Ad

Ad

5 March 2013

ສະແດງສິລະປະດົນຕີຄາສິກ ມົນວຽງຈັນ ມິດຕະພາບລາວ-ໄທ



          ໃນ​ຄ່ຳ​ຂອງວັນ​ທີ 2 ມີນາ 2013 ນີ້ ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ ໄດ້​ຈັດ​​ການສະ​ແດງສິລະ​ປະ​ດົນ ຕີຄາ​ສິກ“ມົນ​ວຽງ​ຈັນ” ​ໂດຍ​ຄະນະ​ວິທະ ຍາ​ໄລ​ດຸລິ​ຍາງ​ຄະ​ສິນ ມະຫາວິທະຍາ​ໄລ​ມະຫິດົນ​ ແຫ່ງ ຣາຊະອານາຈັກ​ໄທ​ ຮ່ວມ​ກັບ​ນັກ​ຮ້ອງ​ປະສານ ຈາກ ສປປ ລາວ​ ​ໂດຍມີ​ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດ ທະນະທຳ​ ແລະ​ ທ່ອງ​ທ່ຽວ, ທັງ​ເປັນ​ສິລະ​ປິນ​ແຫ່ງ​ຊາດ, ​ມີບັນດາແຂກ​ທີ່​ຖືກ​ເຊີນ ພ້ອມດ້ວຍ​ມວນ​ຊົນຊາວ​ນະຄອນ ຫລວງ​ວຽງ​ຈັນ ເຂົ້າ​ຮ່ວມ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ.
        ການ​ສະ​ແດງ​ໃນ​ຄັ້ງນີ້ ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກ ຄີ​, ມິດຕະພາບ​ ປະ​ເທດບ້ານ​ໃ​ກ້​ເຮືອນ​ຄຽງ ລະຫວ່າງ​ ສປປ ລາວ ​ແລະ ຣາຊະ​ອານາຈັກ​ໄທ. ສິລະ​ປະ​ດົນຕີ “ຄາ​ສິກ” ທີ່​ນຳມາສະ​ແດງ ໂດຍ​ວົງ​ດຸລິ​ຍາງ​ຟິລຮາ​ໂມ​ນິກ ​ແຫ່ງ​ ປະ​ເທດ​ໄທ ປະ​ສານ​ສຽງ​ກັບ​ນັກ​ຮ້ອງ​ຂອງ​ລາວ ​ບັນ​ເລງ​​ເພງ​ຊາດ​ລາວ,​​ ເພງ​ຊາດ​ໄທ, ​ເພງ​ລາວ​ດວງ​ເດືອນ;​ເປັນ​ເພງ​ໜຶ່ງ​ທີ່ມີ​ເນື້ອຮ້ອງ​ທຳນອງ​​ທີ່​ນີ້ມ ນວນ​ອ່ອນ​ຫວານ,ຟັງ​ແລ້ວ​ເຮັດ​ໃຫ້​ມີ​ຄວາມ​ອອນ​, ​ເຮັດ​ໃຫ້​ຄົນ​ກັບ​ຄົນ​ມີ​ຄວາມ​ຮັກ​ໄຄ່​ໄມຕຼີທີ່​ດີງາມ​ຕໍ່​ກັນ, ດ້ວຍ​ເຫດນັ້ນ ຈຶ່ງ​ເຮັດ​​ໃຫ້​ເພງ​ດັ່ງກ່າວ​ ກາຍເປັນ​ເພງ​ອຳ​ມະຕະ ​ແລະ​ ແນບນິ້ງ​ໃນ​ຫົວ​ໃຈ​ຂອງ​ຄົນ​ທັງ​ສອງ​ປະ​ເທດ​ ລາວ - ໄທ ​
