Ad

Ad

2 September 2014

ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າອວຍພອນວັນຊາດຫວຽດນາມ



          ວັນທີ 1 ກັນຍານີ້ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງ ການຕ່າງປະເທດນຳໂດຍທ່ານນາງ ສິນທອນ ໄຊຍະຈັກ ກຳມະການສູນກາງ ພັກ, ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປເທດ, ໄດ້ນຳກະຕ່າດອກໄມ້ເຂົ້າອວຍພອນສະຖານເອກອັກ ຄະລັດຖະທູດຫວຽດນາມປະຈຳລາວ , ເນື່ອງໃນໂອ ກາດວັນຊາດ ສສ ຫວຽດນາມ ຄົບຮອບ 69 ປີ (2/9/1945-2/9/2012).    
          ໃນໂອກາດອັນສະຫງ່າລ່າ ສີນີ້, ທ່ານນາງ ສູນທອນ ໄຊຍະ ຈັກ ໄດ້ກ່າວສະແດງຄວາມຊົມ ເຊີຍ ແລະ ປິຕິຍິນດີເປັນ ຢ່າງຍິ່ງຕໍ່ຫມາກຜົນອັນໃຫຍ່ຫລວງທີ່ ພັກ, ລັດຖະບານ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງຍາດ ມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນຳພາອັນສະຫລາດສ່ອງ ໃສຂອງພັກກອມມູນິດຫວຽດ ນາມ ແລະ ຖືວ່ານີ້ເປັນສິ່ງກະ ຕຸກຊຸກຍູ້ ແລະ ການສະ
ຫນັບສະຫນູນອັນໃຫຍ່ຫລວງຕໍ່ປະຊາຊົນລາວໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຂອງຕົນ ແລະ ທ່ານລັດຖະມົນຕີຊ່ວຍກໍໄດ້ກ່າວສະແດງ ຄວາມຂອບອົກຂອບໃຈຢ່າງ ເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມໄດ້ຕັ້ງ ຫນ້າຊ່ວຍເຫລືອລາວຢ່າງມີປະສິດທິຜົນໃນຫລາຍປີຜ່ານມາ ແລະ ຫວັງວ່າໃນຕໍ່ຫນ້ານີ້ສອງ ຝ່າຍຈະເພີ່ມ ທະວີການຮ່ວມມື ຊ່ວຍເຫລືອຊຶ່ງກັນ ແລະ ກັນໃຫ້ ຫລາຍຂຶ້ນ, ປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ການພົວ ພັນແບບພິເສດລະ ຫວ່າງສອງປະເທດລາວ-ນາມ ນັບມື້ຂະຫຍາຍຕົວຢ່າງຫນັກ ແຫນ້ນ ແລະ ສາມາດຕອບສະຫນອງ ຄວາມມຸ້ງມາດປາຖະນາຂອງປະຊາຊົນສອງຊາດໄດ້.   

  ໃນໂອກາດດຽວກັນ ເອກອັກຄະລັດຖະທູດ ຫງວຽວແມັງຮຸ່ງ ກໍໄດ້ກ່າວສະແດງຄວາມຂອບ ໃຈຢ່າງເລິກເຊິ່ງຕໍ່ຄຳອວຍ ພອນອັນປະເສີດ ແລະ ເຕັມໄປດ້ວຍ ນຳໃຈມິດຕະພາບຫວຽດນາມ - ລາວຂອງທ່ານລັດຖະມົນຕີຊ່ວຍ ແລະ ສະແດງ ຄວາມຂອບໃຈ ຢ່າງຈິງໃຈຕໍ່ການຊ່ວຍເຫລືອ ອັນໂປງໃສຂອງພັກ, ລັດຖະ ບານ ແລະ ປະຊາຊົນລາວທີ່ມີຕໍ່ ສສ ຫວຽດນາມ ແລະ ທ່ານທູດໄດ້ເນັ້ນວ່າ: ການພົວພັນຮ່ວມມື ຫວຽດນາມ ແລະ ລາວ ນັບມື້ ກ້າວເຂົ້າສູ່ລວງເລິກ, ການຮ່ວມມືໄດ້ຮັບການ ເປີດກວ້າງ, ການແລກປ່ຽນຢ້ຽມຢາມການນຳຂັ້ນສູງຂອງພັກ ແລະ ລັດຖະບານສອງຝ່າຍໃນໄລຍະຜ່ານມາໄດ້ເປັນຂີດຫມາຍ ອັນງົດງາມໃຫ້ແກ່ປະຊາຊົນສອງຊາດ ແລະ ຫວັງວ່າໃນອະນາຄົດທັງສອງ ຝ່າຍຈະເພີ່ມທະວີກະຕຸກຊຸກຍູ້ ການພົວພັນຮ່ວມມື ຊ່ວຍເຫລືອ ຊຶ່ງກັນ ແລະ ກັນໃຫ້ຫລາຍຂຶ້ນ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງການພົວ ພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງປະເທດຫວຽດນາມ - ລາວ ນັບມື້ ເຂົ້າສູ່ລວງເລິກ ແລະ ມີຫມາກຜົນຕົວຈິງເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດ ແລະ ມີຄວາມຫມັ້ນຄົງ ແລະ ການພັດທະນາທີ່ສີວິໄລໃນຂົງເຂດ ແລະ ໃນໂລກ.

No comments:

Post a Comment