Ad

Ad

3 February 2016

ທິດທາງ​ຂອງ​ພັກ​ເພື່ອ​ພັດທະນາຂົງ​ເຂດ​ວັດທະນາ​ທໍາ-ສັງຄົມ​ໃນ​ໄລຍະ​ໃໝ່

            ພັກໄດ້ກໍານົດທິດທາງວ່າ:​ ໃນຊຸມປີຕໍ່ໜ້ານີ້, ພວກເຮົາຕ້ອງຖືເອົາການພັດທະນາຊັບພະ ຍາກອນມະນຸດເປັນປັດໄຈຕົ້ນຕໍເພື່ອຍົກລະດັບກຳລັງການຜະລິດແລະ ການສ້າງເສດຖະກິດ, ​ໃນນັ້ນຖືຄົນເປັນເປົ້າໝາຍແລະ ຈຸດສຸມຂອງການພັດທະນາຕາມ 3 ລັກສະນະແລະ 5 ຫລັກມູນຂອງການສຶກສາແຫ່ງຊາດໃຫ້ມີຄຸນນະພາບຕາມມາດຕະຖານຂອງພາກພື້ນ, ສາກົນແລະ ທັນສະໄໝເພື່ອສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ຕໍ່ພັນທະພົນລະເມືອງ, ມີສະຕິເຄົາລົບກົດໝາຍ, ຮັກອັນດີອັນຖືກຕ້ອງ. ພ້ອມກັນນັ້ນກໍເດັດດ່ຽວຕ້ານອັນຫຍໍ້ທໍ້, ຫລ້າຫລັງແລະ ທັດສະນະຜິດ​​ເຂວຕ່າງໆ, ການເສື່ອມຖອຍດ້ານຄຸນສົມບັດ, ມີລະດັບການສຶກສາ, ມີຄວາມຮູ້ດ້ານອາຊີບແລະ ມີສີມືການອອກແຮງງານເພີ່ມຂຶ້ນ, ມີຄວາມສາມາດປະດິດສ້າງແລະ ນຳໃຊ້ວິທະຍາ ສາດ-​ເຕັກໂນໂລຊີທີ່ທັນສະໄໝໂດຍສະເພາະແມ່ນການພັດທະນາລະບົບເຕັກໂນໂລຊີຂ່າວສານແລະ ການສື່ສານ (ICT), ມີພາລະນາໄມສົມບູນແລະ ມີຄວາມສີວິໄລທາງດ້ານຈິດໃຈເພື່ອພັດທະນາປະເທດຊາດໃຫ້ສາມາດເຊື່ອມໂຍງເຂົ້າກັບພາກພື້ນແລະ ສາກົນ.

