Ad

Ad

1 September 2014

ເລີ່ມປະກວດນາງແບບ-ຊາຍແບບ ແລະ ເດັກໜ້າຮັກຮອບຄັດເລືອກຮອບທຳອິດ



           ການປະກວດນາງແບບ, ຊາຍແບບ ແລະ ເດັກໜ້າຮັກ ຫຼື (Super model) ຄັ້ງທຳອິດປະຈຳປີ 2014 ຢູ່ ສປປ ລາວ ມີຜູ້ເຂົ້າສະໜັກທັງໝົດຫຼາຍກວ່າ 100 ຄົນ ໃນທົ່ວປະເທດ, ຊຶ່ງການປະກວດຮອບທຳອິດ ຫຼື ຮອບຄັດເລືອກແມ່ນໄດ້ ຈັດຂຶ້ນໃນວັນທີ 30 ສິງຫານີ້ ຢູ່ໂຮງແຮມເສດຖາປະຣາດ ນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົາ 35 ຄົນສຸດທ້າຍ ຍິງ 20 ຄົນ, ຊາຍ 10  ຄົນ ແລະ ເດັກໜ້າຮັກ 5 ຄົນ ໄປປະກວດໃນຮອບຕັດສິນທີ່ຈະຈັດຂຶ້ນໃນວັນທີ 4 ຕຸລາທີ່ຈະມາ ເຖິງນີ້ຢູ່ ຫໍປະຊຸມແຫ່ງຊາດຫຼັກ 6, ໂດຍພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງ ຈັນ.
         ຫົວໜ້າພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງ ກ່າວໃນພິທີ ວ່າ: ການປະກວດ  Super Model ຄັ້ງນີ້ຖືເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດໃນປະເທດເຮົາ ເພື່ອກ່າວສູ່ຍຸກແຫ່ງຄວາມທັນສະໄໝ ສີວິໄລ ແລະ ກຽມພ້ອມທີ່ຈະເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015. ສະນັ້ນ, ເພື່ອເຮັດໃຫ້ ສປປ ລາວ ຂອງພວກເຮົາມີ ຄວາມໂດດເດັ່ນ ແລະ ມີຄວາມພ້ອມໃນການເຂົ້າຮ່ວມປະຊາຄົມດັ່ງກ່າວ, ພວກເຮົາຈຶ່ງຕ້ອງມີການ ເຄື່ອນໄຫວທີ່ຫຼາກຫຼາຍ
ສີສັນ ແລະ ໜຶ່ງໃນນັ້ນກໍແມ່ນການ ເຄື່ອນໄຫວທາງດ້ານສີລະປະ, ວັນນະຄະດີ ແລະ ວັດທະນາທຳ ທີ່ເປັນເອລັກຂອງຊາດ ຕົນ, ຊຶ່ງໃນປີຜ່ານມາພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ຈຶ່ງໄດ້ສ້າງຕັ້ງສະມາຄົມ ໜຶ່ງຂຶ້ນ, ເພື່ອຮັບຜິດຊອບໂຄງການປະກວດຍິງແບບ-ຊາຍແບບ ແລະ ເດັກໜ້າຮັກ, ທັງເປັນການສ້າງໂອກາດ ແລະ ສ້າງເວທີ ໃຫ້ໄວໜຸ່ມຍິງຊາຍຂອງພວກເຮົາໄດ້ມີຄວາມກ້າຫານ, ສະແດງອອກ, ໂດຍສະເພາະແມ່ນການນຸ່ງຖືທີ່ ເປັນເອກະລັກທາງວັດ ທະນະທຳ ກໍຄືການປະຍຸກວັດທະນະທຳຂອງຊາດໃຫ້ເຂົ້າກັບສາກົນ, ມີກິລິຍາມາລະຍາດການປາກເວົ້າ ແລະ ມະນຸດສຳພັນ ທີ່ດີເພື່ອເຮັດໃຫ້ແຂກຕ່າງດ້າວທ້າວຕ່າງແດນ, ກໍຄືປະຊາຊົນລາວ ບັນດາເຜົ່າເຫັນໄດ້ຄວາມສາມາດຂອງ ຄົນລາວໃນຫຼາຍໆ ດ້ານ. ດັ່ງນັ້ນ, ການຈັດງານຄັ້ງນີ້ ແມ່ນມີຄວາມສຳຄັນທີ່ສຸດ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈຶ່ງຊ່ວຍສະໜັບສະ ໜູນງານດັ່ງກ່າວໃຫ້ປະສົບຜົນສຳເລັດ.

No comments:

Post a Comment