Ad

Ad

1 September 2014

ນາຍົກອອກຄຳສັ່ງໃຫ້ເອົາ​ໃຈ​ໃສ່​ປ້ອງ​ກັນ ​ແລະ ສະກັດ​ກັ້ນການ ລະບາດ​ຂອງ​ພະຍາດອີ​ໂບລາ



     ທ່ານ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ, ໄດ້​ອອກ​ຄຳ​ສັ່ງ​​ໃຫ້​ພາກສ່ວນ​ກ່ຽວຂ້ອງ ​ໂດຍ​ສະ​ເພາະ​ແມ່ນ​ກະຊວງ​ສາທາລະ ນະ​ສຸກ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ກະຊ ວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ​ແລະ ບັນດາ​ເຈົ້າ​ແຂວງ​ໃນ​ທົ່ວ​ປະ​ເທດ, ພ້ອມ​ກັນ​ເອົາ​ໃຈ​ໃສ່ປ້ອງ​ກັນ ​ແລະ ສະກັດ​ກັ້ນ ການລະບາດ​ຂອງ​ພະຍາດ ອີ​ໂບ ລາ ທີ່​ອາດ​ຈະ​ເກີດ​ຂຶ້ນຢູ່ ສປປ ລາວ.ເນື່ອງຈາກ, ປັດ ຈຸບັນ​ໄດ້​ມີ​ການລະບາດ​ໃຫຍ່​ຂອງ​ພະຍາດ​ອີ​ໂບລາ​ໃນ​ປະ​ເທດ​ເຊຣາລີ​ອອນ, ໄລ​ບີ​ເຣຍ, ກິ​ນີ ​ແລະ ​ໄນ​ຈີ​ເຣຍ ໃນ​ທະວີບອາ​ຟຣິກກາ, ເຊິ່ງລາວ ຍັງ​ມີ​ຄວາມ​ສ່ຽງ​ຈາ​ກການ​ເຂົ້າ- ອອກ​ຂອງ​ຜູ້​ໂດຍສານທີ່​ເດີນ ທາງ​ມາ​ຈາກ​ປະ​ເທດ​ທີ່​ມີ​ການລະ ບາດ, ສະນັ້ນ, ເພື່ອ​ເປັນ​ການ​ປ້ອງ​ກັນ ​ແລະ ສະກັດກັ້ນການ ລະບາດ​ຂອງ​ພະຍາດ​ດັ່ງກ່າວ​ທີ່​ອາດ​ຈະ​ເກີດ​ຂຶ້ນຢູ່​ປະ​ເທດ​ເຮົາ, ທ່ານ​ນາຍົກລັດຖະມົນຕີ ໄດ້​ອອກ​ຄຳ​ສັ່ງ​ດັ່ງນີ້: ​ໃຫ້​ກະຊວງ​ສາທາ ລະນະ​ສຸກເປັນ​ຈຸດ​ປະສານ​ງານ​ໃນ​ວຽກ​ງານ​ສະກັດ​ກັ້ນພະຍາດ ອີ​ໂບລາ ​ໂດຍ​ເອົາ​ໃຈ​ໃສ່​ຕິດຕາມ​ສະພາບ​ການລະບາດ​ຂອງ​ພະ ຍາ​ດດັ່ງກ່າວໃນ​ທົ່ວ​ໂລກ​ຢ່າງ​ໃກ້​ຊິດ, ປະສານ​ສົມທົບ​ການ​ອົງ ການ​ຈັດຕັ້ງສາກົນ ​ແລະ ບັນດາ​ປະ​ເທດ​ອາ​ຊຽນໃນ​ການ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ມາດ​ຕະການ​ກັນ​ພະຍາດຕາມ​ລະ ບຽບ​ສາທາລະນະ​ສຸກ​ສາກົນ, ເຜີຍ​ແຜ່​ຄວາມ​ຮູ້ ​ແລະ ວິທີ​ປ້ອງ​ກັນ​ຕົນ​ເອງ​ໃຫ້​ປະຊາຊົນ, ເພີ່ມ​ທະວີ​ການ​ເຝົ້າ​ລະວັງ​ໃນ​ທົ່ວ​ປະ​