           ສືບຕໍ່ຍຶດໝັ້ນການປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນຕາມທິດຖືເອົາການອະນາໄມ, ກັນພະຍາດແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາ, ຍຸຕິທຳແລະ ສະເໝີພາບເປັນສຳຄັນ. ປະຕິຮູບສາທາລະນະສຸກຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບທີ່ດີທີ່ຖືເອົາຄົນເປັນໃຈກາງໂດຍໃຫ້ບໍລິການທີ່ມີຄຸນນະພາ, ມີຈັນຍາທຳ, ເອົາໃຈໃສ່ດູແລນັບທັງຮ່າງກາຍ, ຈິດໃຈແລະ ສິ່ງແວດລ້ອມ, ສ້າງລະບົບການປົກປ້ອງສັງຄົມດ້ານສຸຂະພາບທີ່ທົ່ວເຖິງເພື່ອເຮັດໃຫ້ສັງຄົມເຂັ້ມແຂງແລະ ຊ່ວຍເຫລືອເຊິ່ງກັນແລະ ກັນດ້ວຍຫລັກປະກັນສຸຂະພາບທົ່ວປວງຊົນທີ່ປົກປ້ອງທຸກຄົນທັງໃນດ້ານກັນພະຍາດ, ສົ່ງເສີມສຸຂະພາບແລະ ດ້ານການປິ່ນປົວເຮັດໃຫ້ປະຊາຊົນມີສຸຂະພາບດີນັບແຕ່ເດັກຢູ່ໃນທ້ອງຈົນເຖິງຜູ້ອາຍຸສູງ ໂດຍເນັ້ນໃສ່ການສ້າງຮາກຖານທີ່ເຂັ້ມແຂງຈາກແບບແຜນການດຳລົງຊີວິດທີ່ປັດສະຈາກປັດໄຈສ່ຽງຕໍ່ສຸຂະພາບແລະ ສ້າງຈິດສຳນຶກເປັນເຈົ້າການໃນການຮັກສາສຸຂະພາບຂອງຕົນເອງ,ຄອບຄົວແລະ ຊຸມຊົນ.
          ພັດທະນາວຽກງານຖະແຫລງຂ່າວແລະ ວັດທະນະທຳ ຕາມທິດຫັນໄປສູ່ຄຸນນະພາແລະ ທັນສະໄໝເທື່ອລະກ້າວ, ເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ,​ ເປັນເວທີສະແດງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ຊຸກຍູ້ສົ່ງເສີມການອະນຸລັກ, ປົກປັກຮັກສາ, ຟື້ນຟູ, ສືບທອດ,​ ເສີມຂະຫຍາຍມູນເຊື້ອແລະ ຄຸນຄ່າມໍລະດົກວັດທະນະທຳທີ່ເປັນເອກະລັກຂອງຊາດໃຫ້ຍືນຍົງ, ສ້າງແບບແຜນດຳລົງຊີວິດວັດທະນະທຳໃໝ່, ພັດທະນາອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ພ້ອມທັງຮັບເອົາຄຸນຄ່າວັດທະນະທຳທີ່ກ້າວໜ້າແລະ ສອດຄ່ອງກັບຍຸກສະໄໝຢ່າງມີການເລືອກເຟັ້ນ, ຕ້ານວັດທະນະທຳທີ່ເສື່ອມຊາມ, ການເຊື່ອຖືງົມງວາຍແລະ ຫລ້າຫລັງ, ຍູ້ຂະບວນການສ້າງຄອບຄົວແລະ ບ້ານວັດທະນະທຳໃຫ້ກາຍເປັນຂອງທົ່ວປວງຊົນ, ​ແກ້ໄຂຄວາມແຕກຕ່າງກ່ຽວກັບການຊົມໃຊ້ວັດທະນະທຳລະຫວ່າງຕົວເມືອງກັບຊົນນະບົດ; ສົ່ງເສີມການປະດິດສ້າງດ້ານວັດທະນະທຳແລະ ການປະດິດຄິດແຕ່ງຕ່າງໆແນໃສ່ພັດທະນາຜະລິດຕະພັນວັດທະນະທຳໃຫ້ມີຄວາມອຸດົມສົມບູນ,ຫລາກຫລາຍຮູບແບບແລະ ມີຄຸນນະພາ. ສືບຕໍ່ພັດທະນາການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກຳທ່ອງທ່ຽວທີ່ມີເອກະລັກສະເພາະຂອງເຮົາເພື່ອໃຫ້ກາຍເປັນຂະແໜງເສດຖະກິດສຳຄັນຂອງຊາດແລະເປັນສ່ວນປະກອບສຳຄັນຂອງການທ່ອງທ່ຽວອາຊຽນແລະ ຂອງໂລກ.

          ບົນຈິດໃຈເພີ່ມທະວີການຄຸ້ມຄອງສັງຄົມຢ່າງປະດິດສ້າງນັ້ນ ຕ້ອງວາງນະໂຍບາຍແກ້ໄຂການພົວພັນສັງຄົມຢ່າງສອດຄ່ອງ, ແກ້ໄຂການຜິດໂຕນກັນທາງດ້ານການພັດທະນາລະຫວ່າງບໍລິເວນເຂດແຄວ້ນຕ່າງໆ, ສ້າງໂຄງປະກອບສັງຄົມ (ຊັ້ນຄົນ, ສາຂາວິຊາຊີບຕ່າງໆ) ໃຫ້ສົມສ່ວນ, ສະກັດກັ້ນການກໍ່ອາດຊະຍາກຳແລະ ປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຫລຸດໜ້ອຍຖອຍລົງຢ່າງຈະແຈ້ງ. ​ເອົາໃຈໃສ່ແກ້ໄຂວຽກເຮັດງານທຳໃຫ້ດີຂຶ້ນ, ບຸກທະລຸເຂົ້າໃສ່ການພັດທະນາສີມືແຮງງານລາວໃຫ້ໄດ້ທັງປະລິມານແລະ ມີຄຸນນະພາໄປຕາມທິດສ້າງຄົນລາວໃຫ້ກາຍເປັນເຈົ້າຂອງກິດຈະການເທື່ອລະກ້າວແລະ ການຫັນເປັນອຸດສາຫະກຳແລະ ທັນສະໄໝ, ສາມາດແຂ່ງຂັນແລະເຊື່ອມໂຍງກັບພາກພື້ນແລະ ສາກົນ, ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ. ພັດທະນາລະບົບປະກັນສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ, ມີຄວາມຄ່ອງຕົວດ້ວຍການຫັນເປັນທັນສະໄໝແລະ ຮັບປະກັນຄວາມວ່ອງໄວ, ໂປ່ໃສ, ຍຸຕິທຳແລະ ຍືນຍົງ. ສືບຕໍ່ປະຕິບັດນະໂຍບາຍດ້ານສະ ຫວັດດີການສັງຄົມຢ່າງຕັ້ງໜ້າເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພະນັກງານປະຕິວັດອາວຸໂສ,ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແລະ ພະນັກງານບຳນານ, ພະນັກງານເສຍອົງຄະ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໃຫ້ເໝາະສົມ, ທົ່ວເຖິງ, ຮັບປະກັນຄວາມໂປ່ໃສ, ຖືກຕ້ອງແລະ ຍຸຕິທຳ.

No comments:

Post a Comment