ສະຫະພັນແມ່ຍິງນະຄອນຫຼວງ ວຽງຈັນ ແລະ
ສະມາຄົມພັດທະນາບົດບາດຍິງ - ຊາຍໃຫ້ຮູ້ວ່າ: ຈຳນວນແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ຮັບເຄາະຮ້າຍຈາກຂະບວນການຄ້າມະນຸດຢູ່ລາວ
ເຫັນວ່າມີທ່າອ່ຽງ ເພີ້ມຂຶ້ນ ໂດຍໃນປີ 2011ຜ່ານມາ ເຈົ້າໜ້າທີສາມາດດຳເນີນການການສືບສວນສອບສວນ
49 ກໍລະນີ ທີ່ສົງໄສວ່າກ່ຽວພັນກັບການຄ້າມະນຸດ,ຈັບຜູ້ຕ້ອງຫາກະທຳຜິດຈຳນວນ
69 ຄົນ ແລະ ຕັດສິນໂທດຈຳນວນ 37 ຄົນ ຖ້າທຽບໃສ່ໃນປີ 2010 ສາມາດສືບສວນສອບສວນໄດ້ພຽງ
20 ກໍລະນີ ແລະ ຕັດສິນໂທດ 33 ຄົນ.
ໃນປີ 2012 ມີຈຳນວນເຖິງ 195 ຄົນ ແຕ່ຍັງມີຜູ້ທີ່ຖຶກເຄາະຮ້າຍຈຳນວນຫຼວງຫຼາຍທີ່ບໍ່ໄດ້ຮັບການລະບຸວ່າເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ
ແລະ ຖືກສົ່ງກັບບ້ານແບບບໍ່ເປັນທາງການ ໂດຍເຈົ້າໜ້າທີປະເທດໃກ້ ຄຽງ ໃນຂໍ້ຫາເຂົ້າເມືອງແບບຜິດກົດໝາຍ
ແລະ ບໍ່ມີເອກະສານ. ໃນຂະນະດຽວກັນກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍລາຍງານວ່າ:
ນັບແຕ່ປີ 2001 ຫາເດືອນ ພະຈິກ 2012 ມີ 1.981 ຄົນ ທີ່ໄດ້ຮັບການລະບຸວ່າເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ
ແລະ ໄດ້
ຮັບການຊ່ວຍເຫຼືອຢ່າງເປັນທາງການ.ໃນນັ້ນ 95 % ຫຼື ປະມານເກືອບ 2 ພັນຄົນແມ່ນແມ່ຍິງ
ແລະ 85 % ຂອງຜູ້ຖືກເຄາະຮ້າຍແມ່ນເດັກນ້ອຍທີ່ມີອາຍຸຕ່ຳກວ່າ 18 ປີ. ໃນປີ
2012 ມີຜູ້ຖືກເຄາະຮ້າຍ ແລະ ສົ່ງກັບບ້ານຢ່າງເປັນທາງການ 195 ຄົນ ໃນນັ້ນ
86 % ແມ່ນແມ່ຍິງ ແລະ 69 % ແມ່ນເດັກນ້ອຍທີ່ມີອາຍຸຕ່ຳກວ່າ 18 ປີ ແລະ 80 % ຂອງຈຳນວນຜູ້ທີ່ຖືກເຄາະຮ້າຍແມ່ນມາຈາກນະຄອນຫຼວງວຽງຈັນ,ສາລະວັນ,
ຈຳປາສັກ,ສະຫວັນນະເຂດ ແລະ ແຂວງວຽງຈັັນ.
ເຖິງແນວໃດກໍຕາມນັກຊຽວ ຊານທີ່ເຮັດວຽກໃນຂະແໜງການດັ່ງກ່າວ
ຄາດວ່າໃນໄລຍະ 10 ປີຜ່ານມາອາດມີຈຳນວນແຮງງານລາວ ທີ່ຖືກເຄາະຮ້າຍຈາກການຄ້າມະນຸດໃນປະເທດໄທເຖິງ
21 ພັນກວ່າຄົນ ຖ້າທຽບໃສ່ສະຖິຕິຕົວຈິງແລ້ວ 14 % ຂອງແຮງ ງານເຄຶ່ອນຍ້າຍລາວທັງໝົດທີ່ໄປເຮັດວຽກໃນປະເທດໄທແມ່ນມີຄວາມສ່ຽງສູງໃນການຖືກຂູດຮີດ
ແລະ ຕົກເປັນເຫຍື້ອຂອງຂະບວນການຄ້າມະນຸດ ເຊິ່ງຜູ້ຖືກ ເຄາະຮ້າຍດັ່ງກ່າວໄດ້ຮັບຄວາມ
ທຸກທໍລະມານທັງກາຍ ແລະ ໃຈ. ອີງຕາມການບອກເລົ່າປະສົບການຂອງຜູ້ຖືກເຄາະຮ້າຍສ່ວນ
ຫຼາຍເວົ້າວ່າ: ພວກເຂົາຖືກຂູດຮີດ, ຖືກຂາຍຄືເປັນສິນຄ້າ, ຖືກລວງລະເມີດອິດສະຫຼະພາບ
ແລະ ທຳລາຍສິດທິມະນຸດຢ່າງຮ້າຍແຮງ ເຊິ່ງທຸກຮູບແບບຂອງການຄ້າມະນຸດແມ່ນບໍ່ສາມາດອະນຸຍາດໃຫ້ເກີດຂຶ້ນໄດ້ທັງໃນ
ສປປ ລາວ ແລະ ໃນໂລກ.
ປັດຈຸບັນໃນໄລຍະຜ່ານມາລັດຖະບານລາວ
ໄດ້ດຳເນີນການສ້າງມາດຕະການຕ່າງໆທີ່ຕ້ານກັບການຄ້າມະນຸດ ທັງໃຫ້ຄວາມສຳຄັນ
ແລະ ເອົາໃຈໃສ່ຕໍ່ການແກ້ໄຂບັນຫາການສະກັດກັ້ນ ແລະ ຕ້ານກັບການກໍ່ອາສະຍາກຳການຄ້າມະນຸດມາໂດຍຕະຫຼອດແຕ່ບັນຫາດັ່ງກ່າວກໍຍັງປາກົດມີຂຶ້ນເລື້ອຍໆອັນໄດ້ສົ່ງຜົນກະທົບຕໍ່ສັງຄົມ
ແລະ ປະເທດຊາດ ເຊິ່ງຈຳນວນຜູ້ ທີ່ຕົກເປັນເຫຍື້ອດັ່ງກ່າວລ້ວນແລ້ວແຕ່ຖືກບີບຮັດຈາກສະພາບແວດລ້ອມ,
ການປ່ຽນແປງທາງສັງຄົມ, ການຊອກຫາວຽກ ເຮັດງານທຳ ແລະ ຖືກຕົວະຍົວະຈາກໝູ່ເພື່ອນທີ່ໃກ້ສິດໃນການຫາວຽກເຮັດຢູ່ຕ່າງປະເທດ.
No comments:
Post a Comment