Ad

Ad

1 September 2014

ກະຊວງ​ອຸດ​ສະຫະ​ກຳ ​ແລະ ການ​ຄ້າ ປະກາດ​ຫລຸດລາຄາ​ນ້ຳມັນ​



     ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ​ເຖິງ​ສະມາຄົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ ອາຍ​​ແກ໊ສ ​​ໃຫ້​ປັບ​ລົງລາຄາ​ຂາຍ​ຍ່ອຍນ້ຳມັນ​ທົ່ວ​ໄປ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ເນື່ອງ​ຈາກສະພາບ​ລາຄາ​ຊື້-ຂາຍ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ຕະຫລາດ​​ໂລກ​ໃນ​ປັດ ຈຸບັນ​ມີ​ການ​ປ່ຽນ​ແປງ ​ແລະ ​ເພື່ອ​ໃຫ້​ສ່ອດຄ່ອງ​ກັບ​ກົນ​ໄກ​ຕະຫລາດ, ໂດຍ​​​ນັບ​ແຕ່​ເວລາ 6 ໂມງ​ເຊົ້າ ຂອງວັນ​ທີ  29 ສິງຫາ 2014 ເປັນ​ຕົ້ນ​ໄປ, ພາຍຫລັງ​ໄດ້ມີ​ການ​ປັບ​ລາຄາ​ນ້ຳມັນດັ່ງກ່າວ​ໃນ​​ວັນ​ທີ 27 ກໍລະກົດທີ່​ຜ່ານ​ມາ ເຮັດໃຫ້້​ລາຄາ​ນ້ຳມັນ ​ຢູ່​ນະຄອນຫລວງ​ວຽງ​ຈັນຄື: ແອັດຊັງພິເສດ 11.280  ກີບ/ລິດ, ແອັດຊັງທຳ ມະດາ 9.950 ກີບ/ລິດ, ກາຊວນ 8.790 ກີບ/ ລິດ; ​ແຂວງ​ຄຳ​ມ່ວນ ນ້ຳມັນແອັດຊັງພິເສດ 11.280 ກີບ/ລິດ, ແອັດຊັງທຳມະດາ 9.990 ກີບ/ລິດ, ກາຊວນ 8.820 ກີບ/ ລິດ; ແຂວງສະຫວັນນະ​ເຂດ ນ້ຳມັນແອັດຊັງພິເສດ 11.400 ກີບ/ລິດ, ແອັດຊັງທຳ ມະດາ 9.990 ກີບ/ລິດ, ກາຊວນ 8.820 ກີບ/ລິດ; ​ ແຂວງຈຳປາ​ສັກ ນ້ຳມັນ​ແອັດ​ຊັງ​ພິ​ເສດ 11.400 ກີບ/ ລິດ, ແອັດ​ຊັງ​ທຳ​ມະ​ດາ 9.990 ກີບ/ລິດ, ກາ​ຊວນ 8.850 ກີບ/ ລິດ; ແຂວງ​ບໍ່​ແກ້ວ  ນ້ຳມັນແອັດ​ຊັງ​ທຳ​ມະ​ດາ 10.060 ກີບ/ລິດ, ກາ​ຊວນ 8.890 ກີບ/ລິດ ແລະ ແຂວງ​ຊຽງ​ຂວາງ ນ້ຳມັນ​ແອັດ​ຊັງ​ທຳ​ມະ​ດາ 10.190 ກີບ/ລິດ, ກາ​ຊວນ 9.050 ກີບ/ລິດ.

No comments:

Post a Comment