Ad

Ad

4 March 2013

ຜູ້ຮັບເຫມົາຢືນຢັນການກໍ່ສ້າງເສັ້ນທາງຫົວຂົວ-ໂນນຄໍ້-ນາຄວາຍ ຈະສຳເລັດຕາມແຜນ


    ບໍລິສັດ ຜູ້ຮັບເໝົາກໍ່ສ້າງເສັ້ນທາງແຕ່ບ້ານຫົວຂົວ-ໂນ້ນຄໍ້ ແລະ ນາຄວາຍ ໄດ້ອອກມາຢືນຢັນຕໍ່ໜັງສືພີມລາວພັດທະ ນາເມື່ອທ້າຍອາທິດຜ່ານມາວ່າ:ການກໍ່ສ້າງເສັ້ນທາງດັ່ງກ່າວ ແມ່ນບໍລິສັດມີຄວາມຮັບພິຊອບແລະຈະໃຫ້ສຳເລັດຕາມ ແຜນວາງ ໄວ້ໃນປີ 2014 ແນ່ນອນ, ຂະນະທີ່ການອອກມາ ຢືນຢັນເທື່ອນີ້ເພື່ອສ້າງຄວາມເຊື່ອໝັ້ນຕໍ່ສັງຄົມຫລັງຈາກ ກ່ອນໜ້ານີ້ໂຄງການດັ່ງກ່າວມີການຢຸດສະງັກການກໍ່ສ້າງ ໃນໄລຍະໜຶ່ງຈົນເກີດຫາງສຽງວິຈານ ແລະ ສະແດງຄວາມເປັນຫວ່ງຈາກສັງຄົມຫລາຍສົມຄວນວ່າການກໍ່ສ້າງອາດຈະບໍ່ສຳ ເລັດຕາມແຜນ.
     ທ່ານ ແກ້ວປະເສີດ ຜູ້ອຳນວຍການບໍລິສັດກໍ່ສ້າງ ແລະ ຊຸກຍູ້ການຜະລິດກະສິກຳຈຳກັດ ທັງເປັນຜູ້ຮັບເໝົາກໍ່ສ້າງເສັ້ນ ທາງແຕ່ສາມແຍກບ້ານຫົວຂົວ-ບ້ານໂນນຄໍ້ ແລະ ບ້ານນາຄວາຍ ກ່າວວ່າ:ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວມີຄວາມຍາວ 7 ກິໂລແມັດ, ມີຄວາມກວ້າງໜ້າທາງລົດແລ່ນ 12 ແມັດ, ປູດ້ວຍເບຕົງອັດແຮງ ແລະ ມີມູນຄ່າການກໍ່ສ້າງປະມານ 150 ຕື້ກວ່າ
ກີບ, ໂດຍແມ່ນບໍລິສັດເປັນຜູ້ລົງທຶນກໍ່ສ້າງກ່ອນທັງໝົດ ແລະ ລັດຊ່ຳລະຄືນພາຍ ໃນ 7 ປີ ໂດຍໂຄງການຈະ ໃຫ້ສຳເລັດໃນປີ 2014.ໂຄງການດັ່ງກ່າວ ໄດ້ມີພິທີເຊັນສັນຍາໃນວັນ ທີ 30 ທັນວາ 2011,ຫລັງຈາກນັ້ນ ທາງ ບໍລິສັດຈຶ່ງໄດ້ຮີບຮ້ອນລົງມື ກໍ່ສ້າງທັນທີໂດຍການກໍ່ສ້າງໃນ ໄລຍະທຳອິດແຕ່ເດືອນມັງກອນຫາເດືອນເມສາ 2012 ແມ່ນກະກຽມວຽກໜ້າດິນ, ໄລຍະທີ ສອງ ແຕ່ເດືອນເມສາຫາເດືອນກັນຍາ 2012 ແມ່ນການຍົກຍ້າຍ ສິ່ງກີດຂວາງຕ່າງໆ ເຊັ່ນ: ເສົາໄຟຟ້າ, ສາຍເຄເບີນ,ທໍ່ນ້ຳປະ ປາ ເປັນຕົ້ນ ແລະ ແຕ່ເດືອນກັນຍາ ມາຮອດປັດ ຈຸບັນແມ່ນການວາງທໍ່ລະບາຍນ້ຳສອງຝາກທາງເຊິ່ງເຫັນວ່າການກໍ່ສ້າງທັງ ໝົດມີຄວາມຄືບໜ້າປະມານ 25% ແລະ ໃນໄວໆນີ້ຈະເລັ່ງປັບປຸງວຽກໜ້າດິນ(ຊັ້ນຮອງພື້ນທາງ) ໃຫ້ສຳເລັດກ່ອນລະດູຝົນ ຈະມາເຖິງນີ້ ເພື່ອຮັບປະ ກັນໃຫ້ການເດີນທາງຜ່ານໄປມາຂອງປະຊາຊົນມີຄວາມສະດວກ.
