Ad

Ad

2 September 2014

ງານວາງສະແດງສີນຄ້າລາວ-ສປ ຈີນ (ກວາງຊີ) 2014 ຈະໄຂຂຶ້ນໃນວັນທີ 5-9 ກັນຍານີ້ຢູ່ສູນການຄ້າລາວ-ໄອເຕັກ

     ກົມສົ່ງເສີມ ແລະ ພັດທະ ນາສີນຄ້າ, ກະຊວງອຸດສະຫະກຳ ແລະ ການ ຄ້າລາວຮ່ວມກັບກົມງານວາງສະແດງສາກົນ ແຂວງກວາງຊີ ສປ ຈີນ, ຈະໄຂ ງານວາງສະແດງສີນຄ້າລະ ຫວ່າງລາວ ແລະ ຈີນ (ເຂດປົກ ຄອງຕົນເອງກວາງຊີ) 2014 ເປັນຄັ້ງທຳອິດຂຶ້ນຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງ ວຽງຈັນ ແຕ່ວັນທີ 5-9 ກັນຍານີ້, ເຊິ່ງຈະມີ 72 ຫົວໜ່ວຍ ທຸລະກິດ ນຳເອົາສີນຄ້າພັນ ກວ່າລາຍການມາວາງສະແດງ ແລະ ຈຳໜ່າຍ ໃນນັ້ນມີ 64 ຫົວໜ່ວຍແມ່ນຈາກ ແຂວງກວາງຊີ ປະກອບມີ: ຜະລິດຕະພັນເອເລັກໂຕຼນິກ, ກົນຈັກ ໜັກ, ຜະລິດຕະພັນພະລັງງານ ໃໝ່, ອຸປະກອນໂລຫະ -ເຄມີພັນ, ວັດ ສະດຸກໍ່ສ້າງ, ເຄື່ອງອຸປະ ໂພກ-ບໍລິໂພກ, ເຄື່ອງນຸ່ງຫົ່ມ ແລະ ຜະລິດຕະພັນອາຫານ ແລະ ເຄື່ອງດື່ມທີ່ມີຊື່ສຽງ ແລະ ຄຸນນະ ພາບດີຂອງແຂວງກວາງຊີ.

     ຊຸມປີຜ່ານມາ, ການຮ່ວມມື ດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສປ ຈີນ ແລະ ລາວ ໄດ້ມີການຂະຫຍາຍຕົວສູງ ຂຶ້ນເລື້ອຍໆ, ອີງຕາມຕົວເລກສະ ຖິຕິຂອງພາສີ ສປ ຈີນໃນປີ 2013 ບັນລຸ 2,74 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 58% ເມື່ອ ທຽບກັບປີ ກ່ອນ ແລະ ປັດຈຸບັນ, ການລົງ ທຶນໂດຍກົງໃນຂະແໜງການທີ່ບໍ່ແມ່ນການເງິນຢູ່ລາວຂອງ ສປ ຈີນບັນລຸ 3,11 ຕື້ໂດລາສະຫະ ລັດ, ໄດ້ກາຍເປັນເປົ້າໝາຍ ການລົງທຶນອັນດັບ 3 ຂອງ ສປ ຈີນ ໃນບັນດາປະເທດອາຊຽນ.
      ສຳລັບເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ, ເປັນແຂວງ ໜຶ່ງທີ່ມີການພັດທະນາໄວຂອງ ຈີນ ແລະ ເປັນແຂວງໜຶ່ງທີ່ມີ ການພົວພັນດ້ານການຄ້າກັບ ຫລາຍປະເທດ ແລະ ບັນດາປະ ເທດອາຊຽນປີ 2013 ມີມູນຄ່າ ການຄ້າພາຍນອກບັນລຸ 32,8 ຕື້ໂດລາສະຫະລັດ, ສະເພາະ ການຄ້າລະຫວ່າງລາວ ແລະ ກວາງຊີ ແມ່ນ 15 ລ້ານກວ່າໂດ ລາສະຫະລັດ ແລະ ນັບແຕ່ເດືອນ ມັງກອນຫາເດືອນກໍລະກົດປີນີ້, ມູນຄ່າການຄ້າເພີ່ມຂຶ້ນ 35 ລ້ານ ກວ່າໂດລາສະຫະລັດ ແລະ ການ ລົງທຶນຂອງແຂວງກວາງ ຊີຢູ່ລາວມີປະມານ 135 ລ້ານໂດລາ ສະຫະລັດ, ສ່ວນຫລາຍແມ່ນຂະ ແໜງການພະລັງງານ, ບໍ່ແຮ່ ແລະ ກະສິກຳ.
     ທັງຝ່າຍລາວ ແລະ ສປ ຈີນ, ໄດ້ຢືນຢັນເປັນເອກກະພາບວ່າ: ງານດັ່ງກ່າວ, ຈະເປັນເວທີຊຸກ ຍູ້ສົ່ງເສີມການພົວພັນຮ່ວມ ມືດ້ານການຄ້າ, ການລົງທຶນລະ ຫວ່າງສປຈີນກັບບັນດາປະເທດອາຊຽນເວົ້າລວມ, ເວົ້າສະ ເພາະແມ່ນ ສປປ ລາວ ໃຫ້ນັບມື້ ນັບຂະຫຍາຍຕົວຍິ່ງຂຶ້ນ, ທັງ ເປັນການປະຕິບັດເນື້ອໃນຈິດໃຈຜົນກອງປະຊຸມຄັ້ງທີ VI ຂອງ ຄະນະກຳມະການຮ່ວມມືດ້ານ ເສດຖະກິດ ແລະ ການຄ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນກາງເດືອນກໍລະກົດຜ່ານມານີ້, ກ່ຽວກັບວຽກງານການ ຄ້າຜະລິດຕະພັນກະສິກຳ, ການສ້າງ ຕັ້ງເຂດຮ່ວມມືຂ້າມຊາດ ແລະ ຂົງເຂດສຳຄັນອື່ນໆ. ເພື່ອຊຸກຍູ້ການຮ່ວມມືແລກປ່ຽນ ເສດຖະກິດ ແລະ ການຄ້າລາວ-ຈີນ ໃຫ້ບັນລຸເປົ້າໝາຍຕ່າງຝ່າຍຕ່າງມີ ຜົນປະໂຫຍດ ແລະ ພ້ອມກັນພັດທະນາ.

No comments:

Post a Comment