Ad

Ad

2 September 2014

ຜູ້ຊົມໃຊ້ສະເໜີໃຫ້ໄຟຟ້າກວດກາຄືນລະບົບໄຟບາງຈຸດມັກມອດ



         ທີ່ຜ່ານມາລັດວິສາຫະກິດ ໄຟຟ້າລາວນະຄອນຫຼວງວຽງ ຈັນ, ໄດ້ຖືສຳຄັນໃນການຄຸ້ມຄອງ, ປົກປັກຮັກສາສະ ບົບໄຟຟ້າເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມລວມ ໄປເຖິງການອຳນວຍຄວາມສະດວກທາງດ້ານແສງສະ ຫວ່າງຕໍ່ການດຳລົງຊີວິດຂອງປະຊາຊົນໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ, ແຕ່ໃນຂະນະດຽວກັນຍັງມີລະບົບສາຍສົ່ງໄຟ ຟ້າຢູ່ບາງ ຈຸດຍັງບໍ່ທັນຕອບສະໜອງຢ່າງສະໝ່ຳສະເໝີ, ມັກເກີດໄຟ ຕົກ, ໄຟມອດເປັນປະຈຳໂດຍສະເພາະແມ່ນຍາມຄ່ຳ ຄືນເປັນຕົ້ນ: ເຂດຮ່ອມ 20 ບ້ານຄຳຮຸ່ງ ເມືອງໄຊທານີ ແລະ ບ່ອນອື່ນໆ.
       ສະພາບດັ່ງກ່າວໄດ້ເກີດມີມາເປັນເວລາຫຼາຍເດືອນ  ຊຶ່ງແຕ່ ລະເດືອນຈະມີເຫດການໄຟຟ້າ ມອດຢູ່ຈຸດ ດັ່ງກ່າວເຖິງ 3 - 4 ຄັ້ງບໍ່ເວັ້ນກາງເວັນ ແລະ ການຄືນ, ບາງຄັ້ງໄຟຟ້າມອດແກ່ ຍາວແຕ່ຕອນກາງຄືນຈົນຮອດ ຮຸ່ງເຊົ້າ, ອັນໄດ້ສ້າງຄວາມລຳ ຄານໃຫ້ແກ່ຜູ້ຊົມໃຊ້ເປັນຈຳ ນວນບໍ່ໜ້ອຍ, ດັ່ງນັ້ນ, ຈຶ່ງໄດ້ສະເໜີມາຍັງພາກສ່ວນກ່ຽວຂ້ອງ ເພື່ອຊ່ວຍກວດກາແກ້ໄຂເຮັດ
ແນວໃດໃຫ້ປະຊາຊົນໄດ້ຊົມໃຊ້ ໄຟຟ້າຢ່າງສະດວກ ແລະ ເປັນປົກກະຕິຄືກັບເຂດອື່ນໆ, ໃນຂະນະດຽວກັນປະຊາຊົນເຂດ ບ້ານໜອງພະຍາ ເມືອງດັ່ງກ່າວ ລວມໄປເຖິງບັນດາບ້ານທີ່ຢູ່ ລຽບແຄມທາງແຕ່ໄຟແດງຕານມີໄຊ-ສາມແຍກໜອງບຶກໄດ້ຂໍ ຮ້ອງມາຍັງພາກສ່ວນກ່ຽວຂ້ອງໃຫ້ແກ້ໄຂຕິດຕັ້ງໄຟເຍືອງທາຢູ່ ເສັ້ນທາງສາຍດັ່ງກ່າວ, ເນື່ອງ ຈາກເສັ້ນທາງສາຍນີ້ເປັນເສັ້ນ ທາງມືດ-ປ່ຽວ ສ້າງຄວາມ ຫຍຸ້ງຍາກໃຫ້ແກ່ການສັນຈອນ ໄປມາຍາມຄ່ຳຄືນ ແລະ ມັດເກີດ ອຸປະຕິເຫດຂຶ້ນເປັນປະຈຳ, ທັງ ເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີ ເຄື່ອນໄຫວປຸ້ນຈີ້ ແລະ ກ່ໍເຫດບໍ່ດີອື່ນໆອີກ.

No comments:

Post a Comment