Ad

Ad

17 February 2017

ຄວາມໂປ່ງໃສ່ດ້ານງົບປະມານແມ່ນເງື່ອນໄຂສຳຄັນເພື່ອສ້າງຄວາມເຊື້ອໝັ້ນແກ່ການພັດທະນາປະເທດ

ໃນກອງປະຊຸມໂຕະມົນປະຈຳປີ 2016  ເມື່ອບໍ່ດົນມານີ້ໄດ້ຍົກໃຫ້ເຫັນເນື້ອໃນຂອງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ຂອງປະເທດເຮົາແມ່ນເລັ່ງໃສ່ການຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ແນໃສ່ສົ່ງເສີມການເຕີບໂຕທີ່ມີຄວາມດຸ່ນດ່ຽງ ແລະ ກວມເອົາທຸກພາກສ່ວນ, ທຸກຄົນໄດ້ຮັບປະໂຫຍດ ແລະ ຍືນຍົງ. ແຕ່ແນວໃດກໍຕາມ, ເປົ້າໝາຍການພັດທະນາທີ່ຍືນຍົງຮອດປີ 2030 ໄດ້ສະແດງໃຫ້ເຫັນສິ່ງທ້າທາຍຫລາຍດ້ານທັງພາຍໃນ ແລະ ຕ່າງປະເທດຕໍ່ການ ພັດທະນາເສດຖະກິດ, ສັງ ຄົມຂອງປະເທດເຮົາ, ສະນັ້ນຕ້ອງມີຄວາມພະຍາຍາມຮ່ວມມືກັນຫລາຍຂຶ້ນ ແລະ ຜ່ານ
ມາກໍເຫັນວ່າລັດຖະບານເຮົາກໍໄດ້ເອົາໃຈໃສ່ ຈັດຕັ້ງ ປະຕິບັດ ແຜນພັດທະນາເສດຖະກິດ-ສັງແຫ່ງຊາດ, ໂດຍສະເພາະໃນກອບແຜນງານຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ ເພື່ອແນໃສ່ບັນລຸດັດສະນີໝາຍສາກົນໃນດ້ານການສຶກສາ, ສາທາລະນະສຸກຂອງມະນຸດ, ຊຶ່ງແມ່ນບັນຫາທ້າທາຍຫລາຍທີ່ສຸດໃນບັນດາເງື່ອນໄຂຂອງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະ ນາ. ການລະດົມທຶນຈາກຫລາຍໆແຫລ່ງບວກກັບແຫລ່ງທຶນຂອງປະເທດ, ເພື່ອນໍາໃຊ້ເຂົ້າໃນການພັດ ທະນາແມ່ນມີຄວາມຈໍາເປັນທີ່ສຸດ, ໂດຍສະເພາະໃນໄລຍະທີ່ປະເທດພວມມີການຂາດດຸນງົບປະມານ ແລະ ຄວາມສ່ຽງຂອງເສດຖະກິດມະຫາພາກຕໍ່ກັບການປ່ຽນແປງພາຍນອກ, ຄວາມພະຍາຍາມໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ສິ່ງແວດລ້ອມທີ່ອໍານວຍໃນການດຶງດູດການລົງທຶນແມ່ນມີຄວາມສໍາຄັນທີ່ສຸດ,ເພື່ອຫາວິທີທາງຊຸກຍູ້ສົ່ງເສີມແນວທາງທີ່ເໝາະສົມ, ເພີ່ມທະວີຄວາມໂປ່ງໃສດ້ານງົບປະມານ ແລະ ຄວາມ ຕັ້ງໃຈຂອງບັນດາຄູ່ຮ່ວມພັດທະນາທີ່ຈະສະໜັບສະໜູນການຍົກສູງລະບົບການຄຸ້ມຄອງການເງິນພາກລັດ. ເນື່ອງຈາກວ່າຄວາມໂປ່ງໃສດ້ານງົບປະມານທີ່ມີປະສິດທິພາບແມ່ນເງື່ອນໄຂສໍາຄັນສໍາລັບການສ້າງຄວາມເຊື່ອໝັ້ນອັນແຮງກ້າຕໍ່ປະເທດ ແລະ ແນ່ນອນວ່າສິ່ງນີ້ແມ່ນຈໍາເປັນຕ້ອງມີການປະສານຮ່ວມມືລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ ແລະ ພາກເອກະຊົນໃຫ້ຫລາຍຂຶ້ນ.

No comments:

Post a Comment