Ad

Ad

1 September 2014

ທະນາຄານ ຊີໄອເອັມບີ ໄທ ສາຂານະຄອນຫລວງວຽງຈັນ ເປີດໃຫ້ບໍລິການແລ້ວ



     ວັນທີ 29 ສິງຫານີ້, ຢູ່ນະຄອນຫລວງວຽງຈັນ, ໄດ້ມີພິທີເປີດບໍລິການຂອງ ທະນາຄານ ຊີໄອເອັມບີ ໄທ ສາຂານະຄອນ ຫລວງວຽງຈັນຂຶ້ນ ໂດຍການ ເຂົ້າ ຮ່ວມຂອງທ່ານ ສອນໄຊ ສິດພິໄຊ ຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ, ທ່ານ ດາ ໂຕະ ຊາຣານິ ບິນ ອິບບຣາຫິມ ກຳມະການທະນາຄານຊີໄອເອັມ ບີ ໄທ ຈຳກັດ (ມະຫາຊົນ) ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນ ຈຳນວນຫລາຍ.
     ທະນາຄານ ຊີໄອເອັມບີ ໄທ ຈະເປັນສ່ວນໜຶ່ງໃນການຍູ້ໜູນ ເສດຖະກິດຂອງ ສປປ ລາວ, ຊຶ່ງເປັນປະເທດທີ່ມີເສດຖະ ກິດຂະຫຍາຍຕົວໄວ, ມີຊັບພະຍາກອນ ທຳມະຊາດທີ່ອຸດົມສົມບູນ ແລະ ເປັນປະ ເທດຄູ່ຄ້າທີ່ສຳຄັນຂອງປະເທດໄທ ແລະ ຈະເປັນຈຸດເຊື່ອມໂຍງຂອງລູກຄ້າໃນ ສປປ ລາວ ສູ່ພູມພາກອາຊຽນນຳອີກ, ໂດຍ ຕັ້ງເປົ້າໝາຍໃນການປ່ອຍສິນເຊື່ອໃນປີທຳອິດນີ້ໃຫ້ໄດ້ຢ່າງໜ້ອຍ 300 ລ້ານບາດໄທ ແລະ ໃຫ້ປະຊາຊົນລາວມີເງື່ອນໄຂເຂົ້າ ເຖິງການບໍລິການຂອງທະນາຄານໃຫ້ຫລາຍ ຂຶ້ນ. ການເປີດສາຂາທີ່ນະຄອນຫລວງວຽງຈັນ ແມ່ນເປັນແຫ່ງທີ 6 ແລະ ຄາດ ວ່າໃນຕໍ່ໜ້າຈະສືບຕໍ່ຂະຫຍາຍໄປປະເທດ ເພື່ອນບ້ານໃກ້ຄຽງເຊັ່ນ: ມຽນມາ ແລະ ຫວຽດນາມຕື່ມອີກ.

     ທ່ານ ສອນໄຊ ສິດພິໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ມີຄຳເຫັນໃນພິທີວ່າ: ໃນເງື່ອນໄຂການພັດທະນາເສດ ຖະກິດຂອງ ສປປ ລາວ ໃນປັດ ຈຸບັນ ແລະ ຕໍ່ໜ້າ ຄວາມຮຽກ ຮ້ອງຕ້ອງການທາງດ້ານທຶນ ຮອນນັບວ່າຍັງມີສູງ, ແຕ່ກຳ ລັງ ແຮງທາງດ້ານການສະໜອງແຫລ່ງທຶນເຫັນວ່າຍັງຈຳກັດສະນັ້ນ ການສ້າງທະນາຄານຊີໄອ ເອັມບີ ໄທ ຈະເປັນການເພີ່ມກຳ ລັງແຮງໃຫ້ແກ່ຂະແໜງການທະນາຄານໃນການລະດົມແຫລ່ງ ທຶນທັງພາຍໃນ ແລະ ຕ່າງປະ ເທດເຂົ້າສູ່ການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ. ທ່ານຮອງຜູ້ວ່າຍັງໄດ້ເນັ້ນຕື່ມ ວ່າ: ປັດຈຸບັນທະນາຄານທຸລະ ກິດໃນ ສປປ ລາວ ໄດ້ຮັບການ ພັດທະນາ ແລະ ຂະຫຍາຍຕົວ ສູງສົມຄວນນັບທັງດ້ານປະລິ ມານ ແລະ ຄຸນນະພາບ ແລະ  ການສ້າງຕັ້ງທະນາຄານຊີໄອ ເອັມບີສາຂານະຄອນຫລວງ ວຽງຈັນຈະເປັນຕົວແບບໜຶ່ງທີ່ ຈະນຳເອົາການບໍລິຫານທີ່ທັນ ສະໄໝ ແລະ ມີຜະລິດຕະພັນ ທາງດ້ານການເງິນທີ່ຫລາກ ຫລາຍມາຕອບສະໜອງໃຫ້ແກ່ ສັງຄົມ ແລະ ເຂົ້າຮ່ວມເຄື່ອນ ໄຫວໃນຕະຫລາດເງິນໃນ ສປປ ລາວຫລາຍຂຶ້ນ ແລະ ພ້ອມຈະ ເປັນການສ້າງບາດກ້າວໃຫ້ແກ່ ທະນາຄານທຸລະກິດຢູ່ ສປປ ລາວເຂົ້າສູ່ມາດຕະຖານທະນາ ຄານອາຊຽນໃນຂະບວນການ ເຊື່ອມໂຍງເງິນຕາອາຊຽນ, ກໍຄື ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ໃນປີ 2015 ດ້ວຍ ບາດກ້າວທີ່ໜັກແໜ້ນ ແລະ ເຂັ້ມ ແຂງ.

No comments:

Post a Comment