Ad

Ad

1 December 2016

ລາວກຽມເປີດນຳໃຊ້ບໍລິການເອີ້ນລົດຮັບສົ່ງຜ່ານແອັບພິເຄເຊິນ


        ບໍລິສັດ ກີວີ ຈຳກັດ ໄດ້ນຳສະເໜີການໃຫ້ບໍລິການເອີ້ນລົດຮັບສົ່ງ Taxi Services ຜ່ານ ແອັບພິເຄເຊິນ, ພາຍໃຕ້ຊື່ວ່າ: VAIVAI, ເຊິ່ງເປັນການບໍລິການລົດຮັບສົ່ງທີ່ຄ່ອງຕົວ ໃນຊີວິດປະຈຳວັນເປັນຕົ້ນ ແທັກຊີ, ລົດຕູ້, ຈຳໂບ້-ຕຸກໆ ແລະ ລົດຈັກ ເພື່ອ ສະດວກສະບາຍໃນການໃຊ້ບໍລິການ.

          ຜູ້ອຳນວຍການບໍລິສັດ ກີວີ ໃຫ້ຮູ້ວ່າ: ສຳລັບແອັບພິເຄເຊິນດັ່ງກ່າວ ແມ່ນສາມາດ ດາວໂຫລດມາເກັບໄວ້ໃນໂທລະສັບຂອງທຸກຄົນໄດ້ແລ້ວມື້ນີ້, ໂດຍການເຂົ້າໄປທີ່ Play store ຫລື App store ໃນໂທລະສັບ, ຫລັງຈາກນັ້ນ ກໍດາວໂຫລດ, ພ້ອມທັງປະຕິບັດ ຕາມຄຳ
ແນະນຳຂອງລະບົບ ແລະ ກໍເປີດນຳໃຊ້ໄດ້ເລີຍ, ນອກນີ້ ທາງບໍລິສັດ ຈະເລີ່ມ ການຕິດຕັ້ງເຄື່ອງໃຫ້ບໍລິການຜ່ານຄອມພິວເຕີ ທີ່ຕັ້ງຢູ່ສະໜາມບິນວັດໄຕ ນະຄອນ ຫລວງວຽງຈັນ ແລະ ຂະຫຍາຍໄປແຂວງ ອື່ນໆໃນທົ່ວປະເທດການບໍລິການດັ່ງກ່າວ ແມ່ນຖືກນຳໃຊ້ໃນຕ່າງປະເທດຫລາຍສົມຄວນ ແລະ ໄດ້ຮັບ ການຕອບຮັບເປັນຢ່າງດີ, ຊຶ່ງມັນເປັນສິ່ງທີ່ຈຳເປັນສຳລັບນັກທ່ອງທ່ຽວຈາກຕ່າງປະເທດ ທີ່ເຂົ້າໄປທ່ອງທ່ຽວໃນປະເທດນັ້ນໆ, ພ້ອມທັງໄດ້ໃຊ້ບໍລິການລົດຮັບສົ່ງຢ່າງວ່ອງໄວ ແລະ ປອດໄພ, ປະຢັດເວລາ ແລະ ສະດວກສະບາຍໃນການເດີນທາງ, ສິ່ງທີ່ສຳຄັນນັກທ່ອງ ທ່ຽວສາມາດຮູ້ປະຫວັດຂອງພະນັກງານຂັບລົດກ່ອນຈະໃຊ້ບໍລິການ, ພ້ອມທັງຕໍ່ລອງ ລາຄາຄ່າບໍລິການຈົນກວ່າລູກຄ້າຈະພໍໃຈໄດ້ນຳດ້ວຍ.

No comments:

Post a Comment