Ad

Ad

3 September 2014

ສົກຮຽນໃໝ່ຜູ້ມີລາຍຮັບຕ່ຳໜັກໃຈກັບຄ່າຮຽນເພີ່ມຂຶ້ນ



     ສົກຮຽນ 2014-2015, ໄດ້ ໄຂຂຶ້ນຢ່າງເປັນເອກະພາບໃນ ຂອບເຂດທົ່ວປະ ເທດໃນມື້ນີ້ ວັນທີ 1 ກັນຍາ 2014 ນີ້, ນັບວ່າເປັນປາງບຸນໃຫຍ່ຂອງນ້ອງນັກຮຽນ ຢູ່ຕາມໂຮງຮຽນປະຖົມ, ມັດທະຍົມຕ່າງໆໃນທົ່ວປະເທດ, ໂດຍນັກຮຽນທຸກຄົນ ໄດ້ເຂົ້າຈົດທະບຽນເສຍເງິນຄ່າຮຽນຕາມ ແຕ່ລະໂຮງຮຽນໄດ້ກຳນົດໄວ້ ແລະ ຂະ ນະດຽວກັນກໍຍັງສ້າງຄວາມໜັກໃຈໃຫ້ກັບ ຄອບຄົວພໍ່ ແມ່ຜູ້ປົກຄອງທີ່ຂາດເຂີນ ແລະ ມີລາຍຮັບຕ່ຳເນື່ອງຈາກວ່າປີນີ້ຄ່າຮຽນບໍ່ວ່າຈະເປັນພາກລັດ ແລະ ເອກະຊົນ ຕ່າງກໍແຂ່ງຂັນ ກັນຂຶ້ນ, ຕາມຂໍ້ອ້າງຕ່າງໆຢ່າງ ບໍ່ມີລະບຽບ ແລະ ບໍ່ຮູ້ວ່າເພີ່ນຈັດ ຕັ້ງປະຕິບັດກັນຄືແນວໃດ. ແຕ່ສ່ວນ ຫຼາຍເຫັນ ວ່າຄ່າຮຽນໃນ ສົກນີ້ ບໍ່ວ່າພາກລັດ ຫລື ເອກະ ຊົນກໍລ້ວນແຕ່ຂຶ້ນລາຄາຕາມແຕ່ລະຊັ້ນຮຽນຄື: ໂຮງຮຽນມັດທະ
ຍົມບໍ່ນາງົວນັບແຕ່ ມ.1 ຂຶ້ນໄປ ຈະຕົກເປັນຜູ້ລະ 200.000 ກວ່າ ກີບຕໍ່ປີ ແລະ ໂຮງຮຽນມັດທະ ຍົມຕອນປາຍຈັນທະບູລີ (ອຸດົມ ເລກ 9) ຈະຕ້ອງຈ່າຍຜູ້ລະ 165.000 ກີບ/ປີ ສຳລັບຄອບຄົວທີ່ມີລູກຫລາຍຄົນເຂົ້າມາຮຽນຢູ່ໂຮງຮຽນແຫ່ງ ນີ້ທາງໂຮງຮຽນຈະມີສ່ວນຫລຸດເພື່ອແບ່ງເບົາໃຫ້ແກ່ການແບກຫາບຂອງພໍ່ແມ່ຜູ້ທີ່ມີລາຍຮັບໜ້ອຍ. ຂະນະດຽວ ກັນຢູ່ ເມືອງສີໂຄດຕະບອງໂຮງຮຽນມັດທະຍົມຕອນຕົ້ນໜອງ ບົວທອງ ຈະຈ່າຍຄ່າຮຽນຊັ້ນ ມ.1-ມ.4 ຕົກເປັນຜູ້ລະ 180.000 ກີບ/ປີ ແລະ ໂຮງຮຽນມັດທະ ຍົມສີໂຄດ ຈະຈ່າຍຄ່າຮຽນ ມ.5-ມ7 ຕົກເປັນຜູ້ລະ 250.000 ກີບ/ປີ ແລະ ບ່ອນອື່ນໆ ກໍມີການເກັບຄ່າຮຽນທີ່ແຕກຕ່າງກັນແຕ່ລະກໍລະນີ, ຄະນະຮັບຜິດຊອບ ສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງ ຈັນໃຫ້ຮູ້ວ່າ: ການຈ່າຍຄ່າຮຽນໃນປີນີ້ສະ ເພາະພາກລັດແມ່ນແຕ່ລະໂຮງຮຽນຈະເປັນຜູ້ກຳນົດເອງ, ສ່ວນພາກເອກະຊົນແມ່ນ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນເປັນຜູ້ກຳນົດໃຫ້, ຖ້າຫາກໂຮງຮຽນໃດຫາກຈ່າຍເງິນເກີນທີ່ທາງ ພະແນກສຶກ ສານະຄອນຫລວງວຽງຈັນກຳນົດໄວ້ຈະໄດ້ສຳຫລວດກວດກາ ແລະ ຕັກເຕືອນຕາມລະບຽບຫລັກການທີ່ສຶກ ສາໄດ້ວາງໄວ້.
     ບັນຫາທັງໝົດນີ້ອາດເປັນ ສ່ວນໜຶ່ງຂອງທ້າທາຍຕໍ່ການຈັດຕັ້ງປະຕິບັດແຜນຍຸດທະສາດ ການສຶກສາເພື່ອໃຫ້ບັນລຸເປົ້າ ໝາຍສະຫັດສະວັດດ້ານການພັດທະນາຂອງຂະແໜງການໃນປີ 2015 ຊຶ່ງບັນຫານີ້ ທ່ານລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ມີບາງຕົວຊີ້ບອກຍັງເປັນສິ່ງທ້າທາຍຫລາຍຕໍ່ການບັນລຸເປົ້າໝາຍສະຫັດສະວັດດ້ານ ການພັດທະນາຂອງຂະແໜງການສຶກສາເປັນຕົ້ນການຄ້າງຫ້ອງ, ການປະລະການຮຽນ ແລະ ການ ຫລອດເຫລືອຂອງນັກ ຮຽນຊັ້ນປະຖົມຄື: ອັດຕາການຄ້າງຫ້ອງຄາດໝາຍຮອດປີ 2015 ໃຫ້ຍັງເຫລືອ 2%, ປັດຈຸບັນຍັງ 6,9% ຄ້າງຫ້ອງຫລາຍ ກວ່າໝູ່ແມ່ນ ຊັ້ນ ປ.1; ທີ່ເປັນສາເຫດໜຶ່ງຂອງການປະລະການຮຽນ ແລະ ໄດ້ ວາງຄາດໝາຍໄວ້ວ່າ: ອັດຕາປະລະການຮຽນ ຮອດປີ 2015 ບໍ່ໃຫ້ມີ, ປັດຈຸຍັງ 5,5% ການປະ ລະກໍຍັງແມ່ນຊັ້ນ ປ.1 ທີ່ເປັນ ບູລິມະສິດຕ້ອງໄດ້ເອົາໃຈໃສ່ແກ້ໄຂ, ຍ້ອນ ແມ່ນສາເຫດຕົ້ນຕໍເຮັດໃຫ້ອັດຕາຫລອດເຫລືອໜ້ອຍລົງ ແລະ ອັດຕາການຫລອດເຫລືອຄາດ​ໝາຍຮອດປີ 2015 ໃຫ້ໄດ້ 95%, ປັດຈຸບັນໄດ້ແລ້ວ 77,5% ບັນຫານີ້ເປັນສິ່ງທ້າທາຍຫລາຍກວ່າໝູ່ ແລະ ເປັນບູລິມະສິດທີ່ຈະໄດ້ເອົາໃຈໃສ່ແກ້ໄຂ ຢ່າງເອົາການເອົາງານ.

No comments:

Post a Comment