Ad

Ad

2 September 2014

ນ້ຳຖ້ວມໃນຜ່ານມາເຮັດໃຫ້ເນື້ອທີ່ກະສິກຳ ແລະ ສັດລ້ຽງຖືກເສຍຫາຍເປັນຈຳນວນຫຼາຍ

        ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ຕະຫຼອດ 1 ເດືອນຜ່ານມາໄດ້ເກີດມີສະພາບຝົນຕົກຕໍ່ເນື່ອງຫຼາຍວັນເຮັດໃຫ້ ເກີດນ້ຳຖ້ວມຂັງໃນລາຍພື້ນທີ່ຢູ່ຫຼາຍແຂວງເຊັ່ນ: ສາລະວັນ, ຈຳ ປາສັກ, ຄຳມ່ວນໄດ້ເຮັດໃຫ້ເນື່ອ ທີ່ກະສິກຳ ແລະ ລັດລ້ຽງ ຈຳນວນໜຶ່ງໃນບາງແຂວງຖືກຜົນ ກະ ທົບ ແລະ ເສຍຫາຍຄື: ເນື້ອທີ່ ນາໄດ້ຮັບຜົນກະທົບທັງໝົດປະ ມານ 36.216 ເຮັກຕາ ແລະ ເສຍ ຫາຍປະມານ 9.760 ເຮັກຕາ, ເນື່ອທີ່ດິນເຊາະເຈື່ອນ 11,6 ເຮັກ ຕາ, ເນື່ອທີ່ສວນຖືກຜົນກະທົບ 1.366 ເຮັກຕາ ແລະ ເສຍຫານ ປະມານ 1.00 ກວ່າເຮັກຕາ, ສັດ ລ້ຽງເສຍຫາຍຈຳນວນໜຶ່ງຄື: ງົວ, ຄວາຍ 4 ໂຕ, ໝູ 38 ໂຕ ແລ ສັດປີກ 500 ກວ່າໂຕ, ໜອງປາ ຖືກຜົນກະທົບ 343 ໜອງ, ລະ ບົບຊົນລະປະທານເສຍຫາຍ 5 ແຫ່ງ, ຕໍ່ບັນຫາດັ່ງກ່າວທາງ ຂະ ແໜງກະຊິກຳ ແລະ ປ່າໄມ້ ກໍໄດ້ ລົງສົມທົບກັບອຳນາດການປົກ ຄອງທ້ອງຖິ່ນເຂດທີ່ໄດ້ຜົນກະ ທົບເພື່ອຊ່ວຍເຫຼືອເກັບກູ້ ແລະ ຟື້ນຟູການຜະລິດຄືນໃໝ່ໃຫ້ທ່ວງທັນລະດູການ.

No comments:

Post a Comment