Ad

Ad

4 March 2013

ພະນະທ່ານນາຍົກລັດຖະມົນຕີສຳເລັດການຢ້ຽມຢາມບຣູໄນຢ່າງເປັນທາງການ


          ໂດຍຕອບສະໜອງຕາມຄຳເຊີນ ຂອງ ສົມເດັດ ຊູນຕານ ຮາຈິ ຮັດຊານານ ໂບນ ເກຍ ແຫ່ງ ບຣູໄນ ດາຣູຊາລາມ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມ ປະເທດ  ບຣູໄນ ດາຣູຊາລາມ ຢ່າງເປັນທາງການລະຫວ່າງວັນທີ 2 ຫາ 3 ມີນາ 2013 ເພື່ອ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮັດແໜ້ນການ ຮ່ວມມື ອັນດີລະຫວ່າງສອງປະເທດລາວ ແລະ ບຣູໄນ. ພ້ອມທັງເປັນຂີດໝາຍອັນ ສຳຄັນໃຫ້ ແກ່ການກະກຽມການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 20 ປີ ຄື (23/07/1993-23/07 /2013).
             ພິທີຕ້ອນຮັບພະນະທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຖືກຈັດ ຂຶ້ນຢ່າງເປັນທາງການຢູ່ທີ່ສະໜາມ ບິນສາກົນ ຂອງ ບຣູໄນ ຢ່າງສົມກຽດ ໂດຍມີອົງ ມຸງກຸດ (ຜູ້ຕາງໜ້າສົມເດັດ ຊູນຕານ), ພະບໍລົມວົງສານຸວົງ, ຄະນະລັດຖະ ບານ ບຣູໄນ  ແລະ ທູ ຕານຸທູດຈາກປະເທດອາຊຽນ. ຫລັງຈາກນັ້ນ, ທ່ານ ທອງສິງ ທຳມະວົງ ແລະ ຄະນະໄດ້ເດີນທາງໄປ ເຂົ້າເຝົ້າ ແລະ ພົບປະວົງ ແຄບກັບ ສົມເດັດ ຊູນຕານ ຢູ່ພະລາດຊະວັງອິດສະຕານາ ນູຣູນ ອີມານ. ໃນການພົບປະໂອ້ລົມ ລະຫວ່າງ ທ່ານ ທອງສິງ ທຳມະວົງ ກັບສົມເດັດ ຊູນຕານ ຮາຈິ ຮັດຊາ
ນານ ໂບນເກຍ ຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືສອງຝ່າຍ ກໍຄືຫລາຍຝ່າຍໃນ ເວທີອາ ຊຽນ, ພາກພື້ນ ແລະ ສາກົນໃນຊຸມປີ ຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບແຜນການທິດທາງໃນຕໍ່ໜ້າເພື່ອ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆເພື່ອພ້ອມກັນກ້າວ ເຂົ້າ ສູ່ປະຊາຄົມອາຊຽນ.ໃນປີ 2015 ທ່ານ ທອງສິງ ທຳມະວົງ ໄດ້ຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມ ຮູ້ບຸນຄຸນພ້ອມທັງຂອບໃຈອັນຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງລັດຖະບານກໍຄື ປະຊາຊົນ ບຣູ ໄນ ໃນດ້ານຕ່າງໆໄລຍະທີ່ຜ່ານມາ ເພື່ອປະກອບສ່ວນເຂົ້າໃນການ ພັດທະນາ ເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ແລະ ການກະກຽມກອງປະຊຸມສຸດຍອດອາຊີ- ເອີຣົບ ຄັ້ງທີ 9 ທີ່ ສປປ ລາວ ເປັນ ເຈົ້າພາບໃນເດືອນ ພະຈິກ 2012 ຜ່ານມາດ້ວຍ ຜົນສໍາເລັດຈົບງາມ. ພ້ອມດຽວກັນກໍໄດ້ສະແດງຄຳຊົມເຊີຍ ແລະ ອວຍພອນໃຫ້ ບຣູໄນ ປະສົບຜົນສຳເລັດຢ່າງຈົບງາມໃນ ການເປັນເຈົ້າພາບຈັດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 22 ຊຶ່ງຈະຈັດຂຶ້ນໃນເດືອນເມສາ 2013 ທີ່ຈະມາເຖິງ.
