Ad

Ad

1 September 2014

ຂັບລົດໄລ່ຢຽບຄົນເສຍຊີວິດຖືກສານຕັດສີນຈຳຄຸກ 12 ປີ



     ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງໂທດທ້າວ ອາທິດ ອາຍຸ 24 ປີ ຢູ່ບ້ານໜອງດາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໃຫ້ຈຳຄຸກເປັນ ເວລາ 12 ປີ ພ້ອມປັບໃໝເງິນ 3 ລ້ານກີບ, ເຊິ່ງຜູ້ກ່ຽວຖືກ ເຈົ້າໜ້າທີ່ຈັບຕົວເມື່ອວັນທີ 1 ພະຈິກ 2013 ໃນຂໍ້ຫາຄາດຕະກຳນາງ ປະດັບເພັດ ອາຍຸ 27 ປີ ຢູ່ບ້ານ ດຽວກັນ, ດ້ວຍການ ຂັບລົດຕູ້ສະຕາແລກໄລ່ຕຳລົດຈັກ ແລະ ຢຽບຈົນເສຍຊີວິດຄາທີ່ຢູ່ເສັ້ນ ທາງຕໍ່ໜ້າດ່ານປະເພນີບ້ານໜອງດາ ເມືອງສີໂຄດ ຕະບອງ ເມື່ອເວລາປະມານ 11:00 ໂມງ ຂອງວັນທີ 1 ພະຈິກ 2013, ໂດຍເຫດການເສົ້າດັ່ງກ່າວເກີດຂຶ້ນພາຍຫລັງທັງສອງ ໄດ້ມີການໄກ່ເກ່ຍຄະດີຄວາມກັນຢູ່ທີ່ຫ້ອງການບ້ານໜອງດາ.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ກ່ອນໜ້າ ນັ້ນ, ຈຳເລີຍ ແລະ ຜູ້ຕາຍ ແມ່ນຄົນຮັກແພງກັນ ແລະ ຕົກມາໄລຍະໜຶ່ງແມ່ນເກີດມີບັນ ຫາຂັດແຍ່ງກັນກ່ຽວກັບໜີ້ສີນເຖິງຂັ້ນມີປາກສຽງຖົກຖຽງ ແລະ ຂົ່ມຂູ່ກັນຫລາຍຄັ້ງ ແລະ ໃນທີ່ສຸດກໍເກີດເຫດການເສົ້າດັ່ງ ກ່າວ. 

No comments:

Post a Comment