Ad

Ad

30 November 2016

ສາກົນຮຽກຮ້ອງໃຫ້ລາວເພີ່ມການລົງທືນໃນການຕ້ານ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

          ວັນທີ 29 ພະຈິກນີ້, ຄະນະກຳມາທິນການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ( ຄກມຊ ) ຮ່ວມກັບອົງການສະຫະປະຊາດຊາດກອງທນສຳລັບປະຊາ ກອນ ( UNFPA ) ໄດ້ຈັດສຳມະນາຮຽກຮ້ອງໃຫ້ເພີ່ມການລົງທືນໃນການຕ້ານ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງເພື່ອການພັດທະນາທີ່ຍືນຍົງຂອງ ສປປ ລາວ, ເນື່ອງໃນໂອກາດວັນສາກົນເພື່ອສືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ( 25 ພະຈິກ ) ເພື່ອລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຮອງປະທານສູນການສະຫະພັນແມ່ຍິງລາວ, ຮັກສາການປະທານຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ແລະ ຜູ້ຕາງໜ້າ
ອົງການສະຫະປະຊາຊາດກອງທນສຳລັບປະຊາດກອນປະຈຳລາວ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ,ຄູ່ຮ່ວມພັດທະນາ ແລະ ຂະແໜງການກ່ຽວຂ້ອງ ອື່ນໆເຂົ້າຮ່ວມເປັນຈຳນວນຫຼາຍ.
          ຮັກສາການປະທານຄະນະກຳມທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດກ່າວວ່າ: ເພີ່ອເພີ່ມການຮ່ວມມືຈາກຫຼາຍຂະແໜງການ, ເພື່ອໃຫ້ເຫັນເຖິງຄວາມຕ້ອງການຂອງການລົງທືນທີ່ພຽງພໍ ແລະ ຍືນຍົງ, ເພື່ອການລິເລີ່ມໃນການຈັດຕັ້ງປະຕິບັດການລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລ ະ ເດັກຍິງຢ່າງມີປະສິດທິພາບ, ເນື່ອງຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງແມ່ນໜຶ່ງໃນການລະເມີດສິດທິມະນຸດທີ່ແຜ່ຫຼາຍ ແລະ ກວາງຂວາງ, ຊຶ່ງຕາມຜົນການສຳຫຼວດການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງໃນທົ່ວປະເທດຊີ້ໃຫ້ເຫັນວ່າ: ມີແມ່ຍິງ 1 ໃນ 3 ຄົນທີ່ເຄີຍແຕ່ງງານແມ່ນເຄີຍຖືກຄວາມຮຸນແຮງຢ່າງໜ້ອຍ 1 ປະເພດເຊ່ັ່ນ: ຄວາມຮຸນແຮງທາງຮ່າງກາຍ, ຄວາມຮຸນແຮງທາງເພດ ແລະ ຄວາມຮຸນແຮງທາງຈິດໃຈ ແລະ ເຖິງວ່າຜ່ານມາລັດຖະບານໄດ້ມີຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວ, ແຕ່ກໍ່ເຮັດໃຫ້ພຽງສ່ວນໜຶ່ງເທົ່ານັ້ນ, ດັ່ງນັ້ນການສຳມະນາຄັ້ງນີ້ພໍພຽງແຕ່ເປັນການຮຽກຮ້ອງໃຫ້ມີການເພີ່ມການລົງທນໃສ່ໄວໜຸ່ມຍິງເທົ່ານັ້ນ, ແຕ່ບັນດາຜູ້ເຂົ້າຮ່ວມຍັງຈະໄດ້ຮ່ວມປຶກສາຫາລືປະກອບຄຳຄິດເຫັນ, ເພື່ອເຮັດໃຫ້ການຈັ້ດຕັ້ງປະຕິບັດວຽກງານລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ  ແລະ ເດັກຍິງມີປະສິດທີ່ຜົນສູງສຸດ ແລະ ສາມາດເຮັດໃຫ້ປະເທດສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງໄດ້ໃນປີ 2030.

          ຜູ້ຕ່າງໜ້າອົງການສະຫະປະຊາຊາດກອງທືນສຳລັບປະຊາກອນກ່າວວ່າ: ຂອບເປົ້າໝາຍຂອງການພັດທະນາແບບຍືຍຍົງໄດ້ສະໜອງໂອກາດທີ່ຫຼາຍຂຶ້, ໃນການປ້ອງກັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເປົ້າໝາຍດັ່ງກ່າວຍັງໄດ້ເນັ້ນໝັກສະເພາະການລືບລ້າງການໃຊ້ຄວາມຮຸນແຮງ ແລະ ການກະທຳທີ່ເປັນອັນຕະລາຍຕໍ່ແມ່ຍິງເຊັ່ນ: ການແຕ່ງງານແຕ່ອາຍຸຍັງນ້ອຍສຳລັບແມ່ຍິງ ແລະ ເດັກຍິງ, ເຖິງຢ່າງໃດກໍຕາມການລິເລີ່ມເພື່ອຈັດຕັ້ງປະຕິບັດຕໍ່ການລບລ້າງຄວາມຮູນແຮງຕໍ່ແມ່ຍິງ ແລະ ເດັກຍິງຈຳເປັນຕ້ອງໄດ້ຮັບທືນສະໜັບສະໜູນທີ່ພຽງພໍ, ເພື່ອນຳເອົາການປ່ຽນແປງທີ່ແທ້ຈິງມາສູ່ແມ່ຍິງ  ແລະ ເດັກຍິງ.

No comments:

Post a Comment