Ad

Ad

17 February 2017

ການຄຸ້ມຄອງສະຖານບັນເທິງຍັງເຮັດໄດ້ອ່ອນ

            ພາຍຫລັງເກີດເຫດການໄວລຸ້ນໃຊ້ອາວຸດປືນຍິງປະທະກັນຢູ່ໜ້າຮ້ານບັນເທິງດາວຄໍາ, ບ້ານນາຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ເມື່ອເວລາທ່ຽງຄືນຂອງວັນທີ 15 ກຸມພາຜ່ານມານີ້, ເຮັດໃຫ້ມີຜູ້ເສຍຊີວິດຄາທີ 1 ຄົນ ແລະ ບາດເຈັບອີກ 3 ຄົນ, ຂະນະທີ່ໃນສື່ສັງຄົມອອນລາຍເປັນຕົ້ນ: ເຟສບຸກ (Facebook) ກໍມີຜູ້ຄົນເຂົ້າໄປສະແດງຄໍາເຫັນຕໍ່ເຫດການທີ່ເກີດຂຶ້ນຫລາຍສົມຄວນ, ຊຶ່ງມີທັງຜູ້ສະແດງຄວາມເສຍໃຈຕໍ່ຄອບຄົວ ກໍຄືຍາດພີ່ນ້ອງຜູ້ເສຍຊີວິດ, ຂະນະດຽວກັນກໍຂໍໃຫ້ເຈົ້າໜ້າທີ່
ເລັ່ງນໍາຈັບຕົວໄວລຸ້ນຄູ່ກໍລະນີມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ, ນອກຈາກນີ້ກໍຍັງມີອີກຫລາຍໆຄໍາຄິດເຫັນທີ່ໄດ້ສະແດງຄວາມເປັນຫວ່ງຕໍ່ການຄຸ້ມຄອງບັນດາຮ້ານອາຫານ ແລະ ສະຖານບັນເທິງຕ່າງໆໃນຕົວເມືອງທີ່ເຫັນວ່າພາກສ່ວນກ່ຽວຂ້ອງຍັງເຮັດໄດ້ອ່ອນດ້ານການເຂັ້ມງວດກວດກາການປະຕິບັດລະບຽບຂອງບັນດາຜູ້ປະກອບການເຫລົ່ານັ້ນ, ຊຶ່ງມັນສະແດງໃຫ້ເຫັນຢ່າງຈະແຈ້ງຄື: ບາງແຫ່ງເປີດໃຫ້ບໍລິການເກີນໂມງເວລາ, ບາງແຫ່ງປ່ອຍໃຫ້ໄວລຸ້ນອາຍຸບໍ່ເຖິງກະສຽນເຂົ້າໃຊ້ບໍລິການ, ບາງແຫ່ງສົ່ງສຽງດັ່ງລົບກວນສັງຄົມກໍຄືປະຊາຊົນຢູ່ໃກ້ຄຽງ, ບາງແຫ່ງເປັນແຫລ່ງມົ້ວສຸມຄ້າປະເວນີ, ຢາເສບຕິດ ແລະ ອື່ນໆ, ຈາກສະພາບການຄຸ້ມຄອງທີ່ບໍ່ເຂັ້ມງວດດັ່ງກ່າວຈຶ່ງເປັນຊ່ອງຫວ່າງໃຫ້ເກີດປະກົດການສິ່ງທີ່ບໍ່ດີຕ່າງໆຕາມມາຄື: ເປັນສິ່ງຍຸຍົງໃຫ້ສັງຄົມເກີດການຫລີ້ນກິນຟູມເຟືອຍຫລາຍຂຶ້ນ, ສ້າງຄວາມບໍ່ສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເປັນຕົ້ນ: ເກີດການອາລະວາດຕີກັນ, ຂ້າຟັນລັນແທງເອົາປືນໄລ່ຍິງກັນ ຂອງຊາວໜຸ່ມຢ່າງບໍ່ເກງກົວຕໍ່ລະບຽບກົດໝາຍບ້ານເມືອງຄືດັ່ງພວກເຮົາຮັບຮູ້ ແລະ ໄດ້ເຫັນໃນຜ່ານມາ.
            ຕາມຜູ້ຂຽນໄດ້ຮັບຟັງຄໍາຄິດເຫັນຂອງຫລາຍຄົນກ່ຽວກັບສະພາບການຄຸ້ມຄອງທຸລະກິດຮ້ານອາຫານ-ບັນເທິງຂອງຂະແໜງການກ່ຽວຂ້ອງໃນປັດຈຸບັນນີ້ເຫັນວ່າ: ດ້ານນິຕິກໍາ ຫລື ກໍານົດມາດຕະການຕ່າງໆຂຽນໄດ້ລະອຽດຊັດເຈນ ແລະ ເຂັ້ມງວດຫລາຍ, ແຕ່ດ້ານການຈັດຕັ້ງປະຕິບັດຕົວຈິງແມ່ນຍັງອ່ອນແອ ຍ້ອນວ່າມັນໄດ້ກ່ຽວພັນກັບຫລາຍປັດໃຈ ເຊັ່ນ: ຮ້ານອາຫານ, ສະຖານບັນເທິງ
ບາງແຫ່ງແມ່ນຜູ້ມີອິທິພົນເປັນເຈົ້າຂອງໂດຍກົງ ຫລື ສະໜັບສະໜູນຢູ່ເບື້ອງຫລັງ, ຈຶ່ງເຮັດໃຫ້ການເຂົ້າໄປກວດກາຂອງເຈົ້າໜ້າທີ່ ຫລື ຂະແໜງກ່ຽວຂ້ອງມີຄວາມຫຍຸ້ງຍາກ, ບາງແຫ່ງກໍມີການຈ່າຍເງິນໃຫ້ເບື້ອງເຈົ້າໜ້າທີ່ ຫລື ອໍານາດການປົກຄອງເພື່ອອໍານວຍຄວາມສະດວກຕ່າງໆຕໍ່ທຸລະກິດຂອງຕົນດັ່ງນີ້ເປັນຕົ້ນ. ນອກນີ້ຢູ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ (ສສຂ) ທີ່ສໍາເລັດລົງເມື່ອບໍ່ດົນມານີ້, ສສຂ ໄດ້ສະເໜີໃຫ້ຂະແໜງການກ່ຽວຂ້ອງເພີ່ມທະວີຄວາມເອົາໃຈໃສ່ຄຸ້ມຄອງກວດກາ ແລະ ແກ້ໄຂ ເພາະປັດຈຸບັນຍັງມີຮ້ານອາຫານ ແລະ ຮ້ານບັນເທິງຫລາຍແຫ່ງເຄື່ອນໄຫວບໍ່ສອດຄ່ອງຕາມລະບຽບການ ແລະ ຂັດຕໍ່ປະເພນີວັດທະນາທໍາ ເປັນຕົ້ນ: ຄາລາໂອເກະຊັງຈຽງ, ຮ້ານບັນເທີງ-ຄາລາໂອເກະແມ່ຂອງຢູ່ເມືອງສີໂຄດຕະບອງ, ຮ້ານຄາລາໂອເກະມາໄລວັນຢູ່ເມືອງໄຊເສດຖາ ແລະ ອື່ນໆ.

          ແນວໃດກໍຕາມ, ໃນຕໍ່ໜ້ານີ້ເຫັນວ່າສະພາບເສດຖະກິດ-ສັງຄົມຂອງປະເທດເຮົາຍິ່ງຈະມີການພັດທະນາຂະຫຍາຍຕົວຫລາຍກວ່າເກົ່າ, ແຕ່ຖ້າພວກເຮົາບໍ່ພ້ອມກັນເປັນເຈົ້າການຍົກສູງສະຕິເຄົາລົບລະບຽບກົດໝາຍ ແລະ ບໍ່ມີຄວາມຮັບພິຊອບຕໍ່ໜ້າທີ່ວຽກງານແລ້ວ ກໍຍິ່ງຈະເຮັດໃຫ້ຄວາມຍຸຕິທໍາ, ສີວິໄລ ແລະ ຄວາມສະຫງົບສຸກຂອງປະຊາຊົນ ແລະ ປະເທດຊາດມີຄວາມຫຍຸ້ງຍາກ.

No comments:

Post a Comment