທລະສັບມືຖືທີ່ ພ້ອມເຊື່ອມຕໍ່ໄດ້ໃນເຄື່ອງ. ນອກ ຈາກນີ້ ເພື່ອເປັນການແບ່ງປັນນະວັດຕະກຳຈາກທຸລະກິດຕ່າງໆ ຊຳຊຸງຍັງໄດ້ເພີ່ມພະລັງຄວາມມີ ຊີວິດຊີວາໃຫ້ກັບຕະ ຫລາດ ໂດຍວິທີການສັ່ງວຽກ ແລະ ການຄວບຄຸມທີ່ງ່າຍດາຍ ແລະ ໄຮ້ການສະດຸດລວມເຖິງປະສົບການໃນການໃຊ້ວຽກ ທີ່ເໝາະສົມກັບຜູ້ໃຊ້ເອງ.
    ໃນປີ 2012, ຊຳຊຸງ ເອັກໂຕຣ ນິກ ສາມາດສ້າງຍອດຂາຍໄດ້ ເຖິງ 187.000 ລ້ານໂດລາສະຫະ ລັດ ໂດຍລາຍຮັບຢູ່ພາກ ພື້ນອາຊີ ຕາເວັນອອກສຽງໃຕ້, ໂອຊີອານີ ແລະ ໄຕ້ຫວັນ ມີອັດຕາການເຕີບ ໃຫຍ່ຫລາຍເຖິງ 63% ແລະ ບໍລິ ສັດສາ ມາດຮັກສາຕຳແໜ່ງອັນ ດັບໜຶ່ງໃນກຸ່ມຜະລິດຕະພັນໂທ ລະພາບໜ້າຈໍສະແດງຜົນ ແລະ ຕູ້ ເຢັນເອົາໄວ້ໄດ້ນຳອີກ. ນອກ ຈາກນີ້, ຊຳຊຸງຍັງໄດ້ສ້າງແຮງ ຊຸກຍູ້ທຸລະກິດກ້າວໄປຢ່າງຕໍ່ເນື່ອງ ແລະ ສາມາດຮັກສາຕຳ ແໜ່ງຜູ້ນຳອັນດັບໜຶ່ງໃນກຸ່ມຜະ ລິດຕະພັນໂທລະສັບມືຖື ແລະ ສມາດໂຟນເອົາໄວ້ໄດ້ເຊັ່ນດຽວ ກັນ.

No comments:

Post a Comment