Ad

Ad

4 March 2013

ຍ່າງເພື່ອສຸຂະພາບສະຫຼອງວັນທີ 8 ມີນາ

            ຊາວນະຄອນຫຼວງວຽງຈັນຫຼາຍພັນຄົນໄດ້ເຂົ້າຮ່ວມສ້າງຂະບວນການຍ່າງ ເພື່ອສຸຂະພາບສະເຫຼີມສະຫຼອງວັນ ແມ່ຍິງສາກົນ 8 ມີນາ ຢູ່ປະຕູໄຊ ໃນວັນທີ 3 ມີນານີ້ ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ສີໃສ ລືເດດມູນສອນ ປະທານສະຫະ ພັນແມ່ຍິງລາວ ພ້ອມດ້ວຍບັນດາພັນລະຍາການນຳຂັ້ນສູງຂອງພັກ-ລັດເຂົ້າຮ່ວມ.
        ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ມີຄວາມເຫັນໃນງານວ່າ: ການຈັດ ຍ່າງ ເພື່ອສຸຂະພາບຄັ້ງນີ້ ເພື່ອເປັນການສະ ເຫຼີມສະຫຼອງວັນແມ່ຍິງສາກົນວັນ ທີ 8 ມີນາ ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງຊຶ່ງວັນດັ່ງກ່າວນີ້ ເປັນວັນທີມີຄວາມໝາຍ ສຳຄັນຕໍ່ຂະບວນການແມ່ຍິງບັນດາປະເທດຕ່າງໆໃນໂລກ. ສຳລັບແມ່ຍິງລາວພວກເຮົາການສະເຫຼີມສະຫຼອງ 8 ມີນາ 2013 ນີ້ ເປັນການທົບທວນຄືນຜົນງານການເຄື່ອນໄຫວຂອງແມ່ຍິງ ຕະຫຼອດໄລຍະໜຶ່ງປີຜ່ານມາ, ເປັນການສ້າງຂະບວນ ການເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22 ມີນາ ຄົບ ຮອບ 58 ປີ, ໄປພ້ອມໆກັນນັ້ນການຈັດງານມື້ນີ້ ແມ່ຍິງລາວບັນດາເຜົ່າກໍຄືແມ່ຍິງບັນດາປະເທດອາຊຽນກໍພວມສືບຕໍ່ນຳ ເອົາເນື້ອໃນຂອງຖະແຫຼງການວຽງຈັນກ່ຽວກັບ ” ການສົ່ງເສີມບົດບາດຍິງ-ຊາຍ ແລະ ການເປັນຄູ່ຮ່ວມຂອງແມ່ຍິງອາຊຽນ
ເພື່ອສິ່ງແວດລ້ອມແບບຍືນຍົງ“ ຊຶ່ງຖະແຫຼງການດັ່ງກ່າວໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ I ໃນວັນທີ
19 ຕຸລາ 2012 ຢູ່ນະຄອນຫຼວງວຽງຈັນ.ເພື່ອຈັດຕັ້ງຜັນຂະຫຍາຍຖະແຫຼງການດັ່ງກ່າວສະ ຫະພັນແມ່ຍິງລາວຖືວ່າ“ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ແມ່ນໜ້າທີ່ຂອງທັງຍິງ- ຊາຍ”
        ທ່ານ ນາງ ສີໃສ ລືເດດມູນສອນ ກ່າວວ່າ: ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳ ຄັນ, ເປັນຂີດໝາຍ ໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດ, ຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວ ຜູ້ອອກແຮງງານໃນທົ່ວໂລກ. ສຳລັບແມ່ຍິງລາວພວກເຮົາຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຊີ້ນຳນຳພາຈາກພັກ- ລັດຖະບານ. ຊຶ່ງພັກໄດ້ມີແນວທາງແຜນນະໂຍບາຍ, ອັນຖືກຕ້ອງເພື່ອຊຸກຍູ້ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການສ້າງຄວາມ ເຂັ້ມແຂງໃຫ້ແກ່ແມ່ຍິງ, ສ້າງເງື່ອນໄຂໃຫ້ໂອກາດແມ່ຍິງໄດ້ພັດທະນາຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ໄດ້ເຂົ້າຮ່ວມໃນ ການນຳພາຕັດສິນບັນຫາ ແລະ ປະກອບສ່ວນໃນທຸກຂົງເຂດວຽກງານ, ໄດ້ຮັບສິດ ແລະ ຜົນປະໂຫຍດຕາມນະໂຍບາຍຂອງ ລັດຄືກັບເພດຊາຍ.

No comments:

Post a Comment