Ad

Ad

30 November 2016

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

            ໂດຍຕອບສະໜອງຕາມຄເຊີນຂອງທ່ານ ຫລີ ເຄີ້ ສຽງ ນາຍົກລັດຖະມົນຕີແຫ່ງ ສປຈີນ, ທ່ານ ທອງລຸນ ສີີສຸລິດ ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມຢ່າງເປັນທາງການນັບແຕ່ວັນທີ 28 ພະຈິກຫາວັນທີ 1 ທັນວາ 2016.
            ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນຈີນໃນວັນທີ 28 ພະຈິກນີ້ໂດຍທ່ານ ຫລີ ເຄີ້ ສຽງ ນາຍົກລັດຖະມົນຕີແຫ່ງ ສປຈີນ, ຊຶ່ງເລີ່ມຕົ້ນດ້ວຍການເຄົາລົບ ແລະ ບັນເລງຊາດລາວ-ຈີນ ຕາມລຳດັບ ແລະ ພາຍຫລັງສຳເລັດພິທີຕ້ອນຮັບທາງການແລ້ວໃນຕອນແລງ
ຂອງວັນດຽວກັນກໍມີການພົບປະສອງຝ່າຍທີ່ຫໍສະພາປະຊາຊົນຈີນນະຄອນຫລວງປັກກິ່ງ. ທ່ານນາຍົກລັດ ຖະມົນຕີ ຫລີ ເຄີ້ ສຽງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍການມາຢ້ຽມຢາມ ສປຈີນ ຢ່າງເປັນທາງການ ແລະ ເປັນຄັ້ງທຳອິດໃນຕຳແໜ່ງນາຍົກລັດຖະມົນຕີຂອງທ່ານ ທອງລຸນ ສີສຸລິດ ພ້ອມທັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຈີນໃຫ້ຝ່າຍລາວຮັບຊາບ ແລະ ໃນໂອກາດນີ້ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມຂອງທ່ານນາຍົກລັດຖະມົນຕີ ຫລີ ເຄີ້ ສຽງ ແລະ ໄດ້ກ່າວສະແດງຄວາມຂອບໃຈທີ່ ສປ ຈີນ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມໂຄງການຊ່ວຍເຫລືອຕ່າງໆອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວໄດ້ເປັນຢ່າງດີ ແລະ ສ ປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືຊ່ວຍເຫລືອເລົ່ານັ້ນໃນຜ່ານມາ ລວມເຖິງບັນດາຂໍ້ລິເລີ່ມຕ່າງໆທີ່ສຳຄັນ ເປັນຕົ້ນແມ່ນການປະກາດເພີ່ມເງິນເຂົ້າກອງທຶນອາຊຽນ-ຈີນຈຳນວນ 5 ລ້ານໂດລາສະຫະລັດແຕ່ປີ 2017-2020, ຈະປະກອບ 3,6 ຕື້ຢວນຊ່ວຍບັນດາປະເທດດ້ອຍພັດທະນາໃນອາຊຽນ ແລະ 50 ລ້ານຢວນເພື່ອສ້າງສວນອຸດສາຫະກຳຢູ່ບັນດາປະເທດອາຊຽນ, ພ້ອມເພີ່ມການແລກປ່ຽນນັກສຶກສາໃຫ້ໄດ້ 3 ແສນຄົນພາຍໃນປີ 2025 ແລະ ຈະສ້າງຕັ້ງກອງທຶນການສຶກສາເສັ້ນສາຍໄໝອາຊຽນ-ຈີນ ໂດຍຈະໃຫ້ທຶນການສຶກສາຕື່ມ 1.000 ທຶນໃນປີ 2017.
            ໃນການພົບປະທີ່ເຕັມດ້ວຍບັນຍາກາດມິດໄມຕີຈິດອັນສະໜິດສະໜົມຖານເພື່ອນມິດຍຸດທະສາດຍາວນານ, ປະເທດບ້ານໃກ້ເຮືອນຄຽງທີ່ດີ, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງເລີກເຊິ່ງ ແລະ ມີຄວາມເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສ ປປ ລາວ ແລະ ສປຈີນ ໃຫ້ມີຄວາມຫລາກຫລາຍ ແລະ ອຸດົມສົມບູນຍິ່ງຂຶ້ນ ແລະ ແລກປ່ຽນທັດສະນະຕໍ່ບາງບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ສອງຝ່າຍໄດ້ເປັນເອກະພາບກັນວ່າ: ນັບແຕ່ສອງປະເທດໄດ້ສ້າງສາຍພົວພັນແບບຄູ່ຮ່ວມຍຸດສາດເປັນຕົ້ນມາຕ່າງຝ່າຍໄດ້ມີຄວາມເຊື່ອໜັ້ນເຊິ່ງກັນ ແລະ ກັນນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນແຕ່ລະຂົງເຂດໄດ້ຮັບໝາກຜົນເປັນໜ້າເພິ່ງພໍໃຈຕາມທິດນຳທີ່ວ່າ: ໜັ້ນຄົງຍາວນານ, ເພື່ອນບ້ານທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ ແລະ ບົນຈິດໃຈ 4 ດີຄື: ບ້ານໃກ້ຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ພ້ອມນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີການສະໜັບສະໜູນ ແລະ ຮ່ວມມືປະສານສົມທົບກັນໃຫ້ສະໜິດແໜ້ນໃນຂອບການຮ່ວມມືໃນພາກພື້ນ ແລະ ສາກົນ, ເພື່ອຜົນປະໂຫຍດຂອງສອງຝ່າຍກໍຄືພາລະກິດສັນຕິພາບ ແລະ ມິດຕະພາບ ແລະ ການຮ່ວມມືພັດທະນາຂອງພາກພື້ນ ແລະ ໃນໂລກ.

           ໃນໂອກາດອັນສະຫງ່າລາສີນີ້, ທ່ານນາຍົກທັງສອງປະເທດໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍຄື: ເອກະສານສັນຍາການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າຊາຍແດນລາວ-ຈີນ ແລະ ເອກະສານແຜນແມ່ບົດຫຍໍ້ວ່າດ້ວຍການຮ່ວມມືເຂດເສດຖະກິດພິເສດບໍ່ເຕ່ນ-ບໍ່ຫານ. ກ່ອນເຂົ້າຮ່ວມງານລ້ຽງຮັບຮອງໃຫ້ກຽດແດ່ທ່ານ ທອງລຸນສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. 

No comments:

Post a Comment