        ໃນຕອນບ່າຍຂອງວັນດຽວ ກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ ເຂົ້າຮ່ວມ ແລະ ກ່າວຄຳເຫັນເປີດກອງປະຊຸມພົບປະ ລະຫວ່າງນັກທຸລະກິດລາວ ແລະ ບຣູນໃນ ເພື່ອເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 7 ຂອງ ສປປ ລາວ ລວມທັງນະໂຍບາຍສົ່ງເສີມ ແລະ ປົກປ້ອງການລົງທຶນ ຂອງ ສປປ ລາວ ເພື່ອແນໃສ່ສົ່ງເສີມການຄ້າສອງຝ່າຍ ແລະ ດຶງດູດເອົານັກທຸລະກິດ ຂອງ ບຣູໄນ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນໃນອະນາຄົດ ຕາມທ່າແຮງ ແລະ ຄວາມອາດສາມາດຕົວຈິງຂອງສອງປະເທດ. ພ້ອມກັນນີ້, ຍັງໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການ ຮ່ວມມືໃນວຽກງານຊາວໜຸ່ມລະຫວ່າງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງວັດທະນາະທຳ, ຊາວໜຸ່ມ ແລະ ກິລາ ຂອງບຣູໄນດາຣູຊາລາມ.
           ໃນໄລຍະຢູ່ຢ້ຽມຢາມເປັນເວລາສອງວັນ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະຍັງໄດ້ໄປຢ້ຽມຢາມພື້ນຖານທາງ ເສດຖະກິດ ແລະ ສັງຄົມ ທີ່ສຳຄັນຈຳນວນໜຶ່ງ ຂອງ ບຣູໄນ ເຊັ່ນ: ຢ້ຽມຢາມບໍລິສັດຂຸດຄົ້ນນ້ຳມັນແຊລ ຢູ່ເມືອງ ກູລາແບ ລາຍ, ຢ້ຽມຢາມບ້ານນ້ຳ, ຢ້ຽມຢາມສະຖານທີ່ສຳລັບຍ່າງອອກກຳລັງກາຍ ແລະ ອື່ນໆ. ສ່ວນໃນຕອນຄ່ຳຂອງວັນທີ 2 ມີນາ, ສົມເດັດ ຊູນຕາມ ແລະ ພະມະ ເຫສີ ໄດ້ເປັນກຽດຈັດງານລ້ຽງຕ້ອນຮັບເປັນກຽດແກ່ທ່ານ ທອງສິງ ທຳມະວົງ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ຢູ່ພະລາດຊະວັງ ອິດສະຕານາ ນູຣູນ ອີ ມານ ໂດຍມີສະມາຊິກພະບໍລົມ ວົງສານຸວົງ, ສະ ມາຊິກຄະ ນະລັດຖະບານ, ທຸຕານຸທູດຕ່າງປະເທດ ແລະ ຫົວໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ. ໃນງານລ້ຽງຮັບຮອງ, ທ່ານ ນາຍົກ ທອງສິງ ທຳມະວົງ ແລະ ສົມເດັດ ຊູນຕານ ໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນໂດຍຜູ້ນຳທັງສອງໄດ້ພ້ອມກັນຢືນຢັນທີ່ຈະສືບຕໍ່ ພັດທະນາສາຍພົວພັນລະຫວ່າງສອງປະເທດ ໃຫ້ກ້າວຂຶ້ນລະດັບໃໝ່ໃນຖານະທີ່ເປັນສະມາຊິກຄອບຄົວອາຊຽນເພື່ອຜົນປະ ໂຫຍດແຫ່ງສັນຕິພາບ ແລະ ການຮ່ວມມື.     
      ການຢ້ຽມຢາມ ບຣູໄນ ດາຣູ ຊາລາມ ຂອງ ທ່ານ ນາຍົກລັດ ຖະມົນຕີ ແລະ ຄະນະໃນຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດ ຢ່າງຈົບງາມສະແດງອອກໃນການຕ້ອນຮັບຈາກ ສົມເດັດ ຊູນຕານ, ພະ ມະເຫສີ ແລະ ປະຊາຊົນ ບຣູໄນ ຢ່າງອົບອຸ່ນດ້ວຍໄມ ຕິຈິດມິດຕະພາບ ແລະ ສົມກຽດ. ຄະນະຜູ້ແທນໄດ້ເດີນທາງກັບຄືນມາເຖິງນະຄອນຫລວງວຽງຈັນ ໃນຕອນແລງຂອງວັນທີ 3 ມີນາ 2013.

No comments:

Post a Comment