Ad

Ad

17 February 2017

ລາວຫາລືການພັດທະນາຜະລິດຕະພັນການທ່ອງທ່ຽວໃຫ້ເຊື່ອມໂຍງກັບພາກພື້ນ


        ວັນທີ 16 ກຸມພານີ້, ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ໂຄງການສະໜັບສະໜູນການລິເລີ່ມການເຊື່ອມໂຍງອາຊຽນ (IAI), ໄດ້ຈັດກອງປະຊຸມສຳມະນາການພັດທະນາຜະລິດຕະພັນການທ່ອງທ່ຽວຂອງ ສປປ ລາວ ໃຫ້ເຊື່ອມໂຍງກັບຜະລິດ ຕະພັນການທ່ອງທ່ຽວຂອງພາກພື້ນ, ຂຶ້ນທີ່ນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຊ່ຽວ ຊານທີ່ປຶກສາຂອງອົງການພັດທະນາປະເທດເຢຍລະມັນ, ພ້ອມດ້ວຍຜູ້ຕາງໜ້າຈາກພາກທຸລະກິດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
          ເພື່ອເປັນການສ້າງເຄືອຄ່າຍ ແລະ ເປັນເວທີປຶກສາຫາລືແລກປ່ຽນຊຶ່ງກັນ ແລະ ກັນລະຫວ່າງພາກລັດ ແລະ ເອກະຊົນ, ຜູ້ຊ່ຽວຊານ ແລະ ບັນດາອົງການຈັດຕັ້ງສາກົນໃນຂະແໜງການທ່ອງທ່ຽວ ເພື່ອເຮັດໃຫ້ຜະລິດຕະ ພັນການທ່ອງທ່ຽວຂອງລາວ ມີການພັດທະນາດີຂຶ້ນ ແລະ ສາມາດເຊື່ອມໂຍງກັບຜະລິດຕະພັນການທ່ອງທ່ຽວຂອງພາກພື້ນຫລາຍຂຶ້ນ.

          ທ່ານຮອງລັດຖະມົນຕີ ມີຄຳເຫັນເປີດກອງປະຊຸມວ່າ: ດັ່ງທີ່ຮູ້ນຳກັນແລ້ວວ່າ ປັດຈຸບັນນີ້, ອຸດສາ ຫະກຳການທ່ອງທ່ຽວ ໄດ້ກາຍເປັນຂະແໜງເສດຖະກິດທີ່ມີການຂະຫຍາຍ ຕົວໄວ ແລະ ຢູ່ໃນອັນດັບທີສອງຂອງໂລກ, ຊຶ່ງຫລາຍປະເທດໃນໂລກ ໄດ້ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ, ຖືເປັນຂະແໜງເສດຖະກິດຕົ້ນຕໍ ເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດ, ເນື່ອງຈາກວ່າການທ່ອງທ່ຽວເປັນການສົ່ງອອກກັບທີ່, ເປັນອຸດສາຫະກຳທີ່ບໍ່ມີຄວັນ, ກະຈາຍລາຍຮັບໃຫ້ທົ່ວສັງຄົມ ແລະ ນຳເງິນ ຕາຕ່າງປະເທດເຂົ້າມາຢ່າງຫລວງຫລາຍ, ຊຶ່ງໃນປັດຈຸບັນຜະລິດຕະພັນການທ່ອງ ທ່ຽວໄດ້ກາຍເປັນບັນຫາຕົ້ນຕໍ ທີ່ເຮັດໃຫ້ນັກທ່ອງທ່ຽວຕັດສິນໃຈເດີນທາງໄປຍັງຈຸດໝາຍປາຍທາງການທ່ອງທ່ຽວໃດໜຶ່ງ, ສປປ ລາວ ເປັນປະເທດທີ່ມີຊາຍແດນຕິດຈອດກັບປະເທດໄກ້ຄຽງ, ມີດ່ານຊາຍແດນສາກົນທັງໝົດ 27 ແຫ່ງ, ສາມາດເອົາວິຊາກັບດ່ານໄດ້ 22 ແຫ່ງ, ມີສະໜາມບິນສາກົນ 4 ແຫ່ງ. ທ່ານຮອງລັດຖະມົນຕີເນັ້ນວ່າ: ແຕ່ຄຽງຄູ່ກັນນັ້ນ ສິ່ງທີ່ຄວນເອົາໃຈໃສ່ແມ່ນຈຳນວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ, ນັກທ່ອງທ່ຽວປະມານ 62% ແມ່ນເດີນທາງມາຈາກປະເທດກຳປູເຈຍ, ຫວຽດນາມ ແລະ ຈີນ, ປະມານ 52% ແມ່ນເດີນທາງມາຈາກປະເທດໄທ, ສຳລັບນັກທ່ອງທ່ຽວສະເພາະແຕ່ ປະເທດເຮົາເອງ ມີພຽງ 37% ເທົ່ານັ້ນ, ດັ່ງນັ້ນ ຈຶ່ງເຫັນວ່າການວາງແຜນພັດທະນາຜະລິດຕະພັນການທ່ອງ ທ່ຽວຂອງ ສປປ ລາວ ໃຫ້ເຊື່ອມໂຍງກັບຜະລິດຕະພັນຂອງບັນດາປະເທດໃກ້ຄຽງນັ້ນ ແມ່ນເປັນບັນຫາສໍາຄັນທີ່ສຸດສໍາລັບອຸດສາຫະ ກຳການທ່ອງທ່ຽວຂອງປະເທດເຮົາ.

No comments:

Post a Comment