Ad

Ad

2 September 2014

ລາວຈະສ້າງສູນເຕືອນໄພພິບັດ ທາງທຳມະຊາດໃນປີ 2015


     ທ່ານ ຫຸມພັນ ອິນ​ທະລາ​ດ ລັດ ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ​ ໃນ​ຖານະ​​ເປັນປະ ທານກອງ​ປະຊຸມ​ສາມັນ​ປະ​ຈຳປີ​ຂອງ​ອະນຸ​ກຳມະການ​ອາ​ຊຽນດ້ານ​ອຸຕຸນິຍົມ ​ແລະ ທໍລະນີ​ຟີຊິກ​ຄັ້ງທີ 36 (Sub​Commit tee on Meteo rology and Geophysics: SCM G) ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 1-3 ກັນຍາ​ນີ້, ຢູ່ນະຄອນ​ຫລວງ​ວຽງ​ຈັນ​ ກ່າວ​ວ່າ: ລາວ​ເປັນ​ປະ​ເທດ​ໜຶ່ງ​ທີ່​ໄດ້​ຖື​ເອົາ​ວຽກ​ງານ​ດ້ານ​ອຸຕຸນິຍົມ ​ແລະ ທໍລະນີ​ຟີຊິກເປັນ​ວຽກ​ງານ​ທີ່​ສຳຄັນ​ ເພື່ອ​ເປັນ​ການ​ເສີມ​ຂະຫຍາຍ​ຄວາມ​ອາດ​ສາມາດ​ຂອງ​ການ​ບໍລິການ​ຂໍ້​ມູນ​ຂ່າວສານອຸຕຸນິຍົມ ​ແລະ ທໍລະນີ​ຟີຊິກ,​ ປົກປັກ​ຮັກສາ​ຊີວິດ ແລະ ຊັບ​ສິນ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ບັນດາ​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ການບິນ, ກະ ສິກຳ, ການທ່ອງທ່ຽວ ​ແລະ ການພັດທະນາເສດຖະກິດ-ສັງ ຄົມ. ສະນັ້ນ, ການ​ສ້າງຕັ້ງສູນ​ເຕືອນ​ໄພພິບັດ​ທຳ​ມະ​ຊາດ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ເພື່ອສະ ໜັບສະໜູນ​ຄວາມ​ຕ້ອງການ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ ຊຽນ​ໃນ​ຂົງ​ເຂດ​ອຸຕຸນິຍົມ, ແຜ່ນ​ດິນ​
ໄຫວ, ພູ​ເຂົາ​ໄຟ ​ແລະ ບັນ ຫາ​ສິ່ງ​ແວດ​ລ້ອມ​ອື່ນໆ​, ແນໃສ່​​ສ້າງ​ຄວາມ​ເຂັ້ມ​ແຂງ​ແກ່ປະເທດສະ ມາຊິກ ແລະ ສູນ​ເຕືອນ​ໄພພິບັດ ທຳມະຊາດຂອງ ລາວ ຈະສ້າງ​ຂຶ້ນ​ໃນ​ປີ 2015 ນີ້.
     ໄພທຳ​ມະ​ຊາດເປັນ​ໄພ​ຄຸກ​ຄາມ​ໃໝ່ ທີ່​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ທົ່ວໂລກໃຫ້​ຄວາມ​ສຳຄັນ ​ເນື່ອງຈາກ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສະ​ເພາະ​ປີ 2014 ນີ້ ປະ​ເທດ​ໃນ​ສະມາຊິກ​ອາ​ຊຽນ​ໂດຍ​ສະ​ເພາະ ປະ​ເທດ​ໄທ, ຫວຽດນາມ, ມຽນ ມາ, ກ​ຳປູ​ເຈຍລວມທັງ ສປປ ລາວ ຕ່າງ​ກໍ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ໄພພິບັດ​ນ້ຳ​ຖ້ວມ. ຈາກ​ ການ​ລາຍ​ງານ​ຄວາມ​ສ່ຽງ​ເກີດ​ໄພ​ທຳ​ມະ​ຊາດ​ຂອງ​ທະນາຄານ​ໂລກ ລະບຸ​ວ່າ: