Ad

Ad

29 August 2014

ສົກຮຽນນີ້ລັດບໍ່ອະນຸຍາດໃຫ້ພາກສ່ວນໃດຂື້ນຄ່າຮຽນໂດຍລຳພັງ



      ຍັງອີກບໍ່ພໍທໍໃດມື້ສົກຮຽນ ໃໝ່ 2014-2015 ກໍຈະໄຂຂຶ້ນຢ່າງເປັນທາງການໃນທົ່ວປະ ເທດແລ້ວ, ສະເພາະຢູ່ນະຄອນ ຫຼວງວຽງຈັນມາຮອດປັດຈຸບັນ ໂຮງຮຽນແລະສະຖາບັນການ ສຶກສາຕ່າງໆນັບທັງພາກລັດ ແລະ ເອກະຊົນຕ່າງ​ກໍ​ໄດ້​ກະ ກຽມ ໃຫ້ແກ່ການເປີດສົກຮຽນ​ໃໝ່ດ້ວຍການບົວລະບັດ, ສ້ອມ ແປງອາຄານສະຖານ​ທ ແລະ     ອຸປະກອນຕ່າງໆເພື່ອກຽມ ຄວາມພ້ອມໃຫ້ການສິດສອນ- ຮ່ຳຮຽນ ແລະ ບາງໂຮງຮຽນກໍເລີ່ມໃຫ້ນັກຮຽນເຂົ້າມາຈົດທະບຽນແລ້ວ, ແຕ່ຄຽງຄູ່ກັນນັ້ນພໍ່ ແມ່ຜູ້ປົກຄອງນັກຮຽນຈຳນວນຫຼາຍມີຄວາມກັງວົນຕໍ່ຄ່າຮຽນ ຂອງລູກຫຼາຍຕົນໃນສົກຮຽນນີ້ ຈະເປັນແນວໃດ.
     ຕໍ່ບັນຫາດັ່ງກ່າວໃນວັນທີ 28 ສິງຫານີ້ ທ່ານຊົມພູ ແກ້ວປັນຍາ, ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງ ວຽງຈັນ ໄດ້ເປີດເຜີຍຕໍ່ນັກຂ່າວ ລາວພັດທະນາພວກເຮົາວ່າ: ສຳລັບປີນີ້ກະຊວງສຶກສາທິການແລະ ກິລາຍັງບໍ່ມີແຈ້ງການອະ ນຸມັດໃຫ້ໂຮງຮຽນທັງພາກລັດ ແລ ະເອກະຊົນຂື້ນຄ່າຮຽນ, ໂດຍໃຫ້ທຸກໂຮງຮຽນເກັບເງິນ ຄ່າຮຽນໃນອັດຕາສຳເກົ່າຂອງ ປີ ຜ່ານມາ, ໂດຍສະເພາະໂຮງ ຮຽນເອກະຊົນໄດ້ວາງພດານໃຫ້ເກັບຄ່າຮຽນດັ່ງນີ້: ໂຮງລ້ຽງ ເດັກເກັບບໍ່ໃຫ້ເກີນ 190 ພັນກີບ/ ຄົນ/ເດືອນ, ອະນຸບານບໍ່ໃຫ້ເກີນ 140 ພັນກີບ/ຄົນ/ເດືອນ, ຊັ້ນປະ ຖົມບໍ່ໃຫ້ເກີນ 110 ພັນກີບ/ຄົນ/ ເດືອນ, ຊັ້ນມັດຖະຍົມ ຕ້ອນຕົ້ນ ເກັບບໍ່ໃຫ້ເກັບ 120 ພັນກີບ/ຄົນ/ ເດືອນ ແລະ ຊັ້ນມັດຖະຍົມຕອນ ປາຍແມ່ນບໍ່ໃຫ້ເກີນ 140 ພັນກີບ /ຄົນ/ ເດືອນ, ຈຳນວນເງິນດັ່ງ ກ່າວແມ່ນສະເພາະແຕ່ຄ່າຮຽນ,ແຕ່ຖ້າໂຮງຮຽນໃດຫາກຂຶ້ນຄ່າຮຽນຕາມລຳພັງໃຈໂດຍບໍ່ໄດ້ ຮັບການ ອະນຸມັດຈາກພາກສ່ວນກ່ຽວຂ້ອງແມ່ນຈະຖືກດຳເນີນ ຄະດີຕາມລະບຽບການ ແລະ ຂໍ້ ກຳນົດທີ່ວາງອອກ, ທ່ານຫົວໜ້າ
ພະແນກສຶກສານະຄອນຫຼວງໃຫ້ຮູ້ອີກວ່າ: ມາຮອດບັນຈຸບັນໂຮງຮຽນຫຼາຍແຫ່ງໃນນະຄອນຫຼວງວຽງຈັນຖືວ່າມີຄວາມພ້ອມ ໃຫ້ແກ່ການເປີດສົກຮຽນໃໝ່ ເປັນເປັນທີ່ຮຽບຮ້ອຍໂດຍຄາດວ່າວັນທີ 1 ກັນຍາທີ່ຈະມາເຖິງ ນີ້ທາງໂຮງຮຽນຈະສາມາດເປີດ ສົກຮຽນໃໝ່ຂອງຕົນດ້ວຍບັນຍາກາດຟົດຟື້ນ, ດັ່ງໂຮງຮຽນຈັນທະບູລີຊຶ່ງອຳນວຍການໂຮງຮຽນດັ່ງກ່າວກໍໄດ້ອອກມາຊື້ ແຈງ ວ່າ: ປັດຈຸບັນໂຮງຮຽນຂອງຕົນໄດ້ສຳເລັດການກະ ກຽມຕ່າງໆເພື່ອຮອງຮັບສົກຮຽນໃໝ່ແລ້ວເຊັ່ນ: ອາຄານ ແລະ ຫ້ອງຮຽນ, ພ້ອມກະດານ ແລະ ໂຕະຕັ່ງຂອງນັກຮຽນໄດ້ ຮັບການປົວແປງຢ່າງຮັບປະກັນແລ້ວ, ພ້ອມນັ້ນກໍໄດ້ກະກຽມອຸ ປະກອນການ ສິດສອນໃຫ້ຄູອາຈານເປັນຢ່າງດີຄື: ປື້ມຕຳລາສອນແລະອຸປະກອນຕ່າງໆເພື່ອສາມາດຮອງຮັບການສິດສອນ ໃນ 25 ຫ້ອງ ຮຽນດ້ວຍກັນ. ໂຮງ ຮຽນຈັນທະບູລີສ້າງຕັ້ງຂຶ້ນເມື່ອປີ 1978 ເມື່ອກ່ອນເອື້ນວ່າໂຮງ ຮຽນອຸດົມເລກ 9 ຊຶ່ງສາມາຮອງ ຮັບນັກຮຽນໄດ້ທັງໝົດປະມານ 700 ກວ່າຄົນ.

No comments:

Post a Comment