Ad

Ad

4 March 2013

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຮາກຖານສາຂາທະນາຄານແຂວງຈຳປາສັກ


         ກອງປະຊຸມໃຫ່ຍຄັ້ງທີ IV ຄະນະພັກຮາກຖານສາຂາທະນາ ຄານປະຈຳ ແຂວງຈຳປາສັກໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 2 ມີນາ 2013 ໂດຍ ການເຂົ້າ ຮ່ວມເປັນກຽດຂອງທ່ານ ດຣ ສອນໄຊ ສີພັນດອນ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຈຳປາສັກ, ທ່ານ ພອນໄຊ ເກດມາລາ ຄະນະຈັດຕັ້ງ ແຂວງໆຈຳປາສັກ ແລະ ທ່ານນະ ຈັນຕະລິວົງ ໜ້າທະນາຄານ ແຫ່ງ ສປປ ລາວ ພາກໃຕ້ແຂວງຈຳປາສັກ, ເລຂາຄະນະພັກຮາກຖານສາຂາທະນາ ຄານປະ ຈຳແຂວງຈຳປາສັກພ້ອມດ້ວຍຄະນະໜ່ວຍພັກຮາກຖານອອ້ມຂ້າງ ແຂວງແລະເລຂາ ໜ່ວຍພັກ ແລະ ບັນດາສະມາຊິກພັກທົ່ວສາຂາທະນາຄານແຂວງຈຳປາສັກເຂົ້າຮ່ວມເພື່ອສະຫຼຸບຜົນງານໃນສົກປີ(2009​2012)ແລະຜ່ານແຜນການສົກປີ (2012​2015) ໃຫ້ປາກົດຜົນເປັນຈິງພ້ອມກັນນີ້ຍັງມີພິທີປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານພັກຊຸດໄໝ່.
       ທ່ານ ນະ ຈັນຕະລິວົງ ເລຂາຄະນະພັກຮາກຖານສາຂາທະນາຄານປະຈຳແຂວງຈຳປາສັກໄດ້ຂຶ້ນອ່ານບົດລາຍງານ ການເມືອງ ໂດຍໄດ້ເນັ້ນໃຫ້ເຫັນເຖິງບົດບາດ ແລະ ພາລະໜ້າທີ່ອັນສຳຄັນຂອງພັກໃນການຊີ້ນຳໆພາອົງກອນໃຫ້ມີຄວາມ ເຂັ້ມແຂງ ແລະ ຂະຫຍາຍຕົວໄປຕາມທິດຊີ້ນຳຂອງພັກແລະຂັ້ນເທິງໂດຍອີງໃສ່ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກ
ຖານສາຂາທະນາຄານ ແຂວງຈຳປາສັກຕັ້ງແຕ່ປີ 2009- 2012 ເຊັ່ນການປະຕິບັດວຽກງານດ້ານ ວິຊາສະເພາະ ມາຮອດທ້າຍ ປີ 2012 ສາຂາທະນາຄານທັງໝົດພາຍໃນແຂວງຈຳປາສັກມີ 12 ສາຂາທະນາຄານທຽບໃສ່ປີ 2009 ເພີ່ມຂຶ້ນ 3 ສາຂາ, ມີໜ່ວຍບໍລິການ 42 ແຫ່ງ, ມີຕູ້ ATM 38 ເຄື່ອງ ເພີ່ມຂຶ້ນ 36 ເຄື່ອງ, ມີຍອດ ລວມສິນຊັບທັງໝົດ 1.289 ຕື້ກວ່າກີບ, ເພີ່ມຂຶ້ນ 3 ເທົ່າທຽບໃສ່ປີ 2009, ມີສະຖາບັນການ ເງິນຈຸລະພາກ 4 ແຫ່ງມີມູນຄ່າຊັບສິນ 7,78 ຕື້ກີບ, ມີຍອດເງິນຝາກ ທັງໝົດ 1,601 ຕື້ກວ່າກີບ ເພີ່ມຂຶ້ນ 3 ເທົ່າ, ປະຕິບັດໄດ້ ລື່ນແຜນການ 18,3% ໃນນັ້ນສະກຸນເງິນກີບກວມເອົາ 58,8%,ມີ ຍອດຕົວເລກປ່ອຍສິນເຊື່ອທັງໝົດ 1,825  ຕື້ກວ່າກີບ, ເພີ່ມຂຶ້ນ 281.1% ທຽບໃສ່ປີ 2009 ປະຕິບັດ ໄດ້ລື່ນແຜນ 18,7% ໃນນັ້ນສິນເຊື່ອທີ່ປ່ອຍສ່ວນ ໃຫ່ຍແມ່ນສະໜັບສະໜູນຂົງເຂດກະສີກຳເຊິ່ງແມ່ນບຸລິມະສິດພື້ນຖານການພັດທະນາເສດຖະກິດຕາມແນວທາງນະໂຍບາຍຂອງພັກວາງອອກໂດຍກວມອັດຕາສ່ວນໃຫຍ່ 36,6% ຂອງຈຳນວນສິນເຊື່ອທັງໝົດ ເຊິ່ງຜ່ານການ ດຳເນີນທຸລະກິດຂອງບັນດາທະນາຄານທຸລະກິດໃນ ແຂວງຈຳປາສັກມາຮອດທ້າຍປີ 2012 ທະນາຄານມີລາຍຮັບທັງໝົດ 502 ຕື້ກວ່າກີບ, ເພີ່ມຂຶ້ນ 678,3% ແລະ ມີຜົນກຳໄລ 35.12 ຕື້ກີບເພີ່ມຂຶ້ນ 460.5% ທຽບໃສ່ທ້າຍປີ 2009.
       ໃນ 3 ປີຜ່ານມາມີຕົວເລກ ໂອນເງິນເຂົ້າອອກຜ່ານລະບົບ ທະນາຄານຈຳນວນ 330 ລ້ານ ໂດລາສະຫະລັດມີຮ້ານແລກ ປ່ຽນເງິນຕາເອກະຊົນເພີ່ມຂຶ້ນ 4 ແຫ່ງລວມເປັນ 6 ແຫ່ງ, ສະພາບເງິນຕາມີຄວາມໝັ້ນທ່ຽງ, ຕົວເລກອັດຕາໄພເງິນເຟີ້ຢູ່ ໃນລະດັບຕ່ຳ 2.55% ເຊິ່ງຕ່ຳກວ່າອັດຕາລວມທົ່ວປະເທດ (4.73%) ຄ່າເງິນກີບທຽບໃສ່ເງິນໂດລາແຂງຄ່າຂຶ້ນ, ສ່ວນທາງ ດ້ານການພັດທະນເສດຖະກິດສັງຄົມຄະນະພັກຮາກຖານສາຂາທະນາຄານໄດ້ເອົາໃຈໃສ່ຊີ້ນຳໆພາການສ້າງເສດຖະກິດຄອບຄົວເພື່ອຍົກລະດັບຊີວິດການເປັນຢູ່ຂອງຄອບຄົວສະມາຊິກພັກແລະພະນັກງານລັດຖະກອນເຊິ່ງມາຮອດປະຈຸບັນນີ້ 6 ໜ່ວຍ ພັກທີ່ຂຶ້ນກັບຄະນະພັກຮາກຖານມີກອງທຶນໃຫ້ພະນັກງານ ແລະ ສະມາຊິກພັກກູ້ຢືມເງິນເພື່ອແກ້ໄຂແລະການສ້າງເສດຖະ ກິດຄອບຄົວເຊັ່ນ:ການປູກຝັງ, ລ້ຽງສັດເຊິ່ງໃນປັດຈຸບັນມີກອງທຶນທັງໝົດ 1.937,2 ຕື້ກີບ, ເພີ່ມຂຶ້ນ 109,8% ເມື່ອທຽບໃສ່ທ້າຍປີ 2009 ໂດຍມີຄອບຄົວຕົວແບບດ້ານການພັດທະນາ13ຄອບຄົວໃນປັດຈຸບັນ 6 ໜ່ວຍພັກທີ່ຂຶ້ນ ກັບຄະ ນະພັກຮາກຖານສາຂາທະນາຄານມີສະມາຊິກພັກທັງໝົດ89ສະຫາຍກວມ 19,6% ຂອງພະນັງານທັງໝົດມີຍິງ 37 ສະຫາຍ ທຽບໃສ່ປີ 2009 ມີສະມາຊິກພັກເພີ່ມຂຶ້ນ 25,4% ເຊິ່ງໃນ3ປີຜ່ານມາໄດ້ຂະຫຍາຍ ແລະ ເພີ່ມສະມາຊິກໃໝ່ໄດ້ 36 ສະ ຫາຍ,ສ້າງມະຫາຊົນເຂົ້າຮຽນສະໜັບສະໜູນໄດ້ 14 ສະຫາຍໄດ້ 93,3% ທຽບໃສ່ແຜນການ, ໄດ້ຮັບຮອງເປັນໜ່ວຍພັກເຂັ້ມ ແຂງຮູ້ນຳພາຮອບດ້ານ ແລະ 5 ໜ່ວຍພັກກວມເອົາ 83,3% ຂອງໜ່ວຍພັກທີ່ຂຶ້ນກັບ, ນອກນັ້ນກອງ ປະຊຸມຍັງໄດ້ມີການ ປ່ອນບັດຄັດເລືອກເອົາເລຂາຄະນະບໍລິງານງານພັກຊຸດໄໝ່ເຊິ່ງຈະໄດ້ເປັນຜູ້ຊີ້ນຳໆພາໃນໂອກາດຕໍ່ໄປແຕ່ປີ 2012-2015 ເຊິ່ງ ຄາດຄະເນການເຕີບໂຕທາງເສດຖະກິດຂອງແຂວງຈະຢູ່ໃນລະດັບສູງກວ່າ 10% ຂຶ້ນໄປ.

No comments:

Post a Comment