Ad

Ad

29 August 2014

ມະຫາວິທະຍາໄລແຫ່ງຊາດມອບໃບປະກາດໃຫ້ນັກສຶກສາ ຈົບ 8 ພັນກວ່າຄົນ



      ພິທີມອບໃບປະກາສະນີຍະ ບັດໃຫ້ແກ່ນັກສຶກສາທີ່ຮຽນຈົບ ຈາກມະຫາວິທະ ຍາໄລແຫ່ງ ຊາດ (ດົງໂດກ) ສົກຮຽນປີ 2013-2014, ໄດ້ມີຂຶ້ນໃນວັນທີ 28 - 29 ສິງຫານີ້, ຢູ່ມະຫາວິທະ ຍາໄລດັ່ງກ່າວ, ໂດຍການໃຫ້ກຽດມອບຂອງ ສາສະ ດາ ຈານ ດຣ ສຸກກົງແສງ ໄຊຍະເລີດ ອະ ທິການບໍດີມະຫາວິທະຍາໄລ ແຫ່ງຊາດ, ເຊິ່ງມີນັກສຶກສາໄດ້ຮັບໃບປະກາສະນີຍະ ບັດທັງໝົດ 8162 ຄົນ, ໃນນີ້, ລະດັບ ອານຸປະລິນຍາ 299 ຄົນ, ປະລີນຍາຕີ 7.583 ຄົນ ແລະ ປະລີນຍາໂທ 212 ຄົນ.
        ທ່ານອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ ກ່າວວ່າ: ການໄດ້ຮັບໃບປະກາສະນີຍະບັດຂອງນັກສຶກສາຄັ້ງນີ້, ແມ່ນ ໝາກຜົນອັນຍິ່ງໃຫຍ່ຂອງມະຫາວິທະຍາໄລແຫ່ງຊາດໃນການ ເຝິກຝົນຫລໍ່ຫລອມກໍ່ສ້າງພະນັກງານ, ວິຊາການ, ນັກຄົ້ນຄວ້າ ຢ່າງຕໍ່ເນື່ອງໃຫ້ມີຄວາມຮູ້ຄວາມສາມາດ ເພື່ອກ້າວໄປເປັນພະນັກງານສືບທອດພາລະກິດໃນ ການພັດທະນາປະເທດຊາດໃຫ້ ຈະເລີນກ້າວໜ້າ, ນອກຈາກນີ້, ຍັງເປັນການຢັ້ງຢືນໃຫ້ເຫັນຜົນງານຕົວຈິງຂອງການສຶກສາຄົ້ນຄວ້າທາງດ້ານທິດສະດີ ແລະ
ພາກປະຕິບັດຕົວຈິງຂອງນັກສຶກສາ, ແນວໃດກໍຕາມ, ນີ້ເປັນພຽງຄວາມສຳເລັດເບື້ອງຕົ້ນເທົ່ານັ້ນ,ແຕ່ການຈະກ້າວເປັນພະ ນັກງານແລ້ວ, ນັກສຶກສາທຸກຄົນຕ້ອງໄດ້ສືບຕໍ່ສຶກສາຮຽນຮູ້ ແລະ ກຳແໜ້ນສະພາບແວດລ້ອມທັງ ພາຍໃນ ແລະ ພາຍໃນ ເພື່ອນຳ ເອົາທິດສະດີ ແລະ ຄວາມຮູ້ທີ່ ຮຽນມາໄປຜັນຂະຫຍາຍເຂົ້າໃນພຶດຕິກຳຕົວຈິງຢ່າງມີຫົວຄິດປະດິດສ້າງເພື່ອປະກອບ ສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ເຊື່ອໝັ້ນວ່າ: ບັນດານັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້, ຈະ ກາຍເປັນບຸກ ຄະລະກອນທີ່ລ້ຳຄ່າ, ມີຄວາມມານະອົດທົນ, ກາຍເປັນວິຊາການ, ນັກຄົ້ນຄວ້າ, ພະນັກງານ ນຳພາທີ່ດີ, ມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ, ມີຄວາມສາມາດ, ມີລະບຽບວິໄນດີໃຫ້ສົມກັບຄວາມຕັ້ງໃຈຂອງ ພໍ່ແມ່, ຄູ ອາຈານທີ່ໄດ້ປະກອບສ່ວນທຶ ຮອນ, ການຄົ້ນຄວ້າສິດສອນດ້ວຍຄວາມອົດທົນ, ສະນັ້ນ ພວກເຮົາຕ້ອງຕອບສະ ໜອງຄຸນງາມຄວາມດີຕໍ່ຜູ້ມີບຸນຄຸນດ້ວຍ ການກະທຳທີ່ມີຜົນງານດີຕໍ່ຕົນເອງ, ພໍ່ແມ່, ຄູອາຈານ ແລະ ປະຊາຊົນເພື່ອຄວາມ ສົມບູນພູນສຸກມັ່ງຄັ່ງສົມບູນໃຫ້ແກ່ປະເທດຊາດ.

No comments:

Post a Comment