Ad

Ad

1 September 2014

ຕົ້ນອາທິດນີ້ຈະມີຝົນຕົກຫລາຍຂຶ້ນ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດ ໃນໄລຍະນີ້, ຮ່ອງຄວາມກົດດັນ ອາກາດຕ່ຳຍັງຈະມີກຳລັງ ປານກາງສືບຕໍ່ພັດຜ່ານຢູ່ທົ່ວທຸກພາກຂອງລາວ ສົມທົມກັບລົມມໍລະ ສຸມຕາເວັນຕົກສຽງໃຕ້ພັດປົກ ຄຸມເປັນສ່ວນຫຼາຍ ຊຶ່ງລັກສະນະເຊັ່ນນີ້ຍັງຈະເຮັດໃຫ້ມີຝົນຕົກຟ້າຄະນອງກະຈາຍໃນລະດັບ ຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພ້ອມມີລົມ ພັດແຮງເປັນບາງໂອກາດ. ຈາກນັ້ນຕົ້ນອາທິດນີ້ບໍລິເວນ ຄວາມກົດດັນອາກາດ ຕ່ຳຈະປົກຄຸ້ມຢູ່ທົ່ວທຸກພາກຂອງລາວດ້ວຍກຳລັງປານກາງ, ພ້ອມດຽວກັນກະແສລົມຕາເວັນຕົກສຽງໃຕ້ພັດປົກຄຸມ ຊຶ່ງຈະ ເຮັດໃຫ້ມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ.  ສະພາບອາກາດໃນຕົ້ນອາທິດນີ້, ອຸນຫະພູມສູງສຸດ 32-34 ອົງສາ ແລະ ອາກາດຍັງຈະໜາວເຢັນຢູ່ເຂດປາກຊ່ອງທ້າຍອາທິດອຸນຫະພູມຈະເຢັນລົງເລັກໜ້ອຍ
ຢູ່ແຕ່ລະພາກ. ສຳລັບສະ ພາບຝົນໃນລະຫວ່າງວັນທີ 1-2 ກັນຍານີ້ ຈະມີຝົນຕົກຟ້າຄະ ນອງຫລາຍຂຶ້ນຢູ່ທົ່ວທຸກພາກ, ຍ້ອນ ມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງເພີ່ມຂຶ້ນພັດປົກຄຸມ ແຕ່ລະພາກ.  ສະພາບຝົນໃນຕົ້ນຫາທ້າຍອາທິດທີ່ຜ່ານມາໄດ້ມີ ຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍ ຫາປານກາງເປັນບາງໂອກາດຢູ່ແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ພ້ອມມີລົມແຮງເປັນບາງໂອກາດ ເຊິ່ງປະລິມານ​ນ້ຳ​ຝົນ​ໄລຍະ 24 ຊົ່ວ​​ໂມງ ຂອງ​ວັນ​ທີ 20 ສິງຫາ​ນີ້ ຢູ່ສະຖານີສະ ຫວັນນະເຂດແທກໄດ້ 122,5 ມິລີແມັດ.

No comments:

Post a Comment