Ad

Ad

3 September 2014

ລະວັງກຸ່ມໂຈນມາໃນຄາບຄົນຮັບໃຊ້



   ປັດຈຸບັນ, ກຸ່ມຄົນບໍ່ດີໄດ້ໃຊ້ ຫລາຍເລ່ຫລ່ຽມເພື່ອສໍ້ໂກງ ຫລື ລັກເອົາຊັບສີນຂອງພົນລະເມືອງ ແລະ ເມື່ອບໍ່ດົນມານີ້, ເຈົ້າ ໜ້າທີ່ ປກສ ນະຄອນຫລວງວຽງຈັນກໍ ສາມາດຈັບໂຈນລັກຊັບຊື່ນາງ ຮຸ່ງ ອາຍຸ 50 ປີຢູ່ບ້ານດົງໝາກ ໄຟເມືອງໄຊພູທອງ ແຂວງສະຫວັນນະເຂດ ເຊິ່ງຜູ້ກ່ຽວໄດ້ໃຊ້ອຸບາຍດ້ວຍການຫາເລາະສະໝັກຂໍເປັນຄົນຮັບໃຊ້ຢູ່ຕາມເຮືອນທີ່ມີຖານະດີ ແລະ ພໍຢູ່ໄດ້ ໄລຍະໜຶ່ງກໍລົງມືລັກເອົາເງິນ ແລະ ຊັບສີນທີ່ມີຄ່າພາຍໃນເຮືອນຢ່າງແນບນຽນແລ້ວເອົາຕົວຫລົບໜີ.
     ນາງ ຮຸ່ງ ຮັບສາລະພາບ ຕໍ່ເຈົ້າໜ້າທີ່ວ່າ: ໄດ້ກໍເຫດໃນ ລັກສະນະດຽວກັນມາແລ້ວ ຫລາຍຄັ້ງ ຢູ່ນະຄອນຫລວງ ວຽງຈັນ ຄື: ນັບແຕ່ທ້າຍປີ 2013 ຕົນໄດ້ສະໝັກເປັນຄົນຮັບໃຊ້ໃນ ເຮືອນຫລັງໜຶ່ງຢູ່ບ້ານຮ່ອງແຊງເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ປະມານອາທິດໜຶ່ງກໍ ໄດ້ລົງມືລັກເອົາແຫວນຄຳ 3 ວົງ ມູນຄ່າ 840 ພັນບາດ (ສະກຸນ ເງິນໄທ), ສາຍຄໍຄຳໜຶ່ງເສັ້ນ ມູນຄ່າ 80 ພັນບາດ, ສາຍແອວ ທອງນາກໜຶ່ງເສັ້ນມູນຄ່າ 68 ພັນ ບາດ, ປະລັກແຂນ ແລະ ປອກ ຂາເດັກນ້ອຍມູນຄ່າ 30 ພັນບາດແລ້ວຫລົບໜີ, ສະໝັກເປັນຄົນ ຮັບໃຊ້ໃນເຮືອນຫລັງໜຶ່ງຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນໄດ້ລັກເອົາສາຍແອວທອງນາກໜຶ່ງເສັ້ນມູນຄ່າ 1 ແສນບາດ, ສາຍຄໍຄຳມູນຄ່າ 70 ພັນບາດ, ກີ້ ສາຍຄໍມູນຄ່າ 45 ພັນ ບາດ, ຕຸ້ມ ຫູມູນຄ່າ 57 ພັນບາດ, ແຫວນ ເພັດມູນຄ່າ 60 ພັນບາດ, ຄຳ ຝລັ່ງມູນຄ່າ 30 ພັນບາດ ແລະ ເງິນສົດ 3 ແສນ
ກີບແລ້ວຫລົບ ໜີ, ສະເປັນຄົນຮັບໃຊ້ໃນເຮືອນຫລັງໜຶ່ງຢູ່ບ້ານວັດໄຕ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກໍໄດ້ລົງມືລັກເອົາເງິນ ເຈົ້າຂອງເຮືອນ 10 ລ້ານກີບ,8 ພັນບາດ, 300 ໂດລາສະຫະລັດ ແລະ ໂທລະສັບໜຶ່ງໜ່ວຍແລ້ວ ຫລົບໜີ, ໄດ້ສະໝັກເປັນຄົນຮັບໃຊ້ໃນເຮືອນຫລັງໜຶ່ງຢູ່ບ້ານສາລາແດງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ກໍໄດ້ ລັກເອົາແຫວນເຈົ້າຂອງເຮືອນ ໜຶ່ງວົງມູນຄ່າ 9 ພັນບາດແລ້ວຫລົບໜີ ແລະ ໄປສະໝັກເປັນຜູ້ຮັບໃຊ້ໃນເຮືອນອີກຫລັງ ໜຶ່ງຢູ່ບ້ານສີເມືອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ 2 ວັນກໍລັກເອົາເງິນເຈົ້າຂອງ ເຮືອນຈຳນວນ 50 ພັນ ບາດແລ້ວເອົາຕົວຫລົບໜີແບບເກົ່າ, ໂດຍ ຊັບສີນທີ່ລັກໄດ້ແຕ່ລະຄັ້ງແມ່ນເອົາໄປຂາຍໃຫ້ຮ້ານຄຳຢູ່ຕະຫລາດເຊົ້າ, ຕົກມາ ຮອດຕົ້ນເດືອນສິງຫາ 2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມກົດໝາຍ.
    ຕໍ່ກໍລະນີນີ້, ເຈົ້າໜ້າທີ່ຈຶ່ງຝາກເຕືອນມາຍັງປະຊາຊົນຈົ່ງມີສະຕິລະວັງຕົວໃນການເກັບຮັກສາຊັບສີນມີຄ່າໃຫ້ດີ ແລະ ການ ທີ່ຈະຮັບເອົາຄົນມາຮັບໃຊ້ໃນຄອບຄົວກໍໃຫ້ສຶກສາປະຫວັດຂອງຄົນທີ່ຈະມາຢູ່ນຳໃຫ້ດີເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນ ບໍ່ດີເໝືອນກັບຄະດີດັ່ງກ່າວ.

No comments:

Post a Comment