ຕະຫລອດ​ມາ​ຢ່າງ​ບໍ່​ມີ​ວັນ​ຈືດຈາງ. ນອກຈາກ​ນັ້ນ​ແລ້ວ​ ກໍ​ຍັງ​ໄດ້​ບັນ​ເລງ​ເພງ​ປະ​ເທດ​ລາວ​ສວຍ​ງາມ,ປະພັນ​ໂດຍ​ສິລະ​ປິນ​ແຫ່ງ​ຊາດ ທ່ານ ​ສຸບັນ ສຸວັນນະ​ວົງ, ​ດົນຕີ​ບັນ​ເລງ​ບັນຍາຍ​ເຖິງ​ຄວາມ​ສວຍ​ສົດ​ງົດ​ງາມ​ ຂອງ​ພູມີ​ປະ​ເທດ ​ແລະ​ສິລະ​ປະວັດ​ທະນະ​ທຳ​ອັນ​ສູງ​ດ້ວຍ​ຄຸນຄ່າ; ​ເພງ​ແດນ​ແຫ່ງ​ອິດ​ສະລະ, ​ປະພັນ​ໂດຍສິລະ​ປິນ​ແຫ່ງ​ຊາດ ທ່ານ ​ສີ​ຊະນະ ​ສີ​ສານ, ດົນຕີ​ບັນ​ເລງ​ບັນຍາຍ​ເຖິງ​ວິຖີ​ຊີວິດ​ຂອງ​ຊາວ​ລາວ​ ທີ່​ມີ​ເອກະ​ລັກ ​ແລະ​ ສະ​ເໜ່​ໃຫ້​ຊວນ​ຫລົງ​ໄຫລ; ​ເພງ​ວຽງ​ຈັນ​ຂວັນ​ໃຈ, ປະ ພັນ​ໂດຍທ່ານ ​ສົມ​ເພັດ ​ເພັດ​ວິນ​ຍານ, ດົນ​ຕີ​ບັນ​ເລງ​ເປັນ​ທຳນອງ​ຊວນ​ຟັງ​ບັນ​ໃດ​ສຽງ​ໄມ​ເນີ​ ເພື່ອ ສະ​ແດງ​ຄວາມ​ຮູ້ສຶກ​ຄິດ​ເຖິງ​ ແລະ​ ອາລົມ ​ເມື່ອ​ຕ້ອງ​ຈາກ​ເມືອງ​ວຽງ​ຈັນ​ອັນ​ສວຍ​ງາມ ແລະ​ ອົບ​ອຸ່ນ; ​ເພງ​ຮັກ​ເມືອງ​ລາວ,ປະພັນ​ໂດຍ ສິລະ​ປິນ​ແຫ່ງ​ຊາດ​ທ່ານ ສີ​ຊະນະ ​ສີ​ສານ,ດົນຕີ​ບັນ​ເລງ, ທຳນອງ​ແບບ​ສະໜຸກ​ສະໜາ​ນຄຶກຄັກ​ ຂອງ​ປະຊາຊົນ​ລາວ; ​ເພງ​ສຽງ​ແຄນລາວ, ​ປະພັນໂດ​ຍສິລະ​ປິນດີ​ເດັ່ນ ທ່ານ ​ສຸ​ຕັນ ພົນ​ສົງຄາມ, ​ເປັນຈັງ​ຫວະ​ແບບ​ສະໜຸກ​ສະໜາ​ນ ຕາມ​ແບບ​ພື້ນ​ເມືອງ​ຍອດ​ນິຍົມ​ຂອງ​ລາວ;​ ​ເພງ​ກຸຫລາບ​ປາກ​​ເຊ, ປະພັນ​ໂດຍ​ສິລະ​ປິນ​ແຫ່ງ​ຊາດ ທ່ານ​ ບຸນ​ທະ​ມາລີ ບຸນ​ຊ່ວຍ, ບັນ ເລງໃນ​ຈັງຫວະ​ລຸ​ມບ້າ​ ຊຶ່ງ​ເປັນ ຈັງ​ຫວະ​ຍອດ​ນິຍົມ; ​ເພງ​ຈົດ​ຈຳ​ບຸນຄຸນ​ຂອງ​ພັກ, ປະພັນ​ໂດຍ​ສິລະ​ປິນ​ແຫ່ງ​ຊາດ ທ່ານ ​ບົວ​ເງິນ ຊາ​ພູ​ວົງ, ດົນ​ຕີ​ບັນ​ເລງ​ເປັນ​ທ່ວງທຳ ນອງ​ເພງ​ຊ້າ​ ທີ່​ລະ​ນຶກ​ເຖິງບຸນຄຸນ​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ; ​ເພງ​ງາມ​ສາວ​ໄຕດຳ​ຕ່ຳ​ແຜ່ນ, ປະພັນ​ໂດຍ ທ່ານ ​ພົມ​ມີ ພົມມາ ດົນຕີ​ບັນ​ເລງ​ເປັນຈັງ​ຫວະ​ອອນ​ບິດໃນ​ທຳນອງ​ ທີ່​ສະໜຸກ ​ແລະ ​ບັນຍາ ກາດ​ໃຫ້​ຊວນ​ຍິ້ມ; ​ເພງ​ສະບາຍດີ​ຫລວງ ​ພະ​ບາງ, ປະພັນ​ໂດຍ​ສິລະ​ປິນ​ແຫ່ງ​ຊາດ ທ່ານ​ ອຸ່ນ​ຄຳ ບັນດາ ສັກ, ດົນ ຕີ​ບັນ​ເລງ​ສະໜຸກ​ສະໜາ​ນ​ ໃນ​ຈັງຫວະ 3 ຊາ ​ເພື່ອ​ເຊີນ ຊວນ​ໃ​ຫ້​ເຕັ້ນລຳ​ໃນ​ແບບ​ສິລະ​ປະວັດ​ທະນະ​ທຳ​ລາວ; ເພງ​ຈຳ ປາ​ເມືອງ​ລາວ​ປະສານ​ຮ້ອງ: ​ເນື້ອ ຮ້ອງ​ປະພັນ​ໂດຍ ສິລະ​ປິນດີ​ເດັ່ນ ທ່ານ​ ມະຫາ​ພູມີ ຈິດ​ຕະພົງ, ທຳນ ອງ​ເພງ​ປະພັນ​ໂດຍ ສິລະ​ປິນ​ແຫ່ງ​ຊາດ ອຸ​ຕະມະ ຈຸລາມະນີ, ອະດີດ ລັດຖະມົນຕີ​ກະຊວງ​ສຶກສາ​ທິ ການ ​ເປັນ​ຜູ້​ປະພັນ​ຂຶ້ນ ​ໂດຍ​​ໃຊ້ ດອກ​ຈຳປາ​ທີ່​ຊາວ​ລາວ​ນິຍົມ​ປູກ​ແຕ່​ອະ​ດີດ ​ເປັນ​ສື່​ບອກ​ຄວາມ​ຮັກ​ໃນ​ແຜ່ນດິນ​ເກີດ ​ແລະ​ສ້າງ​ຄວາມ​ຮັກ​ຄວາມ​ສາມັກ​ຄີ​ ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ​ ຕໍ່​ມາ​ບົດ​ເພງ​ ແລະ​ ດອກ​ຈຳປາ​ ໄດ້​ກາຍ​ເປັນ​ສັນຍາ​ລັກ​ປະຈຳ​ຊາດ​ລາວ, ນຳ​ສະ​ແດງ​ໂດຍ ນັກ​ຮ້ອງ​ຂອງ​ລາວ​ ຈຳນວນ 50 ຄົນ. ເພງ​ວຽງ​ຈັນ​ເມືອງ​ງາມ ​ປະສານ​ຮ້ອງ, ​ເນື້ອຮ້ອງ​ປະພັນ​ໂດຍ ທ່ານ ສະໜອງ​ ລັດຕະນະ​ພັນ, ທຳນອງ​ເພງ​ປະພັນ​ໂດຍ ທ່ານ ປໍ​ຕຣີຈັນ,​ ນຳ​ສະ​ແດງ​ໂດຍ ນັກ​ຮ້ອງ​ຈາກ​ລາວ ​ຈຳນວນ 50 ຄົນ ​ແລະ​ ບັນ​ເລງ​ເພງ​ອື່ນ​ໆອີກ.

No comments:

Post a Comment