Ad

Ad

2 September 2014

ນະຄອນຫລວງວຽງຈັນໄຂສົກຮຽນໃໝ່ດ້ວຍບັນຍາກາດຟົດຟື້ນ



     ວັນທີ 1 ກັນຍານີ້, ຢູ່ເດີ່ນສະໂມສອນໂຮງຮຽນມິດຕະພາບວຽງຈັນ-ໂຮ່ຈິມິນ ນະຄອນ ຫລວງວຽງຈັນ, ໄດ້ຈັດໃຫ້ ມີພິທິໄຂສົກຮຽນໃໝ່ 2014-2015 ດ້ວຍບັນ ຍາກາດເບີກບານມ່ວນຊື່ນ ແລະ ຟົດຟື້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ. ສິນລະວົງ ຄຸດໄພທູດ ເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ຊົມພູ ແກ້ວ ປັນຍາຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ພ້ອມ ດ້ວຍເຈົ້າເມືອງ, ຮອງເຈົ້າ ເມືອງ, ທ່ານຜູ້ອຳນວຍການໂຮງຮຽນອ້ອມຂ້າງທັງພາກ ລັດ ແລະ ເອກະຊົນ ແລະ ນ້ອງໆນັກຮຽນເຂົ້າຮ່ວມເປັນຈຳນວນຫລາຍ.
     ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງຈັນໄດ້ກ່າວລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານສຶກສາ ແລະ ກິ ລາສົກຮຽນຜ່ານມາ ແລະ ທິດ ທາງແຜນການສົກຮຽນໃໝ່ 2014-2015 ໂດຍໄດ້ຍົກໃຫ້
ເຫັນ ວ່າ: ປັດຈຸບັນນີ້ນະຄອນຫລວງ ວຽງຈັນມີໂຮງຮຽນທັງໝົດ 915 ແຫ່ງ ລວມທັງພາກລັດ ແລະ ເອກະຊົນ, ໃນນີ້ໂຮງ ຮຽນລ້ຽງເດັກ ແລະ ອະນຸບານ 262 ແຫ່ງ, ໂຮງຮຽນປະຖົມ 501 ແຫ່ງ ແລະ ໂຮງຮຽນມັດທະ ຍົມ 152 ແຫ່ງ, ທຽບໃສ່ ປີຜ່ານມາເພີ່ມຂຶ້ນ 29 ແຫ່ງ, ມີນັກຮຽນ 182.364 ຄົນ ແລະ ມີຄູ-ອາຈານທັງໝົດ 9.261 ຄົນ. ໂດຍລວມແລ້ວວຽກງານ ການສຶກສາທົ່ວນະຄອນຫລວງ ວຽງຈັນ ໄດ້ມີການຂະຫຍາຍ ຕົວນັບທັງດ້ານປະລິມານ ແລະ ຄຸນນະພາບຖ້າທຽບໃສ່ສົກ ຮຽນ ປີກ່ອນເປັນຕົ້ນແມ່ນ: ໂຮງຮຽນ, ຫ້ອງຮຽນ, ນັກຮຽນ ແລະ ຄູ ສອນໄດ້ເພີ່ມຂຶ້ນ, ການ ສຶກສາໄດ້ຮັບການພັດທະນາ ຕາມ 3 ລັກ ສະນະ ແລະ 5 ຫລັກມູນຂອງ ການສຶກສາ, ມີຫລາຍໂຄງການ ໄດ້ຈັດຕັ້ງຢູ່ບັນດາ ບ້ານ, ກຸ່ມບ້ານ ແລະ ບັນດາ ເມືອງເຮັດໃຫ້ ການເຂົ້າຮຽນຂອງນັກຮຽນແຕ່ລະກຸ່ມເປົ້າໝາຍມີໂອກາດໄດ້ ຮຽນຫລາຍຂຶ້ນຄື ໃນສົກຮຽນ 2013-2014 ກຸ່ມນັກຮຽນກ່ອນ ໄວຮຽນ, ຊັ້ນປະຖົມ ແລະ ມັດ ທະຍົມ; ນັກຮຽນລ້ຽງເດັກອະ ນຸບານ ແລະ ຫ້ອງກຽມປະຖົມ ມີ 30.971 ຄົນ, ເພີ່ມຂຶ້ນ 2.498 ຄົນ ເທົ່າກັບ 8,77%; ນັກຮຽນປະຖົມ ມີ 71.309 ຄົນ, ເພີ່ມຂຶ້ນ 592 ຄົນ ເທົ່າກັບ 0,83%; ນັກຮຽນມັດທະ ຍົມ ມີ 80.084 ຄົນ, ເພີ່ມຂຶ້ນ 1.815 ຄົນ ເທົ່າກັບ 2,31% ໃນນີ້ ມັດທະ ຍົມຕອນຕົ້ນ 51.577 ຄົນ ແລະ ມັດທະຍົມຕອນປາຍ 28.507 ຄົນ, ເຊິ່ງມັນສະແດງ ອອກໃຫ້ເຫັນໃນຕົວຊີ້ບອກທາງ ດ້ານການສຶກ ສາເຊັ່ນ: ອັດຕາ ການເຂົ້າຮຽນເດັກກ່ອນໄວຮຽນ 3-5 ປີ ເທົ່າກັບ 67,31% ທຽບໃສ່ ສົກປີຜ່ານມາ ເພີ່ມຂຶ້ນ 6,44%; ອັດຕາເຂົ້າຮຽນໃໝ່ ປ.1 ຜ່ານ ອະນຸບານ ຫລື ຫ້ອງກຽມເທົ່າ 76,6% ທຽບໃສ່ສົກຜ່ານມາເພີ່ມ ຂຶ້ນ 2,6%; ອັດຕາເຂົ້າ ຮຽນສຸດ ທິຊັ້ນປະຖົມບັນລຸໄດ້ 99,84% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 0,07%; ອັດຕາມຄ້າງຫ້ອງ ປ.1 ເທົ່າກັບ 6,17% ທຽບໃສ່ສົກຜ່ານ ມາຫລຸດລົງ 0,93%; ອັດຕາຄ້າງ ຫ້ອງຊັ້ນປະຖົມ 3,77% ທຽບໃສ່ ສົກຜ່ານມາຫລຸດລົງ 0,13%; ຜົນ ສອບເສັງຈົບຊັ້ນ ປ.5 ໃນສົກ ຮຽນຜ່ານມາບັນລຸ 99,80% ເພີ່ມ ຂຶ້ນ 0,2%; ອັດຕາປະລະ ປ.1 ເທົ່າກັບ 4,1% ທຽບໃສ່ສົກຜ່ານ ມາຫລຸດລົງ 0,5%; ອັດຕາປະ ລະຊັ້ນປະຖົມ ປ.1-ປ.5 ເທົ່າກັບ 1,8%ທຽບໃສ່ສົກຜ່ານມາຫລຸດ ລົງ 0,1%; ອັດຕາຫລອດເຫລືອ ຮອດ ປ.5 ເທົ່າກັບ 93,4% ເພີ່ມ ຂຶ້ນ 0,8%; ອັດຕາເຂົ້າຮຽນ ລວມຊັ້ນ ມ.ຕົ້ນ 92,43% ທຽບ ໃສ່ສົກຜ່ານມາເພີ່ມຂຶ້ນ 2,60%. ໃນນັ້ນນັກຮຽນ ມ.4 ທີ່ສອບເສັງ ໄດ້ທັງໝົດ 11.228 ຄົນເທົ່າກັບ 98,35%; ນັກຮຽນ ມ.7 ທີ່ສອບ ເສັງໄດ້ທັງໝົດ 8.582 ຄົນ ເທົ່າ ກັບ 98,87%.
