Ad

Ad

3 September 2014

ຜະລິດປາແດກຂາຍຈົນກາຍເປັນຄອບຄົວໂຕແບບດ້ານເສດຖະກິດ



     ການທີ່ມີຄວາມພະຍາຍາມອົດທົນ ແລະ ມີຫົວຄິດປະດິດສ້າງການເຮັດທຸລະ ກິດບໍ່ວ່າຈະເປັນທຸລະກິດຂະໜາດໃດກໍຕາມກໍຈະເຮັດໃຫ້ເຮົາມີຄວາມມັກຮັກໃນ ອາຊີບນັ້ນ ແລະ ມີລາຍຮັບກັບມັນ. ດັ່ງຄອບຄົວທ່ານນາງ ວິໄລ ສິນ ເຕີນຕານ ເຈົ້າຂອງວິສາຫະກິດໂຮງງານຜະລິດປາແດກບ້ານຈອມເພັດເໜືອ ເມືອງສີສັດຕະ ນາກ ນະຄອນຫລວງວຽງຈັນ ເຊິ່ງເລີ່ມຈາກ ເງິນ 10.000 ກີບ ຊື້ ປາແດກໄດ້ 60 ກິໂລ, ແຕ່ມາປັດ ຈຸບັນ ສາມາດຊື້ປາແດກຄັ້ງໜຶ່ງ ຕົກເປັນເງິນ 490 ກວ່າລ້ານກີບ ໄດ້ປາແດກ 98 ໂຕນ ມາປຸງແຕ່ງຂາຍໄດ້ເງິນຫລາຍເຖິງ 1.230 ກວ່າລ້ານກີບ.
     ທ່ານນາງ ວິໄລສິນ ເຕີນຕານ ໃຫ້ຮູ້ວ່າ: ໄລຍະປີ 1989 ຄອບຄົວ ຂອງຕົນສາມາດທ້ອນໂຮມເງິນໄດ້ 10.000 ກີບ ແລ້ວໄປຊື້ປາແດກຢູ່ບ້ານທວຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ປາ ແດກ 60 ກິໂລກຣາມ ເອົາໄປສົ່ງ ແມ່ຄ້າຢູ່ຕະ ຫລາດສວນມອນ, ແຕ່ມາຮອດຕະຫລາດແມ່ຄ້າຊ້ຳພັດໃຫ້ລາຄາ 8.000 ກີບ ຕໍ່ປາ ແດກ 60 ກິໂລກຣາມ ເຫັນວ່າ ຂາດທຶນ ຕົນຈຶ່ງຕັດສິນໃຈໄປນັ່ງຂາຍເອງ ແລະ ການປຸງແຕ່ງປາແດກກໍເລີຍເປັນບັນຫາຍາກ ຫລາຍໃນຕອນນັ້ນ ເພາະວ່າຕົນ ບໍ່ມີປະ
ສົບການຈຶ່ງໄດ້ຖາມຫລາຍຄົນມາປຸງຜິດປຸງຖືກ ຫລາຍຄັ້ງ. ຕົກມາຮອດໄລຍະປີ 1995 ການຂາຍກໍໄປໄດ້ດີ, ແຕ່ ທຶນບໍ່ພຽງພໍ ຈຶ່ງໄດ້ເຂົ້າໄປກູ້ຢືມ ເງິນນຳທະນາຄານສົ່ງເສີມກະສິ ກຳ ຈຳນວນ 20 ລ້ານກີບ ເພື່ອ ນຳໄປຊື້ປາໃນຈຳນວນ 37 ພັນກິ ໂລ, ຈາກນັ້ນການຜະລິດປາແດກ ຈຶ່ງໄດ້ເພີ່ມຂຶ້ນເລື້ອຍໆ.
     ເຈົ້າຂອງໂຮງງານຜະລິດປາແດກ ກ່າວວ່າ: ກ່ອນຈະມາເຖິງທຸກມື້ນີ້ໄດ້ກໍຜ່ານສິ່ງທ້າທາຍຫລາຍປະການ, ແຕ່ສິ່ງທີ່ເຮັດໃຫ້ ຄອບຄົວຂອງຕົນມີກຳລັງໃຈຕໍ່ສູ້ນັ້ນກໍຄືປາແດກເປັນເອກະລັກຂອງລາວມາແຕ່ອະດີດ. ດັ່ງນັ້ນ ຄົນລາວເຮົາມັກຈະນຳເອົາປາ ແດກເພື່ອໄປນຳໃຊ້ເຂົ້າໃນການປຸງແຕ່ງອາຫານ ແລະ ຕົນກໍຄິດ ຢູ່ສະເໝີວ່າ: ຢາກໃຫ້ຜະລິດຕະ ພັນປາແດກສຳເລັດຮູບ ເພື່ອໃຫ້ແມ່ນອາຫານພື້ນເມືອງທີ່ເກີດຈາກພູມປັນຍາຂອງຄົນລາວ. ຈົນມາຮອດປີ 2005 ຕົນຈຶ່ງ ລອງ ເຮັດປາແດກສຳເລັດ ຮູບເພື່ອຂະຫຍາຍຕະຫລາດໃຫ້ກວ້າງຂວາງອອກຕື່ມ, ທົດລອງເຮັດຢູ່ປະມານ 2 ປີ ຈຶ່ງສາມາດສົ່ງອອກຂາຍໄດ້ມີທັງປາ ແດກຕ່ອນ, ປາແດກໜຽວ, ປາແດກຝຸ່ນ ແລະ ຍັງມີປາ ແດກສຳເລັດຮູບເຊິ່ງເປັນປາແດກທີ່ຕົ້ມສຸກແລ້ວພົກພາງ່າຍສາ ມາດເກັບໄວ້ໄດ້ດົນ.
     ມາຮອດປີ 2007, ອຳນາດການປົກຄອງບ້ານ, ພະນັກງານຫ້ອງການອຸດສາຫະກຳ ແລະ ການຄ້າ ໄດ້ລົງມາຊຸກຍູ້ສົ່ງເສີມ ການຜະລິດໃຫ້ກາຍເປັນຄອບຄົວຕົວແບບການຜະລິດເປັນສິນຄ້າ ແລະ ກໍຖືກກັບແນວທາງນະໂຍບາຍຂອງພັກ-ລັດກ່ຽວກັບ ການຊຸກຍູ້ສົ່ງເສີມການຜະລິດສິນຄ້າຈຶ່ງໄດ້ຂໍອະນຸຍາດດຳເນີນກິດຈະ ການ ແລະ ຈົດທະບຽນເປີດເປັນໂຮງງານຜະລິດປາ ແດກເປັນຕົ້ນມາ. ໃນປີ 2013 ໄດ້ຮັບຢັ້ງຢືນໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ທຳອິດຂອງນະຄອນຫລວງວຽງຈັນ. ຕໍ່ມາກໍໄດ້ເລີ່ມອອກວາງສະແດງຜະລິດຕະພັນ ດັ່ງກ່າວຕາມຕະຫລາດນັດ, ສູນການຄ້າ ແລະ ກອງປະຊຸມຕ່າງໆ ເຮັດໃຫ້ມີ ຄົນຮູ້ຈັກຜະລິດຕະພັນສິນຄ້າດັ່ງກ່າວຫລາຍຂຶ້ນ. ດ້ວຍເຫດນັ້ນຈຶ່ງເຮັດໃຫ້ສາມາດສ້າງລາຍຮັບໄດ້ເຖິງ 95 ລ້ານກີບຕໍ່ ເດືອນ ແລະ ປະຕິບັດພັນທະອາກອນໃຫ້ລັດຈຳນວນ 2,4 ລ້ານ ກີບຕໍ່ປີ.
     ປັດຈຸບັນ ຄອບຄົວທ່ານນາງ ວິໄລສິນ ເປັນຄອບຄົວຕົວແບບທາງດ້ານເສດຖະກິດ ແລະ ວັດທະນະທຳດີເດັ່ນຂອງເມືອງ ສີສັດຕະນາກ ແລະ ນະຄອນຫລວງວຽງຈັນ, ເປັນຄອບຄົວອຸດົມສົມບູນ, ມີເຮືອນຢູ່, ມີລົດຂີ່, ເຄື່ອງອຸປະກອນຮັບໃຊ້ພຽງ ພໍທຸກຢ່າງ, ມີອາຊີບໝັ້ນຄົງ, ລາຍຮັບສະເລ່ຍຕໍ່ເດືອນບໍ່ຫລຸດ 20-30 ລ້ານກີບ, ລ້ຽງລູກໄດ້ເຂົ້າໂຮງຮຽນໝົດທຸກຄົນ ແລະ ໄດ້ປະກອບສ່ວນຊ່ວຍເຫລືອສັງຄົມຕາມເງື່ອນໄຂ.

No comments:

Post a Comment