Ad

Ad

1 December 2016

ຮ່ວມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ


        ວັນທີ 30 ພະຈິກນີ້, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ,ຮ່ວມກັບອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ( UNFPA ) ແລະ ອົງການ UNW OMEN, CARE International, ສະມາຄົມການພັດທະນາບົດບາດຍິງ-ຊາຍ, ສະມາຄົນເພື່ອການພັດທະນາຂອງແມ່ຍິງ ແລະ ການສຶກສາດ້ານກົດໝາຍ ແລະ ສະ ຖານທູດອັງກິດປະຈຳລາວ,ໄດ້ຈັດສຳມະນາ ແລະ ກິດຈະກຳຕ່າງໆໆຂື້ນ, ທີ່ມະຫາວິທະ ຍາໄລແຫ່ງຊາດ (ມຊ) ພາຍໃຕ້ຫົວຂໍ້: ທັບມ້າງຄວາມມິດງຽບ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເພື່ອເພີ່ມຄວາມຮັບຮູ້ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ໄວໜຸ່ມຍິງໃຫ້ແກ່ຄູອາຈານ ແລະ ນັກຮຽນັກສຶກສາມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ຮອງອະທິການບໍດີ ມະຫາວິທ ະຍາໄລແຫ່ງຊາດ, ຜູ້ຕ່າງໜ້າອົງການ UNFPA , ຕ່າງໜ້າຈາກກະຊວງ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມເປັນຈຳນວນຫຼາຍ.
ຮອງອະທິການບໍດີ ມຊ ກ່າວວ່າ: ການຈັດສຳມະນາໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດຕໍ່ຄູອາຈານ-ພະນັກງານ ແລະ ນັກຮຽນ-ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ແລະ ເປັນຄັ້ງທຳອິດທີ່ຈັດຂື້ນຢູ່ມະຫາໄລແຫ່ງນີ້,ຊຶ່ງຂໍ້ມູນຕ່າງໆຈາກການສົນທະນາໃນຄັ້ງນີ້ຈະເປັນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກສຶກສາໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບສະພາບຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນປະເທດເຮົາ, ຕະຫຼອດເຖິງວິທີການແກ້ໄຂບັນຫາຕ່າງໆຈາກພາກສ່ວນກ່ຽວຂ້ອງ, ລວມເຖິງການປົກປ້ອງ, ຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ເພື່ອກ້າວໄປສູ່ການພັດທະນາແບບຍືນຍົງ, ຊຶ່ງກ່ອນອື່ນໝົດພວກເຮົາຕ້ອງລືບລ້າງຄວາມຮຸນແຮງດັ່ງກ່າວໃຫ້ທົ່ວສັງຄົມມີຄວາມສະຫງົບສຸກ, ປອດໄພ, ມີຄວາມສະເໝີພາບ ແລະ ຢູ່ຮ່ວມກັນໂດຍສັນຕິ, ແຕ່ຈະເຮັດໄດ້ແນວນັ້ນທຸກພາກສ່ວນຕ້ອງໄດ້ມີສ່ວນຮ່ວມໃນການພັດທະນາ ແລະ ປົກປ້ອງແມ່ຍິງ, ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍຢູ່ທຸກຂົງເຂດໜ້າວຽກ ແລະ ສ້າງໂອກາດໃຫ້ແມ່ຍິງໄດ້ເຄື່ອນໄຫວຢ່າງເຕັມສ່ວນຕາມສິດທິ ແລະ ຄວາມຕ້ອງການຂອງເຂົາເຂົ້າແຕ່ເຍົາໄວ.

          ຜູ້ຕາງໜ້າອົງການ UNFPA ກ່າວວ່າ: ຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນລາວແມ່ນມີອາຍຸຕ່ຳກວ່າ 25 ປີ, ຊຶ່ງໄວໜຸ່ມແມ່ນມີບົດບາດສຳຄັນຫຼາຍຕໍ່ການພັດທະນາໃນປັດຈຸບັນ ແລະ ອະນາຄົດ ແລະ ສປປລາວ ຈະໄດ້ຮັບຜົນປະໂຫຍດທາງດ້ານປະຊາກອນຢ່າງຫຼວງຫຼາຍຖ້າມີການລົງທືນໃສ່ໄວໝຸ່ມຍິງ ແລະ ແມ່ຍິງ, ເນື່ອງຈາກໄວໜຸ່ມເປັນຊ່ວງທີ່ມີອາລົມ ແລະ ຄວາມສ່ຽງຫຼາຍ ແລະ ການປະສົບກັບຄວາມຮຸນແຮງທຸກຮູບແບບຈະສົ່ງຜົນຕໍ່ການດຳລົງຊີວິດຂອງເຂົາເຈົ້າໄປຕະຫຼອດຊີວິດ ແລະ ຄວາມຮຸນແຮງເຫຼົ່ານັ້ນຈະສົງຜົນທີ່ຮ້າຍແຮງ ແລະ ກະທົບທາງລົບໃນໄລຍະສັ້ນ ແລະ ໄລຍະຍາວຕໍ່ການພັດທະນາຂອງເດັກຍິງ, ສຳລັບໄວໜຸ່ມທີ່ຖືກຄວາມຮຸນແຮງມີແນວໂນມທີ່ຈະພົວພັນກັບການກະທຳທີ່ບໍ່ດີ ແລະ ມີຄວາມສ່ຽງສູງ,ໂດຍສະເພາະແມ່ນເຮັດໃຫ້ການຮຽນບໍ່ໄດ້ດີ, ດັ່ງນັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຈາກເປັນສິ່ງທີ່ຮັບບໍ່ໄດ້,ດັ່ງ ນັ້ນທຸກພາກສ່ວນຕ້ອງຮ່ວມກັນທັບມ້າງຄວາມມິດງຽບເພື່ອລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເພື່ອການພັດທະນາທີ່ຍືນຍົງ.

No comments:

Post a Comment