Ad

Ad

29 August 2014

ນາຍົກລັດຖະມົນຕີເນັ້ນໃຫ້ກະຊວງສາທາຕິດຕາມສະພາບລະບາດຂອງພະຍາດອີໂບລາຢ່າງໃກ້ຊິດ ແລະ ກຽມມາດຕະການ ປ້ອງກັນ



     ໃນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນສິງ ຫາທີ່ໄດ້ດຳເນີນແຕ່ ວັນທີ 24-27 ສິງຫານີ້, ໂດຍການເປັນປະ ທານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ເຊິ່ງມີຫລາຍບັນຫາສຳຄັນຂອງຊາດຖືກຍົກຂຶ້ນມາພິຈາລະນາ ແລະ ປຶກສາຫາລື, ໃນນັ້ນ, ບັນຫາທີ່ພົ້ນເດັ່ນກໍແມ່ນການຕິດຕາມສະພາບການລະ ບາດຂອງພະຍາດອີໂບລາໃນ ບາງປະເທດຢູ່ທະວີບ ອາຟາລິກາ, ອັນໄດ້ເຮັດໃຫ້ມີຜູ້ ຕິດເຊື້ອ ແລະ ເສຍຊີວິດເປັນຈຳ ນວນຫລາຍ, ເຊິ່ງພະຍາດນີ້ນັບ ວ່າມີຄວາມອັນ ຕະລາຍຮ້າຍ ແຮງທີ່ພວມຂົ່ມຂູ່ມະນຸດໂລກ ພວກເຮົາ ແລະ ເປັນບັນຫາທ້າ ທາຍຕໍ່ຂະແໜງສາທາລະນະ ຂອງແຕ່ລະປະ ເທດທົ່ວໂລກ, ເພື່ອຊອກຫາບັນດາມາດຕະການສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ. ເຖິງວ່າຢູ່ລາວມີອັດຕາສ່ຽງຕ່ຳ ໃນການເກີດພະຍາດດັ່ງກ່າວ, ແຕ່ເພື່ອເປັນການກຽມມາດຕະການສະກັດກັ້ນແຕ່ຫົວທີ່ນັ້ນ, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ, ໄດ້ ເນັ້ນໃຫ້ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ    ຕ່າງໆຕ້ອງໄດ້ຮີບຮ້ອນກະກຽມ
ເງື່ອນໄຂຕ່າງໆເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ, ເພີ່ມທະວີການຄຸ້ມຄອງຄົນເຂົ້າ-ອອກເມືອງຕາມດ່ານສາກົນ ແລະ ທ້ອງຖິ່ນຕ່າງໆ, ຫາກພົບກໍລະນີສົງໄສຕ້ອງໄດ້ຮີບຮ້ອນນຳໃຊ້ມາດຕະການກັບທີ່, ສຳຄັນແມ່ນຕ້ອງເພີ່ມທະວີການ ໂຄສະນາໃຫ້ທົ່ວສັງຄົມເອົາໃຈໃສ່ເຝົ້າລະວັງ ແລະ ປະຕິບັດຄຳສັ່ງ ແລະ ຄຳແນະນຳຂອງຂັ້ນເທິງກໍຄືກະຊວງສາທາລະນະ ສຸກຈະ ໄດ້ປະກາດໃນໄວໆນີ້.
    ກະຊວງສາທາລະນະສຸກໃຫ້ຮູ້ ວ່າ: ພະຍາດອີໂບລາ ( Ebola) ຄົ້ນພົບເທື່ອທຳອິດໃນປີ 1976 ຢູ່ປະເທດສາທາລະນະ ລັດປະຊາທິປະໄຕກົງໂກ ( DR Congo) ປະ ເທດຊູດານ ( Sudan ). ເປັນເຊື່ອ ທີ່ມີຄວາມອັນຕະລາຍຕໍ່ຊີວິດມະນຸດ, ມີອັດຕາຄວາມຮຸນແຮງ      ເຮັດໃຫ້ຄົນເສຍຊີວິດເຖິງ ແຕ່ 50%-90% ອາການຂອງຜູ້ທີ່ຕິດ ເຊື້ອພະຍາດດັ່ງກ່າວປະກອບ ດ້ວຍ, ໄຂ້ກະທັນທັນ, ເຈັບຫົວ, ເຈັບກ້າມຊີ້ນ, ມີຮາກອອກ ແລະ ຖອກທ້ອງ. ກໍລະນີຄົນເຈັບໜັກ ຈະມີອາການເລືອດ ໄຫລຢູ່ອະໄວຍະວະພາຍໃນ ເຊັ່ນ : ຕັບ, ໝາກໄຂ່ຫລັງຊຸດໂຊມ ແລະ ລະບົບປະສາດມີການປະທົບເຮັດໃຫ້ເກີດມີອາ ການຊອກ ແລະ ເສຍຊີວິດ. ສຳລັບການຕິດຕໍ່ ແລະ ແຜ່ລະບາດຂອງພະຍາດດັ່ງກ່າວສ່ວນຫລາຍແມ່ນມາຈາກເຈຍ ເປັນໂຕນຳເຊື້ອພະຍາດ ແລະ ຈະແຜ່ພະ ຍາດໄປສູ່ສັດປະເພດຕ່າງເມື່ອ ຄົນໄປສຳຜັດກໍຈະຕິດເຊື້ອ ແລະ ຈະແຜ່ລະ ບາດໄປຫາຄົນອື່ນໆ ໂດຍການສຳຜັດໂດຍກົງກັບຄົນເຈັບ, ການສຳຜັດເລືອດ ແລະ ນ້ຳເມືອກຕ່າງໆ.

No comments:

Post a Comment