ປະ​ເທດ​ລາວ​ເປັນ​ປະ​ເ​ທດທີ່​ສ່ຽງ​ຕໍ່​ໄພ​ທຳ​ມະ​ຊາດ​ລະດັບ​ສູງ ​ເນື່ອງ​ຈາກ​ຢູ່​ໃນ​ເຂດ​ມໍ​ລະ​ສຸມ ​ແລະ ມີ​ພາ​ຍຸປິ່ນ​ອ້ອມເຂດ​ຮ້ອນ​ທີ່​ກໍ່​ຕົວ​ຈາກ​ທະ​ເລ​ຈີນ​ໃຕ້ ຫລື ມະຫາ​ສະໝຸ​ດປາຊີ​ຟິກພັດ​ຜ່ານ​ເປັນ​ປະຈຳ. ອີກ​ດ້ານ​ໜຶ່ງ ພູມ​ສາດ​ປະ​ເທດ​ລາວ ເປັນ​ບ່ອນ​ຮາບ​ພຽງ​ລຸ່ມ​ລະຫວ່າງ​ພູ ​ເຮັດ​ໃຫ້​ເມື່ອ​ມີ​ພາຍຸ​ພັດ​ກະທົບ​ກັບ​ສັນ ພູ​ເກີດ​ຝົນຕົກ​ໜັກ ​ແລະ ອຸ​ທົກ​ກະ​ໄພ​ນ້ຳ​ປ່າ​ໄຫລຊຸ, ດິນ​ເຈື່ອນໃນ​​ລະດູຝົນ​ຂອງ​ທຸກ​ປີ.
     ກອງ​ປະຊຸມ​ສາມັນ​ປະ​ຈຳປີ​ຂອງ​ອະນຸ​ກຳມະການ​ອາຊຽນ ດ້ານ​ອຸຕຸນິຍົມ ​ແລະ ທໍລະນີ​ຟີຊິກ​ຄັ້ງທີ 36 ຈັດ​ຂຶ້ນ​ຄັ້ງ​ນີ້, ບັນ ດາອະນຸ​ກຳມະການ​ຈາກ 10 ປະ​ເທດ​ສະມາຊິກ​ອາຊຽນ, ໄດ້ຮ່ວມກັນ ປຶກສາ​ຫາລືກ່ຽວ​ກັບ​ພະຍາກອນ ອາກາດ, ນ້ຳ, ການ ປະເມີນປະລິມານນ້ຳຝົນລ່ວງໜ້າ, ລະບົບ​ເຕືອນ​ໄພ​ລ່ວງ​ໜ້າ​ເພື່ອ​ຫລຸດ ຜ່ອນ​ຄວາມ​ສ່ຽງ ​ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ ເພື່ອ​ກ້າວ​ເຂົ້າ​ສູ່​ການ​ສ້າງ​ຄວາມ​ທົນ​ທານ​ຕໍ່​ໄພພິບັດຂອງ​ອາ​ຊຽນ. ພ້ອມນັ້ນ, ຍັງ​ໄດ້​ປຶກສາ​ຫາລື​ວຽກ​ງານທີ່ເປັນ​​ບູລິ​ມະ​ສິດ​​ໃນ​ແຜນ​ດຳ​ເນີນ​ງານ​ອາ​ຊຽນດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີສົກປີ 2012-2013 ​​ທີ່​ຕິດ​ພັນ​ກັບ​ອຸ​ທົກ​ກະສາ​ດ, ອຸຕຸນິຍົມ​ທາງ​ທະ​ເລ ແລະ ມະຫາ​ສະໝຸດ​ເພື່ອ​ສ້າງ​ວິ​ໄສ​ທັດ​ອາ​ຊຽນ​ໃນ​ປີ 2015 ໃຫ້​ເປັນ​ຈິງ. ນອກ​ນັ້ນ, ຍັງ​ໄດ້​ຮັບ​ຊາບ​ແຜນ​ເຕືອນ​ໄພຊຶ ນາ​ມິ​ອາ​ຊຽນ, ​ແຜນການ​ຮັບ​ມື​ກັບ​ໄພພິ ບັດ​ທີ່​ເກີດ​ຈາກ​ລົມພາຍຸ​ໄຕ້ຝຸ່ນ, ລະບົບ​ເຕືອນ​ໄພລ່​ວງໜ້າເພື່ອ​ຫລຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ ພິບັດ, ໝອກ​ຄວັນ​ຂ້າມ​ຊາຍ​ແດນ. ຂະນະ​ດຽວ​ກັນ​, ກໍ​ໄດ້​ມີ ການ​ເຜີຍ​ແຜ່​ຂໍ້​ມູນແຜ່ນດິນ​ໄຫວ ຂອງ​​ປະ​ເທດ​ສະມາ ຊິກ ​ແລະ ປຶກສາ​ຫາລື​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ເຈລະຈາ​ເຊັ່ນ: ອຸຕຸນິຍົມ​ໂລກ, ສ.​ເກົາຫລີ, ຍີ່ປຸ່ນ ແລະ ສປ ຈີນ​ ໃນ​ຂອບ​ໂຄງການ​ຮ່ວມ​ມື ແລະ ​ໃຫ້ການ​ຊ່ວຍ​ເຫລືອ​ແຕ່​ລະ​ດ້ານ​ກ່ຽວ​ກັບ​ອຸຕຸນິຍົມ ​ແລະ ທໍ ລະນີ​ຟີຊິກນຳອີກ.

No comments:

Post a Comment