Ad

Ad

2 September 2014

ສາທາກຽມພ້ອມຮັບໃຊ້ກອງປະຊຸມໄອປາ



        ວັນທີ 1 ກັນຍານີ້ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມທົບທວນ ຄືນ ໃນການກຽມຄວາມພ້ອມຮັບໃຊ້ກອງປະຊຸມສະມັດຊາລັດຖະສະພາສະຫວ່າງຊາດ ອາຊຽນ ຫຼື ໄອປາ(AIPA) ຄັ້ງທີ 35 ຊຶ່ງລາວໄດ້ຮັບກຽດ ເປັນເຈົ້າພາບຈະຈັດຂຶ້ນ ລະຫວ່າງວັນທີ 14-19 ກັນຍານີ້, ຢູ່ ນະຄອນຫຼວງວຽງຈັນ, ກອງປະຊຸມພາຍໃຕ້ ການເປັນປະທານຂອງທ່ານ ດຣ ນາງ  ອິນ ລາວັນ ແກ້ວບຸນພັນ, ລັດຖະມົນຕີຊ່ວຍ ວ່າການກະຊວງສາທາລະນະ ສຸກ, ມີບັນດາຫົວໜ້າກົມ, ພ້ອມດ້ວຍ 10 ໜ່ວຍງານ ຮັບໃຊ້ກອງປະຊຸມດັ່ງກ່າວເຂົ້າຮ່ວມ.
      ທ່ານ ລັດຖະມົນຕີຊ່ວຍ ກ່າວໃນກອງປະຊຸມວ່າ: ພາຍຫຼັງທີ່ໄດ້ຮັບມອບ ໝາຍໃຫ້ເປັນໜ່ວຍງານສຸຂະພາບເພື່ອຮັບໃຊ້ກອງປະຊມໄອປາທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນກາງເດືອນກັນຍານີ້ ທາງກະຊວງສາທາລະນະສຸກກໍໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບ ແລະ ເຝິກແອບ, ມາຮອດປັດຈຸບັນຖືວ່າສາທາມີຄວາມ ພ້ອມແລ້ວທີ່ຈະຮັບໃຊ້ກອງປະຊຸມດັ່ງກ່າວ ແລະ ເພື່ອໃຫ້ມີຄວາມເຂົ້າໃຈ ໃນໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ເພື່ອຄວາມ
ສະດວກໃນການປະສານງານໃນລະຫວ່າງການປະຕິບັດໜ້າທີ່, ດັ່ງນັ້ນ, ກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ທົບທວນ ຄືນລະ ອຽດໃນໜ້າທີ່ຮັບຜິດຊອບຂອງແຕ່ລະໜ່ວຍ ງານ, ເພື່ອບໍ່ໃຫ້ມີຄວາມຜິດ ພາດໃນການພົວພັນປະສານງານສະຫວ່າງໜ່ວຍ ງານເພື່ອຕະລຸມບອນຮັບໃຊ້ກອງປະຊຸມ ດັ່ງ ກ່າວໃຫ້ປະສົບຜົນສຳເລັດຕາມໜ້າທີ່ທີໄດ້ຮັບມອບໝາຍ ແລະ ເພື່ອໃຫ້ຕ່າງປະ ເທດເຫັນໄດ້ວ່າປະເທດລາວມີຄວາມພ້ອມ ທຸກດ້ານໃນການເປັນເຈົ້າພາບຈັດກອງປະຊຸມໄອປາໃນຄັ້ງນີ້.
   ລັດຖະມົນຕີຊ່ວຍກ່າວວ່າ: ໂດຍລວມແລ້ວການຮັບໃຊ້ກອງປະຊຸມດັ່ງກ່າວແມ່ນໃຫ້ຮັບປະ ກັນໄດ້ 4 ຈຸດປະສົງຕົ້ນຕໍຄື ຮັບ ປະກັນໄດ້ການປິ່ນປົວໃນເວລາສຸກເສີນ, ອະນາໄມ-ກັນພະຍາດ ໃຫ້ມີຄວາມປອດໄພ, ຮັບປະກັນໄດ້ອາຫານການກິນ ທີ່ຮັບໃຊ້ຜູ້ເຂົ້າຮ່ວມກອງປະຊຸມມີຄວາມປອດໄພ ແລະ ມີການສານງານ ທີ່ດີໃນການປະຕິບັດໜ້າທີ່ຮັບໃຊ້ກອງປະຊຸມຄັ້ງນີ້.

No comments:

Post a Comment