Ad

Ad

17 February 2017

ຮອດປີ 2018 ລາວຈະສາມາດແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໃຫ້ເບົາບາງລົງ

ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ: ປັດຈຸບັນເຖິງວ່າສະພາບການສັນຈອນໃນນະ ຄອນຫຼວງວຽງຈັນຈະມີຄວາມແອອັດຕິດຕໍ່ກັນແກ່ຍາວຫລາຍຂຶ້ນ, ໂດຍສະເພາະຕາມຈຸດສາມແຍກ, ສີ່ແຍກໃນເວລາເລັ່ງດ່ວນສົ່ງຜົນໃຫ້ການສັນຈອນພົບຄວາມຫຍຸ້ງຍາກ ແລະ ບັນຫາອຸປະຕິເຫດກໍນັບມື້ເພີ່ມຂຶ້ນ,ເຊິ່ງສາເຫດຕົ້ນຕໍແມ່ນມາຈາກພາຫະນະເພີ່ມຂຶ້ນສະເລ່ຍປະມານ15% ຕໍ່ປີ, ຄືເຫັນໄດ້ວ່າ: 6 ປີຜ່ານມາສະເພາະຢູ່ນະຄອນຫຼວງວຽງຈັນມີພາຫະນະເພີ່ມຂຶ້ນເກືອບ 8 ແສນຄັນ,
ສ່ວນການພັດທະນາເສັ້ນທາງພັດຍັງຢູ່ໃນຂອບເຂດຈຳກັດບວກກັບການຈອດລົດຊະຊາຍຕາມແຄມທາງມີແຜ່ຫຼາຍ, ຜູ້ຂັບຂີ່ຈຳນວນບໍ່ໜ້ອຍຍັງບໍ່ຕື່ນຕົວປຕິບັດກົດລະບຽບຈະລາຈອນດີເທົ່າທີ່ຄວນ, ຄະນະດຽວດັນການຄຸ້ມຄອງລະບົບການຈະລາຈອນຍັງບໍ່ທັນເປັນລະບົບຄົບຊຸດ, ຊຶ່ງໃນໄລຍະຜ່ານມາມາດຕະການແກ້ໄຂກໍເຮັດໄດ້ພຽງສະ ເພາະໜ້າເທົ່ານັ້ນ, ດັ່ງນັ້ນ ເພື່ອຢາກແກ້ໄຂສະພາບແອອັດດັ່ງກ່າວເປັນໄລຍະຍາວຂະແໜງກ່ຽວຂ້ອງຕ້ອງໄດ້ສຶກສາໃຫ້ລະອຽດເພື່ອສາມາດກຳນົດທາງຂຶ້ນ-ທາງລ່ອງ, ທາງລ້ຽວຂວາ-ລ້ຽວຊ້າຍຄືນໃໝ່,ພ້ອມການປັບປຸງປ້າຍຫ້າມ, ປ້າຍເຕືອນຕ່າງໆ ແລະ ຖ້າຫາກບ່ອນ ໃດຈຳເປັນກໍຈະຕ້ອງໄດ້ຕິດຕັ້ງໄຟອຳນາດເພີ່ມຕາມຈຸດ 3 ແຍກ , 4 ແຍກຕ່າງໆ, ຖ້າຈຳ ເປັນກໍຈະຕ້ອງຈັດສັນໂມງເຂົ້າຮຽນກ່ອນໂມງລັດຖະການ, ເພີ່ມລົດເມສາທາລະນະເພື່ອຫຼຸດຜ່ອນການນຳໃຊ້ລົດສ່ວນຕົວ ແລະ ໃນໄລຍະຍາວກໍຍັງເພີ່ມການລົງທຶນໃສ່ການສ້າງລະບົບຂົນສົ່ງທີ່ດີ, ປັບປຸງພື້ນຖານໂຄງລ່າງເສັ້ນທາງໃຫ້ໄດ້ມາດຕະຖານ, ສ້າງຈຸດບໍລິການຈອດລົດໃນຕົວເມືອງໃຫ້ພຽງພໍ, ຄວບຄຸມການປຸກສ້າງໃກ້ກັບຈຸດ 3 ແຍກ, 4 ແຍກຕາມກົດໝາຍຜັງເມືອງ, ສ້າງຕັ້ງສູນຄວບຄຸມລະບົບຈະລາຈອນ ແລະ ມາດຕະການຈໍາກັດການນໍາເຂົ້າລົດ,ຊຶ່ງຄາດວ່າການຈັດຕັ້ງປະຕິບັດແຜນການດັ່ງກ່າວຈະໃຫ້ສຳເລັດໃນປີ 2018 ແລະ ຊ່ວຍແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໄດ້ໂດຍພື້ນຖານ,

No comments:

Post a Comment