Ad

Ad

2 September 2014

ລາວຫາລືກະກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ VIII



    ໃນວັນທີ 1 ກັນຍານີ້, ຄະນະກຳມະການລະດັບຊາດກະກຽມໃຫ້ແກ່ກອງ ປະ ຊຸມລັດຖະມົນຕີ ສຶກສາອາຊຽນຄັ້ງທີ VIII ໂດຍ ສປປ ລາວ, ໄດ້ຮັບກຽດເປັນ ເຈົ້າພາບຈະຈັດຂຶ້ນໃນວັນທີ 8 -13 ກັນຍາ 2014 ຢູ່ນະຄອນຫຼວງວຽງຈັນ, ຮ່ວມ ກັນປຶກສາຫາລືກ່ຽວກັບຄວາມພ້ອມໃນແຕ່ລະໜ້າວຽກຂອງອານຸກຳມະການທີ່ຈະ ຮັບໃຊ້ກອງປະຊຸມດັ່ງກ່າວ, ໂດຍການເປັນປະ ທານ ຂອງທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງສຶກສາທິ ການ ແລະ ກິລາ, ມີ ບັນດາລັດຖະມົນຕີຊ່ວຍ, ຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງ ພ້ອມພຽງ.
     ກອງປະຊຸມໄດ້ສຸມໃສ່ປຶກສາຫາລືບັນຫາສຳຄັນເຊັ່ນ: ຄວາມພ້ອມທາງດ້ານເນື້ອໃນກອງປະຊຸມໂດຍສະເພາະແມ່ນ ຮ່າງ ວາລະ ແລະ ບົດກ່າວເປີດ ກອງປະຊຸມ, ການກະກຽມດ້ານວຽກງານພິທີການ, ວຽກງານຂົນສົ່ງ, ງົບປະມານ, ສາທາລະ ນະສຸກ, ການໂຄສະນາ, ສິລະປະ ແລະ ອື່ນໆ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມ, ໂດຍລວມເຫັນວ່າແຕ່ລະອານຸກຳມະການ ທີ່ໄດ້ຮັບການ ແຕ່ງຕັ້ງມອບໝາຍຈາກຄະນະກຳມະການລະດັບຊາດແມ່ນມີຄວາມພ້ອມໃນທຸກໜ້າວຽກເກືອບ 100%.

    ໃນໂອກາດດັ່ງກ່າວ,   ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ດຣ ພັນຄຳ ວິພາ ວັນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດາອານຸກຳມະການທີ່ໄດ້ຕັ້ງໜ້າເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານ ທີ່ໄດ້ຮັບມອບໝາຍ, ພ້ອມທັງສະເໜີໃຫ້ແຕ່ລະອະນຸກຳມະການສືບຕໍ່ນຳ ເອົາຄຳຄິດຄຳເຫັນຂອງກອງປະຊຸມປຶກສາ ຫາລືຄັ້ງ ນີ້ ໄປຜັນຂະຫຍາຍປັບປຸງ ແລະ ແກ້ໄຂໃນ ໜ້າວຽກບາງຈຸດທີ່ເຫັນວ່າຍັງບໍ່ທັນເຮັດໄດ້ດີເພື່ອຮັບປະກັນໃຫ້ ການເປັນເຈົ້າ ພາບກອງປະຊຸມລັດຖະມົນສຶກສາອາຊຽນຂອງ ສປປ ລາວ ຄັ້ງນີ້ມີຜົນສຳເລັດຈົບງາມ, ເຊິ່ງກອງປະຊຸມຄັ້ງນີ້, ຈະໄດ້ມີການ ປຶກສາຫາລືພິຈາ ລະນາບັນຫາສຳຄັນ ເປັນຕົ້ນ: ການປະເມີນ ແລະ ກວດກາຄືນບັນດາໜ້າວຽກທີ່ໄດ້ຕົກລົງຮ່ວມກັນ ຢູ່ໃນ ແຜນວຽກ 2010-2015, ລາຍງານຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດແຜນວຽກ ໃນໄລຍະຜ່ານມາ, ໂດຍສະ ເພາະມີ ໜ້າວຽກໃດແດ່ທີ່ປະເທດສະມາຊິກໄດ້ຈັດຕັ້ງປະຕິບັດສຳ ເລັດ ແລະ ສິ່ງກີດຂວາງທີ່ເຮັດໃຫ້ມີການຊັກຊ້າບໍ່ສາມາດປະຕິບັດ ໄດ້, ການກຳນົດວິໄສທັດ ແລະ ທິດທາງການພັດທະນາ ຂອງຂະແໜງການສືກສາໃນ ກອບອາຊຽນພາຍຫລັງປີ 2015, ໂດຍເ ນັ້ນໃສ່ການພັດທະນາກົນໄກ ແລະ ວິທີການສົ່ງເສີມການ ຮຽນ-ການສອນ ແລະ ນຳໃຊ້ພາສາຂອງບັນດາປະເທດສະມາຊິກອາ ຊຽນນຳກັນໃນກຸ່ມນັກສຶກສາ ແລະ ໄວໜຸ່ມໃຫ້ຫລາຍຂຶ້ນ ແລະ ປຶກສາຫາລືຮ່ວມກັນໃນການຈັດລຽງບູລິມະສິດເພື່ອ ສ້າງ ແຜນ 5 ປີ 2016 - 2020 ໃຫ້ສຳເລັດ, ເນື່ອງຈາກວ່າແຜນ 5 ປີທີ່ຈັດ ຕັ້ງປະຕິບັດໃນປັດຈຸບັນຈະສິ້ນ ສຸດລົງໃນປີ 2015 ນີ້. ນອກຈາກນີ້, ຍັງມີກອງປະຊຸມອື່ນໆສຳ ຄັນຄື: ກອງປະຊຸມເຈົ້າໜ້າທີ່ອາ ວຸໂສສຶກສາອາຊຽນຄັ້ງທີ IX, ກອງປະຊຸມເຈົ້າ ໜ້າທີ່ອາວຸໂສສຶກສາອາຊຽນ+3 ຄັ້ງທີ V, ກອງປະຊຸມເຈົ້າໜ້າທີ່ອາວຸໂສສຶກສາອາຊຽນໃນກອບອີເອ ເອັສ (EAS) ຄັ້ງທີ III, ກອງປະຊຸມລັດຖະມົນຕີສຶກສາອາຊຽນ+3 ແລະ ກອງປະຊຸມລັດຖະມົນຕີສຶກສາອາຊຽນໃນກອບອີເອ ເອັສ (EAS) ຄັ້ງທີ II, ເຊິ່ງຈະມີ ຄະນະຜູ້ແທນຈາກ 18 ປະເທດ ແລະ 4 ກອງເລຂາສາກົນເຂົ້າຮ່ວມ.


No comments:

Post a Comment