Ad

Ad

5 March 2013

4 ແຂວງພາກໃຕ້ປຶກສາຫາລືການຕ້ານປະກົດການຫຍໍ້ທໍ້ໃນສັງຄົມ



        ກອງປະຊຸມ 4  ແຂວງພາກ ໃຕ້ເພື່ອປຶກສາຫາລືການຕ້ານປະກົດການ ຫຍໍ້ທໍ້ຂອງສັງຄົມໄດ້ດຳເນີນມາເປັນເວລາ 2 ວັນ ແຕ່ວັນທີ 27​28 ກຸມພາຜ່ານມານີ້ ທີ່ສະໂມສອນ ໃຫຍ່ເທດສະບານແຂວງສາ ລະວັນ ໂດຍການເປັນປະທານ ຂອງທ່ານ ດຣ ທອງບັນ ແສງອາພອນ, ຄະນະເລຂາທິການສູນກາງພັກ, ລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະປ້ອງ ກັນຄວາມສະຫງົບຂັ້ນສູນກາງ, ເຂົ້າຮ່ວມມີທ່ານ ຄຳບຸ່ນ ດ້ວງປັນຍາ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສາລະວັນ, ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງພາກໃຕ້ ແລະ ກ. 5, ພ້ອມດ້ວຍຄະນະປະຈຳພັກ ແຂວງ , ກຳມະການພັກແຂວງ, ຫົວຫນ້າພະແນກການອອ້ມຂ້າງແຂວງ ແລະ ເລຂາພັກເມືອງຈາກ 8 ຕົວເມືອງ ທົ່ວແຂວງສາລະວັນ ເຂົ້າຮ່ວມ 70 ກວ່າທ່ານ.     
      ກອງປະຊຸມຄັ້ງນີ້ ໄດ້ສະຫລູບ ຕີລະຄາສະພາບການຈັດຕັ້ງປະຕິ ບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢູ່ 4 ແຂວງ າກໃຕ້ໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງຈຸດສຸມສຳລັບປີ 2013. ຈາກການສະຫລຸບດັ່ງກ່າວ ກອງປະຊຸມເຫັນ ເປັນເອກະພາບ ກັນວ່າ: ປະຈຸບັນສະພາບການ ຂອງໂລກ ແລະ ພາກພື້ນຍັງສືບຕໍ່ ຜັນແປໄປຢ່າງສັບສົນ ແລະ ໄວ ວາພວກຈັກກະພັດ ແລະ ອິດທິກຳ ລັງປໍລະປັກ ຍັງສືບຕໍ່ປະຕິບັດຍຸດ ທະສາດມ້າງເພ ບັນດາປະເທດ ຕ່າງໃນໂລກ
ດ້ວຍຫລາຍຮູບຫລາຍວິທີ, ໃນນັ້ນ ເອົາການຜັນ ປ່ຽນໂດຍສັນຕິ, ການແຊກແຊງ ດ້ານການເມືອງ ຊຶ່ງ ມັນໄດ້ສົ່ງ ຜົນກະທົບ ໂດຍກົງ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງມວນມະ ນຸດ. ຈາກສະພາບການດັ່ງກ່າວ ພາຍ ໃຕ້ການນຳພາຂອງພັກ-ລັດຖະບານກໍຄື ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ, ການນຳ ບັນດາແຂວງ ໄດ້ບຸກບືນປະຕິບັດ 2 ໜ້າທີ່ຍຸທະສາດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ກໍຄືມະຕິກອງປະຊຸມ ວຽງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຄັ້ງ ທີ VII ໃຫ້ປະກົດຜົນເປັນຈິງ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ພວກ ເຮົາຍັງໄດ້ສືບຕໍ່ແກ້ໄຂບັນ ຫາຕ່າງເຊັ່ນວ່າ ການສຶກສາອົບຮົມ ການເມືອງແນວຄິດ, ການກໍ່ ສ້າງຮາກຖານການເມືອງ, ການ ສະ ກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄຸ້ມຄອງ ແລະ ປ້ອງກັນ ພາຍໃນ, ການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ເປັນຕົ້ນແມ່ນ ການຕັດໄມ້ຊະຊາຍ ແລະ ບັນຫາອື່ນໆ ຕ້ອງພ້ອມກັນແກ້ໄຂສະກັດກັ້ນຢ່າງເຂັ້ມງວດ.      
          ສຳລັບທິດທາງປີ 2013 ແມ່ນເລັງໃສ່ອອກແຮງປຸກລະດົມກຳລັງແຮງທົ່ວປວງຊົນດ້ວຍການປະຕິບັດ 2 ໜ້າທີ່ຍຸດທະ ສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮັດ ໃຫ້ 4 ແຂວງພາກໃຕ້ມີຄວາມສະຫງົບ, ມີສະເຖຍລະ ພາບທາງດ້ານການເມືອງດີຂື້ນ, ຕັ້ງໜ້າປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ ໂດຍການຕິດພັນກັບການພັດທະນາ ຊົນນະບົດຮອບດ້ານ ເປັນຕົ້ນແມ່ນສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.      
        ທ່ານ ດຣ. ທອງບັນ ແສງ ອາພອນ ກໍໃຫ້ກຽດໂອ້ລົມ ແລະ ເນັ້ນບາງບັນຫາເປັນຕົ້ນແມ່ນ ບັນຫາດ້ານການເມືອງ, ການຄ້າຂາຍເຖື່ອນ ແລະ ການຂຸດຄົ້ນບໍ່ແຮ່ຊະຊາຍ, ພະນັກງານທຸກຂັ້ນ ຕ້ອງເອົາໃຈໃສ່ຕໍ່ໜ້າທີ່ວຽກງານ ຫ້າມສວຍ ໃຊ້ໜ້າ ທີ່ຕຳແໜ່ງໃນທາງທີ່ບໍ່ຖືກຕ້ອງຕາມການນຳພາຂອງພັກ, ເອົາໃຈໃສ່ການຂຸດຄົ້ນ, ການຄ້າຂາຍເຖື່ອນ, ເກີດຂຶ້ນຢູ່ບ່ອນໃດ ແມ່ນໃຫ້ບ່ອນນັ້ນແກ້ໄຂ, ສຸມໃສ່ການສ້າງກຳລັງພາຍໃນ, ເອົາໃຈໃສ່ຕໍ່ການຊອກຫາສະພາບການ ແລະ ສາເຫດມາແກ້ໄຂໃຫ້ ທັນກັບສະພາບການທີ່ຈະເກີດຂຶ້ນໃນຕໍ່ໜ້າ.

No comments:

Post a Comment