Ad

Ad

1 September 2014

ຊີ້ແຈງສາເຫດຍ້ອນຫຍັງ ຄູຢູ່ສະຫວັນນະເຂດຈິ່ງໄດ້ເງິນເດືອນຊ້າກວ່າປົກກະຕິ



    ພາຍຫລັງ, ເກີດມີສະພາບ ພະນັກງານຄູອາຈານໃນຫລາຍທ້ອງຖິ່ນ, ເວົ້າສະເພາະຢູ່ແຂວງ ສະຫວັນນະເຂດ, ໄດ້ຮັບເງິນ ເດືອນຊັກຊ້າສົ່ງຜົນໃຫ້ການດຳລົງຊີວິດຂອງເຂົາເຈົ້າພົບຄວາມຫຍຸ້ງຍາກເກີດມີສຽງຈົ່ມວ່າ ຈາກພະນັກງານໃນຂົງເຂດດັ່ງ ກ່າວ ແລະ ຕ່າງກໍໄດ້ສະເໜີຕໍ່ສະ ພາແຫ່ງຊາດເພື່ອຊ່ວຍຊອກຫາວິທີແກ້ໄຂ.
    ຕໍ່ບັນຫາດັ່ງກ່າວ, ທ່ານ ຫວັນຄຳ ອິນທິຈັກ ຫົວໜ້າຄະນະ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ໄດ້ເຊີນຜູ້ ຕາງໜ້າຈາກພະແນກການເງິນແຂວງສະຫວັນນະເຂດມາຊີ້ ແຈງວ່າ: ບັນຫາການເບີກຈ່າຍ ເງິນເດືອນພະນັກງານລັດຖະກອນ ສະເພາະແມ່ນພະນັກງານຄູອາຈານພາຍໃນແຂວງຂອງຕົນມີຄວາມຊັກຊ້ານີ້, ແມ່ນມີສາ ເຫດມາຈາກການຈັດເກັບລາຍ ຮັບ ຂັ້ນແຂວງມີຄວາມຫຍຸ້ງຍາກ ແລະ ບໍ່ມີລາຍຮັບທີ່ຈະນຳສະ ໜອງໄດ້ພຽງພໍຕາມຄວາມຕ້ອງການໄດ້, ແຕ່ເຖິງຢ່າງໃດກໍດີ, ສຳລັບການເບີກຈ່າຍເງິນເດືອນກໍລະກົດນັ້ນ, ແມ່ນໄດ້ອະນຸມັດ ເບິກຈ່າຍແລ້ວໃນບາງຂະແໜງການ, ສະເພາະພະແນກສຶກສາ ທິການ ແລະ ກິລາແຂວງແມ່ນ ສຳເລັດການເບິກຈ່າຍໃນ 3 ເມືອງ ແລະ ຍັງເຫລືອ 12 ເມືອງ ຍ້ອນບໍ່ມີເງິນດັ່ງນັ້ນ, ເພື່ອຮັບ ປະກັນໃຫ້ພະນັກງານລັດຖະ ກອນຄູທຸກຄົນໄດ້ຮັບເງິນເດືອນໂດຍໄວ, ຈະໄດ້ສະເໜີໃຫ້ສະພາ ແຫ່ງຊາດເຂດຊ່ວຍໃນການ ກວດກາຄືນຄວາມຮັບພິຊອບຂອງຂະແໜງການ, ຕະຫລອດເຖິງບັນດາເມືອງໃນການປະຕິບັດໂຕເລກລາຍຮັບໃຫ້ບັນລຸ ຕາມ ຕົວເລກຄາດໝາຍກ່ອນປິດສົກງົບປະມານນີ້.

No comments:

Post a Comment