Ad

Ad

3 September 2014

​ຊຳຊຸງຈັບລະຫຼາກມອບໂຊກໃຫ້ລູກຄ້າຜູ້ໂຊກດີໃນໂຄງການທ່ຽວສິງກະໂປ 2014

         ວັນທີ 1 ກັນຍານີ້, ບໍລິສັດ ໄທ ຊຳຊຸງ ເອເລັກໂຕນິກປະຈຳ ປະເທດລາວໄດ້ ຈັດພິທີຈັບສະຫຼາກຫາລູກຄ້າຜູ້ໂຊກ ດີທີ່ຈະໄດ້ໄປທົວກັບຊຳຊຸງທີ່ປະເທດສິງກະ ໂປຂຶ້ນ ຢູ່ສູນຊຳຊຸງ LTH ຖະ ໜົນດົງປະລານນະຄອນຫຼວງວຽງຈັນ, ຊຶ່ງເປັນ ໂຄງການຕອບແທນລູກຄ້າຂອງຊຳຊຸງ ເພື່ອໄປຊົມການສະ​ແດງ​ຂອງນັກຮ້ອງຊື່ດັງ ຈາກປະເທດເກົາ ຫຼີເຊັ່ນ: ຄະນະ Big Bang, 2NE1  ​ແລະ SPY ຢູ່ປະ​ເທດ ສິງກະ​ໂປ​ຈຳນວນ 5 ລາງວັນ, ລາງວັນ​ລະ 2 ຄົນ,​ ໂດຍ​ແຕ່​ລະ​ລາງວັນ​ແມ່ນ​ລວມຄ່າ​ໃຊ້​ຈ່າຍ​ຕ່າງໆ​ເຊັ່ນ: ປີ້ ຍົນ​ໄປ​ກັບ​ວຽງ​ຈັນ-ສິງກະ​ໂປ ແລະ ທີ່​ພັກ 3 ວັນ 2 ຄືນ, ຊຶ່ງ​ຈະ​ເດີນທາງ​ໄປ​ໃນ​ລະ​ຫວ່າງ​ວັນ​ທີ 12-14 ກັນຍາ​ນີ້,​ ໂດຍ​ເງື່ອນ​ໄຂ​​ໃນ​ການຊີງລາງວັນດັ່ງກ່າວ ແມ່ນ​ລູກ​ຄ້າ​ຜູ້​ທີ່​ຊື້​ຜະລິດ​ຕະພັນ​ຂອງຊ​ຳຊຸງ​ເຊັ່ນ: samsung Galaxy s5 ຫຼື Galaxy Tab s, ຊຶ່ງ​ລູກ​ຄ້າ​ຈະ​ໄດ້​ຮັບ​ຄູ​ປອງ 1 ໃບ​ເພື່ອຊີງ​ລາງວັນ​ດັ່ງກ່າວ,​ ໂຄງ ການ​ນີ້​ແມ່ນ​ເລີ່​ມ​ແຕ່​ວັນ​
ທີ 1 ຫາ 31 ສິງຫາ 2014  ​​ເຊິ່ງຜູ້​ໂຊກ​ດີ​ 5 ທ່ານ​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້​ມີ​ຄື ພະ​ອາຈານ​ຄຳ​ຜາຍ  ຢູ່ວັດສີ​ສັງວອນ, ນາງ ສີ​ລາພອນ ແກ້ວ ບຸນ​ພາ ຢູ່ບ້ານ​ນາ​ຊາຍ​ທອງ​ໃຕ້, ນາງ ສີ​ ວໍລະ​ວົງ ບ້ານ​ອາມ​ອນ, ທ້າ​ວ ຊາຍ​ຍ້ອຍ​ ​ໄຊ​ຍະ​ລາດ, ບ້ານ​ດົງ​ໂດກ  ​ແລະ ທ້າວ ດຳ​ ກາວ​ສີ ບ້ານ​ໂຊກ​ໃຫຍ່ ​ເຊິ່ງຜູ້​ໂຊກ​ດີ​ທັງ​ໝົດ​ແມ່ນຢູ່​ໃນ​ນະຄອນ ຫຼວງ​ວຽງ​ຈັນ.
   ຜູ້​ຕ່າງ​ໜ້າ​ບໍລິສັດ​ໄທ​ຊຳ​ຊ​ຸງ ປະຈຳ​ປະ​ເທດ​ລາວ​ກ່າວ​ໃນ​ພິທີ​ວ່າ:​ ​ໃນ​ນາມ​ບໍລິສັດ​ຊຳ​ຊຸງ​ປະ ຈຳ​ປະ​ເທດ​ລາວ​ຫວັງ​ຢ່າງ​ຍິງ​ວ່າ​ຜະລິດ​ຕະພັນຊຳ​ຊຸງ ຈະ​ເຮັດ​ໃຫ້​​ທ່ານ​ສະດວກ​ສະບາຍ​ຍິ່ງ​ຂຶ້ນ​ໃນ​ການນຳ​ໃຊ້​ເຕັກ​ໂນໂລ​ຊີໃໝ່ໆ​ທີ່​ເປັນ​ປະ​ໂຫຍ​ດ​ໃນ​ການ​ເຮັດ​ວຽກ ແລະ ການ​ເຄື່ອນ​ໄຫວ​ໃນ​ຊີວິດ​ປະຈຳ​ວັນ ແລະ ຄາດ​ວ່າ​ໃນຕໍ່ ໜ້າ​ນີ້ ຊຳ​ຊຸ​ງຍັງ​ຈະ​ດຳ​ເນີນ​ການ ຈັດກິດຈະກຳ​ອື່ນໆ​ອີກ​​ເພື່ອຄືນ  ກ​ຳ​ໄລ​ໃຫ້​ແກ່​ລູກ​ຄ້າ.

No comments:

Post a Comment