Ad

Ad

3 September 2014

ການກໍ່ສ້າງທາງຫຼວງແຫ່ງຊາດບຸນເໜືອ-ລານຕຸຍມີຄວາມຄືບໜ້າຫລາຍ



    ປັດຈຸບັນນີ້, ການກໍ່ສ້າງທາງຫລວງແຫ່ງຊາດ 1A ບຸນເໜືອ-ລານຕຸຍ ທີ່ແຂວງຜົ້ງ ສາລີ ມີຄວາມຄືບໜ້າແລ້ວ 40 % ພາຍຫລັງດຳເນີນການກໍ່ສ້າງມາພຽງແປດ ເດືອນກວ່າເທົ່ານັ້ນ, ຂະນະທີ່ການກໍ່ສ້າງໃຫ້ສຳເລັດໃນໄລຍະ 54 ເດືອນ.  
         ທ່ານ ອ່ານຄຳ ມະນີຈິດ ຮອງຫົວໜ້າໂຄງການດັ່ງກ່າວ ໃຫ້ສຳພາດໃນວັນທີ 1 ກັນຍານີ້ວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ແມ່ນສໍາເລັດລື່ນແຜນ ການ ກວ່າ 8% ເຖິງວ່າການພັດທະນາຈະຜະເຊີນກັບຄວາມຫຍຸ້ງຍາກເຊັ່ນ: ຝົນຕົກໜັກ, ດິນເຊາະເຈື່ອນທັບທາງ, ການຂົນສົ່ງວັດສະດຸບໍ່ສະດວກ ແລະ ເສັ້ນທາງສ່ວນໃຫຍ່ກໍເປັນ ເຂດພູດອຍ. ຢ່າງໃດກໍຕາມ, ໂຄງ ການດັ່ງກ່າວຍັງຕ້ອງການທຶນເພີ່ມອີກປະມານ 8 ລ້ານໂດ ລາສະຫະລັດ (ເບື້ອງຕົ້ນແມ່ນ 91,5 ລ້ານໂດລາ) ເນື່ອງຈາກມີ ການຂະຫຍາຍທາງເພີ່ມໃນເຂດຕົວເມືອງຈາກ 16 ແມັດມາເປັນ 20 ແມັດ ສະນັ້ນ ພື້ນທີ່ດັ່ງກ່າວ ຈຶ່ງໄດ້ກວມເອົາເສົາໄຟຟ້າ, ລະບົບນ້ຳປະປາລວມທັງການຂະຫຍາຍທາງເພີ່ມຕື່ມອີກຈຳນວນ 460 ແມັດ.   

      ເສັ້ນທາງ 1A ບຸນເໜືອ-ລານຕຸຍເປັນທາງຫລວງແຫ່ງຊາດຍຸດທະສາດສຳຄັນ, ເປັນ ເສັ້ນທາງທີ່ຢູ່ພາກເໜືອສຸດຂອງປະ ເທດມີຄວາມຍາວປະມານ 142 ກິໂລແມັດ, ໂດຍຜ່ານສອງ ເມືອງຂອງແຂວງຜົ້ງສາລີຄື ເມືອງບຸນເໜືອ ແລະ ຍອດອູ, ເຊື່ອມຕໍ່ຊາຍແດນ ສປ ຈີນ. ໂຄງການນີ້ໄດ້ເລີ່ມລົງມືການກໍ່ສ້າງມາຕັ້ງແຕ່ເດືອນທັນວາ 2013 ໂດຍກຸ່ມບໍລິສັດ ກວາງຕຸງ ໄຟຟ້າ ນ້ຳ ຕົກເລກ 3 ສປ ຈີນ ໂດຍໄດ້ ຮັບທຶນກູ້ຢືມຈາກທະນາຄານ ຂາເຂົ້າ-ຂາອອກ ສປ ຈີນ ຈຳ ນວນ95%ຂອງມູນຄ່າ ທັງໝົດ ແລະ ສ່ວນທີ່ເຫລືອແມ່ນທຶນສົມ ທົບຈາກລັດຖະບານລາວ, ເຊິ່ງ ກະຊວງໂຍທາທິການ ແລະ ຂົນ ສົ່ງເປັນຜູ້ຈັດຕັ້ງ ປະຕິບັດ.  
        ເສັ້ນທາງແຫ່ງນີ້ເປັນເສັ້ນ ທາງສຳຄັນເສັ້ນໜຶ່ງລະຫວ່າງ ສອງປະເທດລາວ-ຈີນເມື່ອສ້າງສຳເລັແລ້ວຈະສາມາດປັງປຸງ ການຄົມມະນາຄົມຂົນສົ່ງຂອງ ແຂວງຜົ້ງສາລີໃຫ້ດີຂຶ້ນກວ່າເກົ່າ ແລະ ຈະເປັນແຮງຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ, ປະຊາຊົນກໍຈະໄດ້ຮັບຜົນປະໂຫຍດສູງສຸດລວມທັງເປັນການຮັບໃຊ້ໃຫ້ແກ່ການຄົມມະນາຄົມ, ການຂົນສົ່ງ, ການຄ້າ ແລະ ການລົງທຶນທີ່ສະດວກສະບາຍລະຫວ່າງສອງຊາດນຳອີກ.

No comments:

Post a Comment