Ad

Ad

1 December 2016

ພຽງເດືອນພະຈິກຜ່ານມາຢູ່ທົ່ວນະຄອນຫລວງວຽງຈັນມີຜູ້ເສຍຊີວິດຈາກອຸປະຕິເຫດ 24 ຄົນ

          ປັດຈຸບັນສະພາບອຸປະຕິເຫດບົນທ້ອງຖະໜົນມີທ່າອ່ຽງເພີ່ມ ຂຶ້ນ, ສະເພາະຢູ່ຕາມຕົວເມືອງໃຫຍ່ແມ່ນບໍ່ເວັ້ນແຕ່ລະມື້, ອັນໄດ້ສົ່ງຜົນເສຍຫາຍ ທັງເສຍຊີວິດ ແລະ ຊັບສິນເປັນຈຳນວນບໍ່ໜ້ອຍ.
          ດັ່ງເຈົ້າໜ້າທີ່ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພຽງເດືອນພະຈິກນີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 130 ກໍລະນີ, ມີພາຫະນະເປ່ເພຫລາຍກວ່າ 200 ຄັນ, ມີຜູ້ໄດ້ຮັບບາດເຈັບເກືອບ 200 ຄົນ ແລະ ມີຜູ້ເສຍຊີວິດ 24 ຄົນ, ຍິງ 5 ຄົນ, ໃນ
ນັ້ນ ມີຄົນຕ່າງປະເທດ 1 ຄົນ, ທຽບໃສ່ເດືອນຜ່ານມາເພີ້ມຂຶ້ນ 14 ກໍລະນີ ແລະ ຜູ້ເສຍຊີວິດກໍເພີ້ມຂຶ້ນ 14 ຄົນ, ໃນນັ້ນ ເມືອງໄຊທານີ ເປັນເມືອງທີ່ມີອຸປະຕິເຫດເກີດຂຶ້ນຫລາຍກວ່າໝູ່.
          ເຈົ້າໜ້າທີ່ແຈ້ງວ່າ: ອຸປະຕິເຫດສ່ວນໃຫຍ່ແມ່ນລົດຈັກຕຳກັບລົດຈັກ, ຍ້ອນການປະໝາດ ແລະ ຂາດສະຕິ, ບໍ່ເຄົາລົບລະບຽບຈະລາຈອນດື່ມສິ່ງມືນເມົາແລ້ວຂັບຂີ່ ແລະ ຂາດການກວດກາສະພາບເຕັກນິກຂອງລົດ ຈຶ່ງພາໃຫ້ເກີດອຸປະຕິເຫດຕາມມາ. ດັ່ງນັ້ນ ຈຶ່ງເຕືອນໃຫ້ນັກຂັບຂີ່ ກໍຄືຜູ້ໃຊ້ລົດໃຊ້ຖະໜົນເພີ່ມທະວີຄວາມເປັນເຈົ້າການປະຕິບັດລະບຽບການຈະລາຈອນໃຫ້ເຂັ້ມງວດ.

No comments:

Post a Comment