Ad

Ad

29 August 2014

ຄະນະປະຈຳສະພາພິຈາລະນາວຽກງານປະຈຳເດືອນສິງຫາ 2014



     ຄະນະປະຈຳສະພາແຫ່ງ ຊາດ, ໄດ້ຈັດກອງປະຊຸມປະຈຳເດືອນສິງຫາຂຶ້ນແຕ່ ວັນທີ 28 - 29 ສິງຫານີ້, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະ ທານຂອງ ທ່ານນາງ ປານີ ຢາທໍ່ ຕູ້ປະທານສະພາແຫ່ງຊາດ, ເຊິ່ງ ໄດ້້ປຶກສາຫາລື, ພິຈາລະນາ ແລະ ປະກອບຄວາມເຫັນໃສ່ການຕີຄວາມໝາຍບາງມາດຕາຂອງຮ່າງ ກົດໝາຍ ຈຳນວນໜຶ່ງທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດຊຸດທີ VII ທີ່ຈະຈັດຂຶ້ນໃນຕໍ່ໜ້າ, ພິຈາລະນາຮ່າງມະຕິຂອງຄະນະ ປະຈຳສະພາແຫ່ງຊາດວ່າດ້ວຍລະບຽບການປະສານງານພາຍໃນສະພາແຫ່ງຊາດ, ຮັບຟັງການລາຍງານການຈັດຕັ້ງປະຕິບັດ ການເຄື່ອນໄຫວຂອງກົມສື່ມວນຊົນຂອງສະພາແຫ່ງຊາດ, ລວມ ທັງການຄຸ້ມຄອງລາຍຮັບລາຍ ຈ່າຍ ແລະ ແຜນງົບປະ ມານໃນອະນາຄົດ ແລະ ຂໍການອະ ນຸມັດ ນຳໃຊ້ເງິນສະສົມຈາກການຈຳໜ່າຍ ແລະ ໂຄສະນາໜັງສືພິມຜູ້ ແທນປະຊາຊົນ.
     ນອກຈາກນີ້, ຍັງໄດ້ຮັບຊາບ ກ່ຽວກັບສະພາບໂດຍລວມໃນ ການກະກຽມກອງປະຊຸມໄອປາ (AIPA) ຄັ້ງທີ 35 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ 14-20 ກັນຍາ 2014 ທີ່ຈະມາເຖິງນີ້ ແລະ ຮັບຟັງຜົນ ຂອງກອງປະ ຊຸມລັດຖະມົນຕີ ການຕ່າງປະເທດອາຊຽນຄັ້ງ ທີ 47 ຢູ່ເນປີດໍ, ປະເທດມຽນມາ.

No comments:

Post a Comment