Ad

Ad

2 September 2014

ເປີດສົກຮຽນໃໝ່ສະພາບການ ສັນຈອນຍັງສັບສົນແອອັດ



    ເຖິງວ່າເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ, ໄດ້ ຈັດກຳລັງເຈົ້າໜ້າທີ່ເຂົ້າປະຈັນ ບານໃນສາຍທາງຈຸດສຳຄັນ ຕ່າງໆທີ່ມີສະພາບການສັນຈອນແອອັດໃນໄລຍະເປີດສົກຮຽນ ໃໝ່  2014-2015, ແຕ່ຜ່ານການ ຕິດຕາມຂອງນັກຂ່າວພວກ ເຮົາ ເຫັນວ່າ: ສະພາບການສັນຈອນ ບົນທ້ອງຖະໜົນໃນແຕ່ລະເສັ້ນ ທາງສຳຄັນແມ່ນຍັງມີຄວາມສັບສົນແອອັດ ແລະ ບໍ່ເປັນ ລະບຽບ, ໂດຍສະເພາະໃນຊົ່ວໂມງເລັ່ງ ດ່ວນຢູ່ເສັ້ນທາງໄກສອນແມ່ນມີລົດແອອັດສັບສົນໜັກຢູ່ເຂດໜ້າ ໂຮງຮຽນມັດທະ ຍົມສິນໄຊ, ເສັ້ນທາງລ້ານຊ້າງແມ່ນຕໍ່ໜ້າ ມສ ວຽງຈັນ, ເສັ້ນທາງຫລວງພະບາງແມ່ນຕໍ່ໜ້າໂຮງຮຽນ ມສ ສີໂຄດ ແລະ ເສັ້ນ ທາງອື່ນໆນັບວ່າຕົກຢູ່ໃນສະພາບແອອັດເຊັ່ນ ດຽວກັນ, ເຊິ່ງສາເຫດຕົ້ນຕໍທີ່ພາໃຫ້ເກີດສະພາບແອອັດດັ່ງກ່າວກໍຍັງແມ່ນ ການ ຈອດລົດຊະຊາຍບໍ່ ເປັນລະບຽບຂອງຜູ້ປົກຄອງທີ່ມາສົ່ງລູກຫລານເຂົ້າໂຮງຮຽນ.

     ທ່ານພັນໂທ ຍຸດຕະພົງ ສຸວັນນະສິງ ຮອງພະແນກຈະ ລາຈອນນະຄອນຫລວງວຽງຈັນ ກ່າວວ່າ: ເພື່ອຮັບປະກັນໃຫ້ການ ສັນຈອນບົນທ້ອງຖະໜົນມີຄວາມສະດວກຄ່ອງຕົວພວກ ເຮົາໄດ້ຈັດກຳລັງເຈົ້າໜ້າທີ່ 300 ກວ່າຄົນເຂົ້າປະຈຳການຢູ່ 60 ກວ່າຈຸດໃນສາຍທາງສຳຄັນໃນຕົວເມືອງເປັນຕົ້ນ: ຈຸດສາມ ແຍກ, ສີ່ແຍກ ແລະ ໜ້າສະຖາບັນການສຶກສາຕ່າງໆທີ່ມີພາຫະ ນະສັນຈອນໄປມາຫລາຍ ,ແຕ່ ຍອມຮັບວ່າໃນຊ່ວງໄລຍະເປີດ ສົກຮຽນໃໝ່ຂອງແຕ່ລະປີນັ້ນ, ສະພາບການສັນຈອນຂອງພາ ຫະນະແມ່ນມີຄວາມສັບສົນ ແລະ ຕິດແອອັດຫລາຍຄືດັ່ງພວກເຮົາ ໄດ້ຮັບຮູ້ນຳກັນ, ເນື່ອງຈາກແຕ່ລະປີໄດ້ມີພາຫະນະເພີ່ມ ຂຶ້ນຢ່າງຕໍ່ເນື່ອງ, ເສັ້ນທາງຫລາຍສາຍຕົກຢູ່ໃນສະພາບເປ່ເພຊຸດໂຊມ ເປັນຂຸມເປັນບວກ ແລະ ບາງເສັ້ນທາງມີການປັບປຸງສ້ ອມແປງ, ອັນໄດ້ສ້າງຄວາມສັບສົນໃຫ້ແກ່ການສັນຈອນຄືດັ່ງກ່າວ.

No comments:

Post a Comment