Ad

Ad

17 February 2017

ເບິ່ງມາດຕະການ ແລະ ນະໂຍບາຍຕ່າງໆໃນຫວຽດນາມ

ໂດຍ : ວິເສດ ສະແຫວງ ສຶກສາ

ມື້ນີ້ຜູ້ຂຽນໄດ້ສັງລວມກ່ຽວກັບນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຄຸ້ມຄອງລັດຄຸ້ມຄອງສັງຄົມຢູ່ ສສ ຫວຽດນາມ ເຊັ່ນນະໂຍບາຍອະນຸລັກຊ້າງ, ມາດຕະການວ່າດ້ວຍຫລັກການປະພຶດຂອງນັກທ່ອງທ່ຽວ, ນະໂຍບາຍຫລຸດຜ່ອນການໃຊ້ເງິນສົດໃນການເຮັດທຸລະກຳ ແລະ ນະໂຍບາຍສົ່ງເສີມຄົນຫວຽດນາມຢູ່ຕ່າງປະເທດໃຫ້ເຮັດໜ້າທີ່ເປັນທູດວັດທະນະທຳ. ຂໍເລີ່ມຕົ້ນກັບນະໂຍບາຍອະນຸລັກຊ້າງ. ສະ ຖິຕິທາງການຂອງ
ຫວຽດນາມໄດ້ໃຫ້ຮູ້ວ່າ: ຈຳນວນຊ້າງທີ່ຍັງ ເຫລືອຢູ່ຫວຽດນາມນັ້ນມີປະມານ 100 ໂຕ ແລະ ຊ້າງລ້ຽງມີຈຳນວນ 60 ໂຕເທົ່ານັ້ນ ເຊິ່ງສ່ວນຫລາຍອາໄສຢູ່ 3 ແຂວງ ຄື ດາລັກ, ດົງນາຍ ແລະ ເງອານ. ຂ່າວບອກວ່າ: ຊ້າງປ່າທີ່ຍັງເຫຼືອນັ້ນມີຄວາມສ່ຽງສູນພັນສູງ ເນື່ອງຈາກວ່າທີ່ຢູ່ອາໄສທາງທຳມະຊາດຂອງພວກມັນຖືກບຸກລຸກສັບສ່າວ. ນອກນັ້ນ ກໍຍັງມີການລັກລອບລ່າຊ້າງເພື່ອເອົາງາ, ສ່ວນຊ້າງລ້ຽງນັ້ນກໍນັບມື້ເຖົ້າແກ່ຫວິດໄວຈະເລີນພັນ. ຍ້ອນແນວນີ້ເອງ ໃນຊຸມປີຫລັງໆມານີ້ ລັດຖະບານຫວຽດນາມຈຶ່ງໄດ້ວາງນະໂຍບາຍອັນຈຳເປັນເພື່ອອະນຸລັກຊ້າງແຕ່ປີ 2013 ຫາປີ 2020. ຕາມຄຳເຫັນຂອງຊ່ຽວຊານຕ່າງປະເທດ, ບັນຫາທີ່ຮີບດ່ວນເພື່ອອະນຸລັກຊ້າງໃນຫວຽດນາມນັ້ນຕ້ອງເລີ່ມຈາກການປາບປາມການລັກລອບລ່າຊ້າງເພື່ອເອົາງາ, ຮັບປະກັນເຂດທີ່ຢູ່ອາໄສທາງທຳມະຊາດສຳລັບຊ້າງ ແລະ ຄວນປັບປຸງວິທີເບິ່ງແຍງສຸຂະພາບຂອງບັນດາຊ້າງລ້ຽງ, ຫລຸດຜ່ອນການນຳໃຊ້ຊ້າງເພື່ອການທ່ອງທ່ຽວ. ເພື່ອອະນຸລັກຊ້າງແບບຍືນຍົງນັ້ນ, ທາງການກ່ຽວຂ້ອງຂອງຫວຽດນາມໄດ້ຮ່ວມມືກັບອົງການອະນຸລັກສັດປ່າສາກົນກໍຄືອົງການກ່ຽວຂ້ອງພາຍໃນປະເທດຊອກຊ່ອງທາງເພື່ອຫລຸດຜ່ອນບັນຫາຄວາມຂັດແຍ່ງລະຫວ່າງຄົນກັບຊ້າງ ແລະ ການປະຕິບັດກົດໝາຍວ່າດ້ວຍສິ່ງແວດລ້ອມ. ເລື່ອງທີສອງທີ່ຄວນເບິ່ງໄວ້ເປັນບົດຮຽນກໍຄືຂໍ້ກຳນົດວ່າດ້ວຍຫລັກການການປະພຶດຂອງນັກທ່ອງທ່ຽວ ເຊິ່ງໄດ້ພິມເຜີຍແຜ່ຢູ່ນະຄອນໂຮ່ຈີມິງຈຳນວນ 75.000 ສະບັບ ໃນເດືອນມັງກອນປີນີ້ ແລະ ອີກ 75.000 ສະບັບຈະພິມແຈກຢາຍເປັນງວດທີສອງໃນເດືອນມິຖຸນາປີນີ້. ຂໍ້ກຳນົດວ່າດ້ວຍຫລັກການການປະພຶດຂອງນັກທ່ອງທ່ຽວໄດ້ກຳນົດຫລາຍຂໍ້ຫ້າມ ແລະ ຫລາຍຂໍ້ຂໍຮ້ອງເຊັ່ນຂໍຮ້ອງໃຫ້ນັກທ່ອງທ່ຽວປະຕິບັດຕາມລະບຽບກົດໝາຍຂອງຫວຽດນາມ, ເຄົາລົບວັດທະນະທຳຮີດຄອງປະເພນີຂອງທ້ອງຖິ່ນ, ປະຕິບັດກົດລະບຽບຂອງສະຖານທີ່ທ່ອງທ່ຽວກໍຄືສະຖານທີ່ສາທາລະນະຕ່າງໆໃຫ້ກຽດ ແລະ ຊ່ວຍເຫລືອ ຄົນພິການ, ຜູ້ເຖົ້າ, ແມ່ຍິງ ແລະ ເດັກນ້ອຍ. ສ່ວນຂໍ້ຫ້າມນັ້ນໄດ້ແກ່ ຫ້າມບໍລິໂພກ, ຊື້-ຂາຍສັດປ່າ, ຫ້າມໃຊ້ວັດຖຸສິ່ງຂອງທີ່ຕ້ອງຫ້າມ, ຫ້າມທຳລາຍວັດຖຸບູຮານກໍຄືວັດຖຸທາງປະຫວັດສາດ ແລະ ກໍມີຄຳຂໍຮ້ອງດ້ວຍຄວາມສະໝັກໃຈອີກຂໍ້ໜຶ່ງກັບນັກທ່ອງທ່ຽວ ຄືຢ່າກິນ-ດື່ມແບບຟຸມເຟືອຍ ເຮັດໃຫ້ອາຫານເປັນເສດ ເຫລືອຖິ້ມລ້າໆ. ເລື່ອງທີສາມທີ່ໜ້າສົນໃຈກໍຄືທາງການຫວຽດນາມມີນະໂຍບາຍຫລຸດຜ່ອນການໃຊ້ເງິນສົດເຂົ້າໃນການເຮັດທຸລະກຳໃຫ້ຍັງເຫລືອໜ້ອຍກວ່າ 10% ພາຍໃນປີ 2020. ນະໂຍ ບາຍນີ້ມີເປົ້າໝາຍເພື່ອຫລຸດຜ່ອນການພົກພາເງິນສົດສຳລັບໄວ້ໃຊ້ຈ່າຍ, ເພື່ອສົ່ງເສີມການຊຳລະເງິນຜ່ານລະບົບເອເລັກໂຕຣນິກ ແລະ ເພື່ອກຳຈັດບັນຫາຫລົບຫລີກການເສຍພາສີ. ເພື່ອເຮັດໃຫ້ນະໂຍບາຍດັ່ງກ່າວກາຍ ເປັນຈິງທາງການໄດ້ກຳນົດໃຫ້ຮ້ານ ສັບພະສິນຄ້າ ແລະ ຫ້າງຮ້ານ ໃຫຍ່ໆທັງໝົດຮັບການຊຳລະດ້ວຍບັດເຄຼດິດ, ການຊຳລະຄ່ານ້ຳຄ່າໄຟ ແລະ ການບໍລິການດ້ານສື່ສານໂທລະຄົມມະນາຄົມ ຈຳນວນ 70% ຕ້ອງຜ່ານລະບົບເອເລັກໂຕຣນິກ ແລະ ປະມານ 50% ຂອງຄົວເຮືອນໃນບັນດາຕົວເມືອງຈະນຳໃຊ້ການຊຳລະຄ່າທຸລະກຳປະຈຳວັນຜ່ານລະບົບເອເລັກໂຕຣນິກ. ເລື່ອງທີສີ່ສຸດທ້າຍແມ່ນກ່ຽວກັບນະໂຍບາຍຊຸກຍູ້ຄົນຫວຽດນາມຢູ່ຕ່າງປະເທດໃຫ້ເປັນຕົວແທນດ້ານວັດທະນະທຳ ແລະ ຮັດແໜ້ນຄວາມສາມັກຄີຮ່ວມມືລະຫວ່າງຫວຽດນາມກັບຕ່າງປະເທດ. ໃນລະຫວ່າງບຸນປີໃໝ່ຫວຽດນາມປະຈຳປີນີ້, ທ່ານ ຫງວຽນ ທ້ຽນ ເຢິນ ປະທານແນວໂຮມປະເທດຊາດຫວຽດນາມ ໄດ້ພົບປະກັບບັນດາຕົວແທນຄົນຫວຽດນາມ ຢູ່ຕ່າງປະເທດ ໂດຍທ່ານໄດ້ຮຽກຮ້ອງໃຫ້ຊາວຫວຽດນາມເຫລົ່າ ນັ້ນຊ່ວຍອະນຸລັກ ແລະ ເສີມຂະ ຫຍາຍວັດທະນະທຳຮີດຄອງປະເພນີຂອງຊາດໃນຊຸມຊົນຄົນຫວຽດນາມ ກໍຄືຊາວຕ່າງປະເທດ, ປົກປັກຮັກສາເອກະລັກ ແລະ ພາສາຂອງຊາດ, ຮັດແໜ້ນການຮ່ວມມືລະຫວ່າງຫວຽດນາມກັບຕ່າງ ປະເທດ ແລະ ໃຫ້ການຮ່ວມມືໃນການພັດທະນາບັນດາຜູ້ປະກອບການຊາວ ຫວຽດນາມທີ່ລິເລີ່ມເຮັດທຸລະກິດ.

No comments:

Post a Comment