Ad

Ad

5 March 2013

ສະແດງດົນຕີພື້ນເມືອງຍີ່ປຸ່ນນະຄອນຫລວງວຽງຈັນ

            ໃນຕອນຄ່ຳຂອງວັນທີ 1 ມີ​ນາ ນີ້​ ຢູ່ຫໍ​ວັດທະນະທຳ​ແຫ່ງຊາດ ນະຄອນ ຫຼວງ​ວຽງ​ຈັນ,​ ສະຖານ​ທູດ​ຢີ່ປຸ່ນປະຈຳ​ລາວ​​​ໄດ້​ຈັດ​ງານ​ສະ​ແດງ​​ດົນຕີ​ພື້ນ​ເມືອງ​ຂອງ​ຢີ່ ປຸ່ນ​ໂດຍ​ການ​ຮ່ວມ​ມີ​ກັບ​ກະຊວງ​ຖະ​ແຫຼ່ງຂ່າວ, ວັດທະນະທຳ​ ແລະ​ ທ່ອງ​ທ່ຽວ​ເພື່ອ​ເປັນ​ການ ສະ​ເຫຼີ​ມສະຫຼອງ​ສາຍ​ພົວພັນ​ມິດ ຕະພາບ​ຢີ່ປຸ່ນ-ອາ​ຊຽນຄົບຮອບ 40 ປີ​ ເປັນກຽດ​ເຂົ້າ​ຮ່ວມ​ຊົມການສ​ະ​ແດງ​ຄັ້ງ​ນີ້​ມີ​ທ່ານ​ປອນ​ເມກ ດາລາ​ລອຍ, ປະທານ​ສະ ມາຄົມມິດຕະພາບລາວ-ຢີ່ປຸ່ນ, ທ່ານ ບົວ​ເງິນ ຊາວ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດ​ທະນະ​ທຳ​ ແລະ ​ທ່ອງ​ທ່ຽວ, ທ່ານ ດຣ.​ສົມ​ພູ ດວງ​ສະຫວັນ ປະທານ​ສະ​ມາ​ຄົມ​ມິດ ຕະພາບ​ລັດຖະສະພາ​ລາວ-ຢີ່ປຸ່ນ.
ທ່ານ​ ມາ​ຊາ​ໂຕະ ອິ​ໂຊະ ອຸປະ​ທູດ ຂອງ​ຢີ່ປຸ່ນກ່າວ​ວ່າ:ການ​ສະ​ແດງ​ດົນຕີ​ພື້ນ​ເມ​ືອງຂອງ​ຢີ່​ປຸ່ນ​ເຊິ​່ງ​ແດງ​ໂດຍSho ASANO ຄັ້ງ​ນີ້​ແມ່ນ​ ​ມີ​ຄວາມ​ພິ​ເສດ​ເພາະ​ຈັດ​ຂຶ້ນ​ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການສະ  ເຫຼີ​ມສະຫຼອງ​ການ​ຄົບຮອບ 40 ປີ​ແຫ່ງ​ມິດຕະພາບ​ແລະ​ການ​ຮ່ວມີ​ຢີ່ປຸ່ນ-ອາ​ຊຽນ ​ແລະ ຂ້າພະ​​ເຈ​ົ້າ ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ​ງານ​ຄັ້ງ​ນີ້​ຈະ​ຊ່ວຍ​ສົ່ງ​ເສີມ​ສາຍ​ພົວພັນ​ມິດ
ຕະພາບ​ແລະ​ຄວາມ​ເຂົ້າ​ໃຈ​ລະ ຫວ່າງ​ຢີ່ປຸ່ນ ​ແລະ​ ບັນດາ​ສະມາ​ຊິກ​ອາ​ຊຽນ Sho ASANO  ​ເປັນ​ຜູ້​ຫຼິ້ນ shaminen ທີ​ມີ​ພອນ​ສະ​ຫວັນ ​ແລະ ​ມີ​ອາ​ຍຸ​ພຽງ 23 ປີ​ເພິ່ນ​ໄດ້​ເລີ່ມ​ຫຼິ້ນ​ເຄື່ອງ​ດົນ​ຕີ​ຕັ້ງ​ແຕ່​ອາຍຸ 5 ປີ​ ເຊິ່ງ​ໄດ້​ສະ​ສົມ​ປະ ສົບ​ການ​ການ​ຫຼິ້ນ shaminen ທັງ​ໃນ ​ແລະ​ ນອກ​ປະ​ເທດ​ຢີ່ປຸ່ນ, ປັດຈຸບັນ​ເພິ່ນ​ ແລະ​ ສະມາຊິກ​ກຳລັງ​ມີ​ແຜນ​ສະ​ແດງຄອນ​ເສີດ​ຢູ່ ກຳ​ປູ​ເຈຍ, ມຽນມ້າ​ ແລະ​ ລາວ​ເຊິ່ງ​ເປັນ​ໜິ່ງ​ໃນ​ການສະ​ແດງ​ດ້ານ​ວັດທະນະທຳ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຢີ່ປຸ່ນອາຊຽນຄົບຮອບ 40 ປີ.

No comments:

Post a Comment