      ທ່ານ ແກ້ວປະເສີດ ກ່າວວ່າ: ຂ້າພະເຈົ້າຍອມຮັບວ່າການດຳເນີນການກໍ່ສ້າງຂອງໂຄງການພວກເຮົາມີຄວາມຊັກຊ້າເລັກ ໜ້ອຍເນື່ອງຈາກວ່າທາງດັ່ງກ່າວ ເປັນເສັ້ນທາງສາຍດຽວມີພາຫະນະສັນຈອນໄປມາຫລວງຫລາຍ ແຕ່ບໍ່ມີທາງເວັ້ນຈຶ່ງເຮັດໃຫ້ ການກໍ່ສ້າງພົບຄວາມຫຍຸ້ງຍາກສົມຄວນ ໂດຍສະເພາະນັບແຕ່ 7-9 ໂມງເຊົ້າ ແລະ 4-6 ໂມງແລງ ແມ່ນບໍ່ສາມາດເຄື່ອນໄຫວ ກໍ່ສ້າງໄດ້ເລີຍ ຍ້ອນມີລົດສັນຈອນໄປມາຫລາຍ. ສ່ວນການກໍ່ສ້າງໄດ້ຢຸດສະງັກຊ່ວງໄລຍະໜຶ່ງນັ້ນ ຍ້ອນສາເຫດກຳມະ ກອນຈຳນວນໜຶ່ງເຊິ່ງເປັນຊາວຫວຽດນາມໄດ້ກັບເມືອປະເທດໃນໄລຍະບຸນປີໃໝ່ເຂົາເຈົ້າຈຶ່ງເຮັດໃຫ້ບາງໜ້າວຽກຕ້ອງໄດ້ຢຸດຊົ່ວຄາວຍ້ອນເຫດຜົນດັ່ງກ່າວຈຶ່ງເຮັດໃຫ້ມີຫາງສຽງວິຈານຈາກສັງຄົມວ່າໂຄງການໄດ້ຢຸດການກໍ່ສ້າງ ຍ້ອນບໍລິສັດຮັບເໝົາບໍ່ ມີເງິນສືບຕໍ່ເຮັດ ແລະ ອື່ນໆ. ສ່ວນບັນຫາທາງດ້ານການເງິນຂອງບໍລິສັດນັ້ນແມ່ນມີພ້ອມສົມຄວນ ແລະ ຢືນຢັນວ່າການກໍ່ ສ້າງຈະສຳເລັດຕາມແຜນແນ່ນອນ ແລະ ສິ່ງສຳຄັນຂໍຮຽກຮ້ອງໃຫ້ຜູ້ທີ່ສັນຈອນໄປມາຈົ່ງມີຄວາມລະມັດລະວັງເພື່ອຮັບປະ ກັນຄວາມປອດໄພໃນ ໄລຍະການກໍ່ສ້າງ.
    ສຳລັບບໍລິສັດ ກໍ່ສ້າງ ແລະ ຊຸກຍູ້ການຜະລິດກະສິກຳຈຳກັດ, ສ້າງຕັ້ງຂຶ້ນມາໄດ້ຫລາຍປີຜ່ານມາ ໄດ້ຮັບເໝົາກໍ່ສ້າງໂຄງ ການຊົນລະປະທານຫລາຍແຫ່ງໃນຂອບເຂດທົ່ວປະເທດ ແລະ ກໍ່ສ້າງເສັ້ນທາງຫລາຍສາຍຢູ່ບັນດາແຂວງ ແລະ ໂຄງການ ກໍ່ສ້າງເສັ້ນທາງແຕ່ສາມແຍກບ້ານຫົວຂົວ-ໂນນຄໍ້ ແລະ ນາຄວາຍ ແມ່ນໂຄງການທຳອິດຂອງບໍລິສັດຢູ່ນະຄອນຫລວງວຽງ ຈັນ.

No comments:

Post a Comment