ເທດ, ຮັບປະກັນ​ໃຫ້​ມີ​ແພດ​ປະຈຳ​ຢູ່ດ່ານ​ສາກົນ​ຕ່າງໆ ​ໂດຍ​ສະ​ເພາະ​ຢູ່ໃນ​ສະໜາມ​ບິນສາກົນ​ວັດ​ໄຕ ​ແຂວງ​ຫລວງ​ພະ​ບາງ​ສະຫວັນ​ນະ​ເຂດ​ ຈຳປາ​ສັກ ​ແລະ ຂົວ​ມິດຕະພາບ 1, 2, 3 ​ແລະ 4 ​ເພື່ອ​ກວດກາ, ຕິດຕາມ​ຜູ້​ໂດຍ ສານ​ທີ່​ເດີນທາງ​ມາ​ຈາກ​ປະ​ເທດ​ທີ່​ມີ​ການລະບາດ ​ແລະ ​ໃຫ້​ກັກ​ກັນ​ຜູ້​ໂດຍສານ​ດັ່ງກ່າວ ຖ້າ​ຫາກ​ມີ​ອຸ​ນະ​ພູມ​ຫລາຍ​ກວ່າ 38 ອົງ ສາ, ​ເລັ່ງສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ຫ້ອງ​ວິ​ເຄາະໃນ​ການ​ບົ່ງມະຕິ​ພະຍາດ​ອີ​ໂບລາ, ກະກຽມ​ຫ້ອງ​ແຍກ​ປ່ຽວ, ພາຫະນະ, ອຸ​ປະ​ກອນ, ຢາ ​ແລະ ສານ​ເຄມີ, ສືບຕໍ່​ຝຶກ​ອົບຮົມ​ໃຫ້​ພະນັກງານ​ແພດ, ໝໍ ​ແລະ ພະນັກງານ​ປະຈຳ​ດ່ານ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ກໍລະນີ​ພະຍາດ​ລະບາດ, ສືບຕໍ່​ປັບປຸງ​ທີ​ມງານ​ຕອບ​ໂຕ້​ດ່ວນພ້ອມ​ທັງ​ເລັ່ງ ສ້າງ​ແຜນ​ງົບປະມານເພື່ອ​ປ້ອງ​ກັນ ​ແລະ ສະກັດ​ກັ້ນການລະບາດ​ຂອງ​ພະຍາດ​ອີ​ໂບລາ ​ແລ້ວ​ນຳ​ສະ​ເໜີລັດຖະບານເພື່ອພິຈາ ລະນາ​ດ່ວນ, ໃຫ້ທ່ານ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ​ແລະ ບັນດາ​ເຈົ້າ​ແຂວງ​ໃນ​ທົ່ວ​ປະ​ເທດ ເອົາ​ໃຈ​ໃສ່​ຊີ້ນຳ-ນຳພາ​ພະ​ແນ​ກ ການ​ຕ່າງໆ​ອ້ອມ​ຂ້າງ​ຂອງ​ຕົນກໍ​ຄື​ອຳນາດ​ການ​ປົກຄອງ​ຂັ້ນ​ເມືອງ ​ແລະ ຂັ້ນ ບ້ານ, ລະດົມ​​ປະຊາຊົນ​ທຸກ​ຄົນ​​ໃຫ້ມີ​ສ່ວນ​ຮ່ວມ​ໃນ​ການ​ປ້ອງກັນ​ພະຍາດ​ອີ​ໂບລາ​ຢ່າງ​ເປັນ​ເຈົ້າ​ການ, ໃຫ້ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບໂດຍ​ສະ​ເພາະ​ພາກສ່ວນ​ຮັບຜິດຊອບ​ດ່ານ​ກວດກາ​ຄົນ​ເຂົ້າ-ອອກ​ເມືອງ​ ຢູ່​ບັນດາ​ດ່ານ​ສາກົນ​ໃນ​ທົ່ວ​ປະ​ເທດເອົາ​ໃຈ​ໃສ່​ຢ່າງ​ເຂັ້ມງວດ​ຕໍ່​ການ​ເຂົ້າຂອງ​ຜູ້​ໂດຍສານທີ່​ເດີນ ທາງ​ມາ​ຈາກ​ປະ​ເທດ​ທີ່​ມີ​ການ ລະບາດ ​ເຊິ່ງຕ້ອງ​ໄດ້​ຜ່ານ​ການ​ກວດກາ ໂດຍ​ເຈົ້າ​ໜ້າ​ທີ່​ແພດ​ປະ ຈຳ​ດ່ານ​ກ່ອນ​ທຸກ​ຄັ້ງ, ໃຫ້​ກະ ຊວງ​ການ​ຕ່າງປະ​ເທດ​ຕິດຕາມ ແລະ ​ເກັບ​ກຳ​ຂໍ້​ມູນການ​ຂໍ​ອະນຸ ມັດ​ວີ​ຊາ​ເຂົ້າປະ​ເທດຂອງ​ຜູ້​ທີ່​ເດີນທາງ​ມາ​ຈາກ​ປະ​ເທດ​ທີ່​ມີ​ການລະບາດໃນ​ໄລຍະ 21 ວັນ​ຜ່ານ​ມາ, ແລ້ວ​ແຈ້ງ​ໃຫ້​ກະຊວງ​ສາທາລະນະ​ສຸກ​ຊາບ ​ແລະ ແນະ ນຳ​ໃຫ້​ພົນລະ​ເມືອງ​ລາວຫລີກ ເວັ້ນການ​ເດີນທາງ​ທີ່​ບໍ່​ຈຳ​ເປັນ​ໄປ​ປະ​ເທດ​ດັ່ງກ່າວ, ໃຫ້​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວໂຄສະນາ​ເຜີຍ​ແຜ່​ທາງ​ໂທລະພາບ, ວິທະຍຸ ແລະ ອື່ນໆ​ ເພື່ອໃຫ້​ຄວາມ​ຮູ້​ທົ່ວ​ໄປ​ທີ່​ຖືກຕ້ອງ​ແກ່​ປະຊາຊົນ​ໃນ​ການ​ປ້ອງ​ກັນ​ພະຍາດ ​ແລະ ແນະ ນຳ​​ໃຫ້ປະຊາຊົນແຈ້ງ ​ແລະ ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ​ທາງ​ສາຍ​ດ່ວນ​ກະຊວງ​ສາທາລະນະ​ສຸກ 166 ຕະຫລອດ 24 ຊົ່ວ​ໂມງ,​ໃຫ້​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງອຳນວຍ​ຄວາມ​ສະດວກ ແລະ ສະຖານ​ທີ່​ໃນ​ການ​ກວດກາ​ກັ່ນ​ຕອງ​ເບື້ອງຕົ້ນຢູ່​ດ່ານ​ສາກົນ​ຕ່າງໆ ໂດຍ​ສະ​ເພາະ​ຢູ່​ໃນ​ສະ ໜາມ​ບິນສາກົນ​ວັດ​ໄຕ ​ຫລວງ​ພະ​ບາງ ສະຫວັນ​ນະ​ເຂດ ຈຳປາ​ສັກ ​ແລະ ຂົວ​ມິດຕະພາບ 1,2,3 ແລະ 4. ພ້ອມ​ກັນນີ້, ໃຫ້​​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ, ບັນດາ​ເຈົ້າ​ແຂວງ, ບັນດາ​ກະຊວງ ​ແລະ ອົງການ​ທຽບ​ເທົ່າ ຈົ່ງ​ພ້ອມ​ກັນ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິ ບັດ​ລົງ​ສູ່​ພາກ​ປະຕິ ບັດ​ຕົວ​ຈິງ​ຢ່າງ​ເຂັ້ມງວດ ​ແລະ ທັນ​ການ.

No comments:

Post a Comment