Ad

Ad

1 September 2014

ສານປະຊາຊົນແຂວງບໍ່ແກ້ວຕັດສິນລົງໂທດຄາດຕະກອນສັນຊາດມຽນມາຈຳຄຸກ 10 ປີ



    ໃນວັນທີ 28 ສິງຫາ 2014 ນີ້, ສານປະຊາຊົນແຂວງບໍ່ແກ້ວ, ໄດ້ຕັດສິນລົງ ໂທດຄາດຕະກອນທີ່ ເປັນສັນຊາດມຽນມາຈຳ ນວນ 4 ຄົນ ຄື ທ້າວ ອາຊາງ ອາຍຸ 33 ປີ, ຢູ່ບ້ານຊຽງທຸງ ແຂວງທ່າຂີ້ ເຫລັກ ໃຫ້ຈຳຄຸກ 18 ປີພ້ອມປັບໃໝເງິນ 5 ລ້ານກີບ, ທ້າວ ອອງ ວຸນ ອາຍຸ 30 ປີ ຢູ່ ບ້ານອິງຕັນເມືອງຈອມປາທອງ ແຂວງມັນ ຕາເລ, ທ້າວ ຊາຍ ອາຍຸ 25 ປີຢູ່ ບ້ານປະມົງ ເມືອງ ພັງມິ ແຂວງທ່າຂີ້ເຫລັກ ແລະ ທ້າວ ແສງ ອາຍຸ 25 ປີຢູ່ບ້ານ ເມິງໂກ ເມືອງ ແລະ ແຂວງທ່າ ຂີ້ເຫລັກ, ປະເທດ ມຽນມາ ໃຫ້ ຈຳຄຸກຜູ້ລະ 10 ປີ ແລະ ປັບໃໝ ເງິນ 2 ລ້ານກີບ ໂດຍຖືກເຈົ້າ ໜ້າທີ່ໜ່ວຍສະເພາະກິດຈັບຕົວ ໃນວັນທີ 19 ຕຸລາ 2008 ພາຍ ຫລັງຮ່ວມກັນຄາດຕະກຳທ້າວ ຮວງສຽນ ແລະ ທ້າວ ຢາງ ໂຍຈີນ ສັນຊາດຈີນໃນເວລາປະມານ 23:00 ໂມງຂອງວັນ ທີ 12 ຕຸລາ 2008 ຢູ່ເຂດເສດຖະກິດ ພິເສດສາມຫລ່ຽມຄຳ, ເມືອງຕົ້ນ ເຜິ້ງ ແຂວງບໍ່ແກ້ວ. ນອກຈາກນີ້, ສານຍັງໃຫ້ຈຳ ເລີຍທັງ 4 ຈ່າຍຄ່າສົ່ງສະການ ແລະ ກິນ ທານຕ່າງໆຄືນໃຫ້ແກ່ຜູ້ຕາງໜ້າກຸ່ມບໍລິສັດດອກງິ້ວຄຳຜູ້ລະ 5 ລ້ານ ກີບ, ພ້ອມທັງ ຈ່າຍ ຄ່າປົວ ແປງຈິດໃຈພໍ່ແມ່, ເມຍ ແລະ ລູກ ຂອງຜູ້ເສຍຊີວິດທັງສອງຈົນ ຮອດ 18 ປີ.

No comments:

Post a Comment