Ad

Ad

1 September 2014

ສົກຮຽນໃໝ່ 2014-2015 ທົ່ວປະເທດໄຂຂຶ້ນແລ້ວດ້ວຍບັນຍາກາດຟົດຟື້ນ



           ກໍຄືດັ່ງທຸກໆປີ, ສົກຮຽນ ໃໝ່ 2014-2015, ໃນທົ່ວປະເທດ ໄດ້ໄຂຂຶ້ນ ຢ່າງເປັນເອກະພາບ ໃນວັນທີ 1 ເດືອນກັນ ຍາປີນີ້ ດ້ວຍບັນຍາກາດອັນຟົດຟື້ນ, ພາຍຫລັງແຕ່ລະໂຮງຮຽນຕ່າງກໍໄດ້ສຳເລັດການກະກຽມ ຄວາມພ້ອມທາງດ້ານອຸປະ ກອນການຮຽນ-ການສອນ, ອາຄານ, ຫ້ອງຮຽນ, ຊັບຊ້ອນຄູ-ອາຈານ ເຂົ້າສິດສອນ ແຕ່ລະວິຊາ ແລະ ແຕ່ລະຊັ້ນຮຽນຢ່າງລະອຽດຖີ່ຖ້ວນເພື່ອອຳນວຍຄວາມສະ ດວກໃຫ້ແກ່ການສຶກສາຮ່ຳຮຽນໃນໂຮງຮຽນຂອງຕົນ​ເພື່ອ​ບັນລຸ​ແຜນ​ງານ​ການ​ສຶກສາ​ທີ່ໄດ້ວາງໄວ້.
     ໃນ​ສົກ​ປີຮຽນ​ຜ່ານ​ມາຄຸນ​ນະພາ​ບ​ການ​ສຶກສາ​ຂອງ​ລາວ ມີ​ຖ່ວງທ່າ​ຫັນປ່ຽນ​ດີ​ຂຶ້ນ ​ໂດຍ​ສະ​ເພາະ​ບັນດາ​ຄາດໝາຍ​ຂອງ​ແຜນ​ງານ​ການ​ສຶກສາ​ເພື່ອ​ທຸກ​ຄົນ ກໍ​ຄື ຄາດໝາຍ​ຂອງ​ເປົ້າ​ໝາຍ​ສະຫະ​ສະ​ວັດ​ດ້ານ​ການ​ພັດທະນາ​ເຊັ່ນ: ອັດຕາ​ເຂົ້າ​ຮຽນ​ຂອງ​ເດັກອາຍຸ 3​-5 ປີ ບັນລຸ 39,1% ລື່ນ​ຄາດໝາຍ 0,1% (ຄາດໝາຍ 39%), ອັດຕາ​ເຂ້ົາ​ຮຽນ​ສຸດທິ​ຊັ້ນ​ປະຖົມ​ບັນລຸ​ຕາມ​ຄາດ ໝາຍ 98% (ຄາດໝາຍ 98%), ອັດຕາ​ເຂົ້າ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ຕອນ​ຕົ້ນ​ບັນລຸ 74,4% (ຄາດໝາຍ 75%), ດັດຊະນີ​
ຄວາມ​ສະ​ເໝີ​ພາບ​ດ້ານ​ການ​ສຶກ ສາລະ​ຫວ່າງ​ຍິງ-ຊາຍ ​ໃນ​ເກນ​ອາຍຸ 6-10 ປີ ຢູ່​ລະຫວ່າງ 0,96%, ທົ່ວ​ປະ​ເທດ​​ສາມາດປະ ກາດ​ຈົບ​ຊັ້ນ​ປະ​ຖົມບຳລຸງ​ທົ່ວ​ເມືອງ​ແລ້ວ 144 ​ເມືອງ (ຍັງ 4 ​ເມືອງ) ​ແລະ ມີ 13 ​ເມ​ືອງ​ໄດ້​ປະ ກາດ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ. ສ່ວນ​ນັກຮຽນ​ສາຍ​ອາຊີວະ​ສຶກ ສາກໍມີ​ຈຳນວນ​ເພີ່ມ​ຂຶ້ນ​ຈາກ​ 60% ໃນສົກຮຽນ​ 2012-2013 ມາ​ເປັນ 84% ​ໃນ​ສົກ​ປີ 2013- 2014. ​
           ທ່ານ ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ, ລັດ ຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ມີ​ຄຳ​ເຫັນ​​ເນື່ອງ​ໃນ​ໂອກາດ​ວັນ​ໄຂ​ສົກຮຽນ​ໃໝ່ 2014-2015 ນີ້​ວ່າ: “ ສົກ ຮຽນ 2014-2015 ​ເປັນ​ສົກຮຽນ​ທີ່​ມີ​ຄວາມ​ໝາຍ ຄວາມ​ສຳຄັນຍິ່ງ  ​ເພາະ​ເປັນ​ສົກຮຽນ​ມ້ວນທ້າຍ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງ​ທີ VII ຂອງ​ລັດ, ​ແຜນ​ພັດ ທະນາ​ການ​ສຶກສາ ​ແລະ ກິລາ​ຄັ້ງ​ທີ VII, ​ແມ່ນ​ປີ​ມ້ວນທ້າຍ​ຂອງ​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ 2006-2015  ແລະ ​ເປັນ​ປີ​ທີ 2 ຂອງ​ການ​ປະຕິ ບັດ​ແຜນ​ຍຸດ​ທະ​ສາດ​ການ​ພັດທະ ນາ​ວຽກ​ງານ​ກິລາ-ກາ​ຍະ​ກຳ​ແຕ່​ນີ້​ຮອດ​ປີ 2020 ​ແລະ ​ເປັນ​ປີ​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015. ​ ດັ່ງ​ນັ້ນ ​ໃນ​ສົກ ຮຽນ 2014-2015 ນີ້ ຈະ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ບາງວຽກ​ງານ​ຈຸດ​ສຸມ​ຈຳ​ນວນ​ໜຶ່ງ​​ຄື:
        1. ສືບ​ຕໍ່​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ຜົນສຳ​ເລັດ​ຂອງ​ການ​ດຳ​ເນີນ​ການ​ປະຕິບັດ​ລະບົບ​ການ​ສຶກສາ ​ແລະ ການ​ປັບປຸງ​ວຽກ​ງານ​ກິລາ-ກາ​ຍະ​ກຳ​ໃນ​ສົກ​ຮຽນ 2013-2014 ຜ່ານ​ມາ​ໃຫ້​ກວ້າງ ຂວາງ ​ແລະ ​ເລິກ​ເຊິ່ງກວ່າ​ເກົ່າ, ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ຄາດ ໝາຍ​ທີ່​ວາງ​ໄວ້ ​ເຊິ່ງ​ໄດ້​ຮັບຮອງ​ໃນ​ມະຕິ​ກອງ​ປະຊຸມ​ຜູ້ບໍລິຫານ​ການ​ສຶກສາ ​ແລະ ກິລາ​ທົ່ວ​ປະ​ເທດ​ປະຈຳ​ປີ 2014 ທີ່​ແຂວງ​ອັດ​ຕະປື​ໃຫ້​ປາກົດ​ຜົນ​ເປັນ​ຈິງ.
      2. ສືບ​ຕໍ່​ຈັດ​ສັນ​ຄືນ​ໃໝ່​ແຜນ ການ​ສຶກສາ​ໃຫ້​ສອດຄ່ອງ​ກັບ​ລະ ບົບ​ຕາໜ່າງ​ໂຮງຮຽນຂອງ​ແຕ່​ລະ​ຊັ້ນ ​ແຕ່​ລະສາຍ ​ໂດຍ​ສະ​ເພາະ​ແມ່ນ​ການຈັດ​ສັນ​ໂຮງຮຽນ ສາຍ​ສາມັນ​ສຶກສາ ​ໃຫ້​ຕິດ​ພັນ​ກັບ​ການ​ຈັດສັນພູ​ມລຳ​ເນົາ, ການຈັດ​ສັນ​ບ້ານ, ການ​​ໂຮມ​ບ້ານ, ບ້ານ​ສາມ​ສ້າງ ​ເພື່ອ​ໃຫ້​ເປັນ​ຂໍ້​ມູນ​ກະກຽມ​ກ້າ​ວ​ເຂົ້າ​ສູ່​ການ​ສຶກສາຊັ້ນ​ມັດ ທະຍົມ​ຕອນ​ຕົ້ນພາກ​ບັງຄັບ​ໃນ ຕໍ່ໜ້າ.
     3. ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ກັບ​ການສອນ- ການ​ຮຽນ​ໃຫ້​ເປັນ​ຮູບ​ປະ​ທຳ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ສອນ-ການ​ຮຽນ​ຂອງຊັ້ນ​ປະຖົມ​ສຶກສາ ​ໂດຍ​ສືບ​ຕໍ່ປະຕິ​ບັດ​ການ​ເລື່ອນ​ຂັ້ນ​ແບບ​ຕໍ່​ເນື່ອງ​ໃຫ້​ທົ່ວ​ເຖິງ ​ແລະ ຖືກຕ້ອງ, ​ເຂັ້ມ​ງວດ​ຕາມ​ລະບຽບ​ຫລັກການ, ຕັ້ງໜ້າ​ສອນ​ບຳລຸງ​ນັກຮຽນອ່ອນຢ່າງ​ເປັນ​ລະບົບພ້ອມ​ກັນ​ນັ້ນ ກໍ​ຕັ້ງ ໜ້າ​ສົ່ງ​ເສີມ​ນັກຮຽນ​​ເກັ່ງ ​ແລະ ນັກຮຽນ​ພອນ​ສະຫວັນ​ໃຫ້​ແຂງ​ແຮງ.
        4. ສູ້​ຊົນ ​ເພື່ອ​ບັນລຸ​ການ​ສຶກ ສາຊັ້ນ​ປະຖົມພາກ​ບັງຄັບ​ໃຫ້​ສາ ມາດ​ປະກາດ​ຈົບ​ຊັ້ນ​ປະ​ຖ​ົມສຶກ ສາບຳລຸງ​ທົ່ວ​ປະ​ເທດ​ໃນ​ປີ 2015.
      5. ກະກຽມ​ສະຫລຸບ​ການ​ແຂ່ງຂັນ-ຍ້ອງຍໍ​ການ​ປະຕິບັດ 3 ຂໍ້​ແຂ່ງຂັນ​ຂອງ​ຂະ​ແໜງ​ການ​ສຶກ ສາ ​ແລະ ກິລາ ຕິດພັນ​ກັບ​ການ​ສະຫລຸບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ສ້າງ​ບ້ານ​ພັດທະນາ ແລະ ສະ​ເຫລີມສະຫລອງສອງ​ວັນ​ປະຫວັດສາດ​ຂອງ​ຊາດ​ໃນ​ປີ 2015”  ໃຫ້ເປັນຂະບວນຟົດຟື້ນ.

No comments:

Post a Comment