     ສຳລັບສົກຮຽນ 2014-2015 ນີ້, ທາງພະແນກສຶກສາທິການ ແລະ ກິລາ ນະຄອນຫລວງ ຍັງ ໄດ້ວາງທິດທາງເພື່ອສືບຕໍ່ ສຶກສາອົບຮົມການເມືອງແນວຄິດໃຫ້ ແກ່ພະນັກງານ, ຄູ-ອາຈານ ແລະ ນັກຮຽນໃຫ້ເປັນປົກະຕິ; ສືບຕໍ່ ຈັດຕັ້ງການຮຽນ-ການສອນບຳລຸງທິດສະດີການເມືອງ-ການປົກຄອງຊັ້ນຕົ້ນຊຸດທີ IV ໃຫ້ແກ່ພະ ນັກງານຫລັກແຫລ່ງ ແລະ ສືບທອດໃຫ້ສຳ ເລັດຕາມແຜນການ; ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະໃຫ້ແກ່ພະ ນັກງານບໍລິຫານຄຸ້ມຄອງ, ຄູ- ອາຈານໃຫ້ມີ ວຸດທິການສຶກສາ ແລະ ມີຄຸນນະພາບດີຂຶ້ນເທື່ອ ລະກ້າວດ້ວຍຮູບການຈັດເຝິກ ອົບຮົມ ຫລື ສົ່ງໄປຮຽນໄລຍະ ສັ້ນ ແລະ ໄລຍະຍາວ ; ສືບຕໍ່ສົ່ງ ເສີມຂະຫຍາຍໂຮງຮຽນລ້ຽງ ເດັກ ແລະ ໂຮງຮຽນອະນຸບານ ທັງພາກລັດ ແລະ ເອກະຊົນ, ໂດຍສະ ເພາະເຂດທີ່ບໍ່ທັນມີ; ປັບ ປຸງສູນວິຊາຊີບ ແລະ ໂຮງຮຽນ ອາຊີວະສຶກສາໃຫ້ສາມາດຮັບ ນັກຮຽນໃຫ້ໄດ້ຫລາຍຂຶ້ນ, ພ້ອມ ດຽວກັນນັ້ນກໍເອົາໃຈໃສ່ ເຝິກອົບຮົມຍົກລະດັບສີມືແຮງ ງານໃຫ້ແກ່ກຳມະກອນ, ນາຍ ຊ່າງ ແລະ ຜູ້ບໍລິຫານດ້ວຍຮູບການ ທີ່ເໝາະສົມ; ສົມທົບກັບ ອົງການຈັດຕັ້ງສັງຄົມປະກອບ ສ່ວນຊ່ວຍເຫລືອທຶນຮອນເຂົ້າ ໃນການກໍ່ສ້າງ, ສ້ອມແປງໂຮງຮຽນ ໃຫ້ຈົບງາມ ແລະ ໝັ້ນຄົງ ຕໍ່ໄປ; ສືບຕໍ່ນຳພາການຈັດຕັ້ງ ປະຕິບັດທິດຊີ້ນຳ 3 ສ້າງໂດຍ ສະເພາະ 10 ບ້ານຂອງ 3 ເມືອງທົດ ລອງໃຫ້ມີຜົນສຳເລັດ; ສືບຕໍ່ ຕິດຕາມຊຸກຍູ້ການປະຕິບັດໂຄງການສ້າງໂຮງຮຽນຕົວແບບຄຸນນະພາບ  31 ແຫ່ງໃຫ້ສຳເລັດ ແລະ ສາມາດປະກາດໃນປີ 2015; ປັບປຸງໂຮງຮຽນປະຖົມ ທີ່ມີນັກຮຽນບໍ່ຫລາຍໃຫ້ເປັນ ໂຮງຮຽນອະນຸບານ ແລະ ເປັນ ສູນເຝິກອົບຮົມວິຊາຊີບໄລຍະ ສັ້ນຕາມທິດຊີ້ນຳຂອງກະຊວງ ສຶກສາທິການ ແລະ ກິລາ ແລະ ກະກຽມເຂົ້າຮ່ວມກິລາແຫ່ງ ຊາດຄັ້ງທີ X ທີ່ແຂວງອຸດົມໄຊ ໃນທ້າຍປີ 2014ນີ້ ໃຫ້ມີຜົນສຳເລັດສູງ.

No comments:

Post a Comment