Ad

Ad

30 November 2016

ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາອາຊີຄັ້ງທີ 9

           ກອງປະຊຸມສະມັດຊາລັດຖະສະພາອາຊີຄັ້ງທີ 9 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ພະຈິກນີ້ທີ່ຊຽມລຽບຣາຊະອານາຈັກກໍາປູເຈຍ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ, ມີບັນດາປະທານ, ຮອງປະທານລັດຖະສະພາບັນດາປະເທດອາຊີຈາກ 23 ປະເທດເຂົ້າຮ່ວມ.
            ໃນພິທີຮອງປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກໍາປູເຈຍ ທັງເປັນປະທານຄະນະກໍາມະການກອງປະຊຸມດັ່ງກ່າວໄດ້ຂຶ້ນກ່າວຕ້ອນຮັບຜູ້ແທນກອງປະຊຸມວ່າ: ລັດຖະສະພາ, ລັດຖະບານ ແລະ ປະຊາຊົນຣາຊະອານາຈັກກໍາປູເຈຍ ມີຄວາມພາກພູມໃຈທີ່ໄດ້ເປັນ
ປະທານສະ ມັດຊາລັດຖະສະພາອາຊີໃນໄລຍະເວລາ 2 ປີ, ນີ້ເປັນການສະແດງໃຫ້ເຫັນວ່າ ຣາຊະອານາ ຈັກ ກໍາປູເຈຍ ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມໝັ້ນຄົງທີ່ເປັນເງື່ອນໄຂສະດວກໃນການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ເພື່ອເຕົ້າໂຮມບັນດາຜູ້ຕາງໜ້າຂອງປະຊາຊົນທົ່ວທະວີບອາຊີໄດ້ມາຮ່ວມ.
            ທ່ານຮອງປະທານສະພາແຫ່ງຊາດກໍາປູເຈຍ ກ່າວວ່າ: ສັນຕິພາບແມ່ນປັດໃຈທີ່ຈໍາເປັນ ແລະ ເປັນເງື່ອນໄຂເບືອງຕົ້ນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ເປັນປັດໃຈຕົ້ນຕໍທີ່ຂາດບໍ່ໄດ້ພາຍໃນຂອບພາກພື້ນ ແລະ ສາກົນ, ໃນການສ້າງສາພັດທະນາປະເທດ, ພາກພື້ນ ແລະ ໂລກທີ່ສະຫງົບສຸກ ແລະ ວັດທະນາຖາວອນ. ຂ້າພະເຈົ້າຂໍສະແດງຄວາມຍີນດີຕ້ອນຮັບບັນດາປະທານລັດຖະສະພາ, ຫົວໜ້າລັດຖະບານ ແລະ ບັນດາຜູ້ແທນກອງປະຊຸມທີ່ປະກອບສ່ວນໃຫຍ່ຫລວງເຮັດໃຫ້ກອງປະຊຸມສະມັດຊາລັດຖະສະພາອາຊີຄັ້ງທີ 9 ນີ້ມີບັນຍາກາດແຫ່ງດານຮ່ວມມື ແລະ ປະສົບຜົນສໍາເລັດອັນຈົບງາມ.

            ໃນຕອນຄໍ່າວັນດຽວກັນ, ກໍໄດ້ມີງານລ້ຽງອາຫານຄໍ່າຢ່າງເປັນທາງການ ເພື່ອຕ້ອນຮັບບັນດາຜູ້ແທນກອງປະຊຸມ, ໂດຍການເປັນເຈົ້າພາບຂອງສົມເດັດ ອັກຄະມະຫາ ໂປເຢຍ ຈັກກີ ເຮັງຊໍາຣີນ ປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກໍາປູເຈຍ ທັງເປັນປະທານສະມັດຊາລັດຖະສະພາອາຊີ.

No comments:

Post a Comment