Ad

Ad

6 March 2013

ເສັ້ນທາງ 18 ເບ ຈຸດສຳຄັນໃນການເຊື່ອມໂຍງສາມຫລ່ຽມເສດຖະກິດ CLV


     ເສັ້ນທາງ 18 ເບ (18B) ເປັນ ເສັ້ນທາງຍຸດທະສາດສຳຄັນເພື່ອ ບັນດາແຂວງພາກໃຕ້ລາວ ຄືສາ ລະວັນ, ເຊກອງ, ຈຳປາສັກ ແລະ ແຂວງອັດຕະປື ມີເສັ້ນທາງອອກ ສູ່ທະເລເບື້ອງທິດຕາເວັນອອກ ສຽງໃຕ້ ແລະ ປັດຈຸບັນຍິ່ງມີ ຄວາມສຳຄັນ ເພື່ອການເຊື່ອມ ໂຍງຂອງເຂດສາມຫລ່ຽມເສດ ຖະກິດ ລາວ-ຫວຽດນາມ ແລະ ກຳປູເຈຍ ນຳອີກ.
    ເສັ້ນທາງດັ່ງກ່າວເລີ່ມຈາກ ແຂວງອັດຕະປືອອກສູ່ດ່ານຊາຍ ແດນເບີອີ, ເປັນໜຶ່ງໃນແລວທາງ ຕາເວັນຕົກ-ຕາເວັນອອກ ຂອງລະບຽງເຂດລຸ່ມແມ່ນ້ຳຂອງທີ່ຕິດ ກັບບໍລິເວນພາກເໜືອກຳປູເຈຍ ແລະ ບໍລິເວນທິດຕາເວັນອອກ ສຽງເໜືອຂອງໄທ ເພື່ອອອກສູ່ທະເລຫວຽດນາມ ລວມມີຄວາມ ຍາວທັງໝົດຫລາຍກວ່າ 100 ກິ ໂລແມັດ ເຊິ່ງໄດ້ຮັບການກໍ່ສ້າງ ໂດຍບໍລິສັດ ຂົວທາງເລກທີ 18 ສສ ຫວຽດນາມ ແລະ ບໍລິສັດຄົມ ມະນາຄົມ 208 ຂອງລາວ ໃນທຶນ ກູ້ຢືມດອກເບັ້ຍຕ່ຳຈາກ ສສ ຫວຽດນາມ ໃນວົງເງິນ 48 ລ້ານ ໂດລາສະຫະລັດ ເພື່ອກໍ່ສ້າງ ແລະ ຍົກລະດັບເປັນເສັ້ນທາງເບ ຕົງອາດສະຟານ. ພ້ອມ ດ້ວຍຂົວຂະໜາດໃຫຍ່ 3 ແຫ່ງ ແລະ ຂົວ ຂະໜາດນ້ອຍ-ກາງອີກ 16 ແຫ່ງ, ໃນນັ້ນ ມີໄລຍະທາງບຸກເບີກໃໝ່ ປະມານ 70 ກິໂລແມັດ ຜ່ານແລວ ສາຍພູຫລວງດ້ວຍຄວາມຫຍຸ້ງ ຍາກລຳບາກ ເພື່ອກ້າວສູ່ຈຸດ ຜ່ານແດນເບີອີ ທີ່ຢູ່ຫ່າງຈາກຈຸດ
ສາມຫລ່ຽມອິນດູຈີນປະມານ 7 ກິໂລແມັດ ເຊິ່ງເປັນໂຄງການ ໃຫຍ່ ແລະ ສຳຄັນຈາກແນວ ຄິດລິເລີ່ມຂອງລັດຖະບານ ລາວ- ຫວຽດນາມ ມາແຕ່ທ້າຍໄລຍະ ຊຸມປີ 80 ຂອງສະຕະວັດກ່ອນ.
    ເສັ້ນທາງນີ້ໄດ້ກາຍເປັນເສັ້ນ ທາງຍຸດທະສາດທີ່ສຳຄັນ ເພື່ອ ເຊື່ອມຕໍ່ແຕ່ແຂວງອັດຕະປື ໄປ ຈົນຮອດຊາຍແດນ ລາວ-ຫວຽດນາມ ໂດຍຜ່ານດ່ານຊາຍແດນເບີ ອີຢູ່ແຂວງກອນຕູມ ສສ ຫວຽດ ນາມ ແລະ ແມ່ນໄລຍະເສັ້ນທາງ ບົກທີ່ສຳຄັນທີ່ ສຸດລະຫວ່າງບັນ ດາແຂວງພາກໃຕ້ລາວກັບພາກ ກາງ ແລະ ພາກໃຕ້ ຫວຽດນາມ ເພື່ອອກສູ່ຫາເຮືອທະເລກຸຍເຍີຍ, ບິງດິ້ງ, ຊຸງກວາດ, ກວາງງ່າຍ, ດານັງ ແລະ ຈະເປັນໂອກາດ ທອງໃຫ້ແກ່ການຮ່ວມມືດ້ານຄົມມະນາຄົມຂົນສົ່ງໃນຂົງເຂດ ໂດຍ ສະເພາະກໍແມ່ນການປະຕິບັດ ໂຄງການພັດທະນາເຂດສາມ ຫລ່ຽມເສດຖະກິດ ລາວ-ຫວຽດ ນາມ ແລະ ກຳປູເຈຍ ເຊິ່ງມັນ ແມ່ນພຶດຕິກຳຕົວຈິງແຫ່ງນ້ຳໃຈຄວາມສາມັກຄີຮັກແພງ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນລະ ຫວ່າງສອງປະເທດ ລາວ-ຫວຽດ ນາມ ພວກເຮົາຄືແຕ່ກ່ອນແມ່ນບຸກເບີກເສັ້ນທາງເພື່ອຮ່ວມກັນຕີສັດຕູ ແລະ ປັດຈຸບັນ ແມ່ນພ້ອມກັນເປີດເສັ້ນ ທາງອອກສູ່ທະເລ ເພື່ອຮ່ວມໄມ້ຮ່ວມມືກັນພັດທະ ນາເສດຖະກິດ-ສັງຄົມຂອງປະ ເທດໃຫ້ກ້າວໜ້າຂະ ຫຍາຍຕົວ ແລະ ສິ່ງນັ້ນມາຮອດປັດຈຸບັນ ມັນໄດ້ປາກົດເປັນຈິງແລ້ວ, ທັງ ສອງປະເທດພວກເຮົາມີຊາຍ ແດນຮ່ວມກັນຍາວ 2.000 ກວ່າກິ ໂລແມັດ, ປະກອບມີ 7 ດ່ານຜ່ານ ແດນລະດັບສາກົນເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນສອງປະເທດ ໄດ້ໄປມາຫ າສູ່ແລກປ່ຽນຊື້ຂາຍນຳກັນ ໂດຍສະເພາະຈະ ກາຍເປັນເງື່ອນໄຂອັນດີໃຫ້ແກ່ ການຂົນສົ່ງລາວອອກສູ່ທະເລ ຫລາຍຂຶ້ນ.
    ປັດຈຸບັນນີ້, ຖ້າພວກເຮົາຫາກ ເລາະລຽບຂຶ້ນຕາມສາຍທາງ ເລກທີ 13 ແຕ່ໃຕ້ຮອດໃຕ້ໄປຕາມ ແຄມຝັ່ງແມ່ນ້ຳຂອງ ພວກເຮົາ ຈະປາກົດເຫັນສວນກາເຟ, ຕົ້ນ ໄມ້ອຸດສາຫະກຳ, ໂຮງຈັກ-ໂຮງ ງານຂະໜາດໃຫຍ່ສ້າງຂຶ້ນຢ່າງ ຫລວງຫລາຍ. ສະເພາະຢູ່ແຂວງ ອັດຕະປືກ່ອນເສັ້ນທາງ 18B ບໍ່ ໄດ້ຮັບການຍົກລະດັບ ເບິ່ງຄືວ່າ ດິນແດນວິລະຊົນແຫ່ງນີ້ເປັນ ເກາະ ດອນແຫ່ງໜຶ່ງຈົນຈະຫາຜູ້ ເຂົ້າຜູ້ອອກບໍ່ມີ, ທົ່ວແຂວງມີຮ້ານ ອາຫານພຽງແຫ່ງດຽວ, ແຕ່ມາ ຮອດປັດຈຸບັນ ທຸກຢ່າງໄດ້ມີບັນ ຍາກາດຟົດຟື້ນຄວາມເປັນຕົວ ເມືອງພົ້ນເດັ່ນຂຶ້ນ, ໂຮງແຮມ, ຮ້ານອາຫານ, ເຮືອນພັກ ແລະ ສິ່ງຮອງຮັບແຂກຜູ້ມາທ່ຽວອື່ນໆ ໄດ້ຮັບການກໍ່ສ້າງຂຶ້ນຢ່າງຕໍ່ເນື່ອງ ແລະ ພິເສດເສັ້ນທາງ 18 ເບ ຈະ ມີສ່ວນປະກອບສຳຄັນເຂົ້າໃນການພັດທະນາເຂດ ສາມຫລ່ຽມ ເສດຖະກິດ ລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

No comments:

Post a Comment